“ເຕົາ ແລະກະຕ່າຍ”~ຈາກໜູທອງ ວົງຄຳຫຼ້າ

ເພື່ອ ກັນລືມ ພາສາລາວ ເໝືອນ ຄວາມໄວຂອງລູກໜ້າ ທະນູທອງ ຍິງໃສ່ແຕ່ເສັຽໃຈ ໄດ້ລະຊ້າ ຍ້ອນສັດນ້ອຍ ຮອດກ່ອນໂຕຈຶ່ງໄດ້ ໂຮເຮຮ້ອງ ຍອມເສັຽຊັຍ ໃຫ້ຕົວເຕົ່າເລີຍ ເອົາຕົວແຈ່ມເຈົ້າ ໜີພົ້ນ ເພາະເພິ່ນອາຍ ແລ້ວນາ .ຄະຕິ : ນິທານ ສອງສະຫາຍເພື່ອນ ເຕືອນໃຈ ໃຫ້ຜູ້ອ່ານປະມາໂທ ມັດຈຸໂນ ປັດທັງຄວາມປມາດ

Read more

“ພາສາບອກຊາດ~ມາຣະຍາດບອກຕະກູນ”~ຈິຕ ໄຊຍະຄົມ

ພາສາບອກຊາດ-ມາຣະຍາດບອກຕະກູນ ບົດຂຽນຂ້ອຍ ຖ້ອຍຮຽງຮ້ອຍກອຍເປັນຣົສບັນທຶກບົດ ຈົດອັກສອນເປັນກອນຂານບົດຂຽນເຖິງ ຄົນຮູ້ນຫລັງຫວັງເປັນທານສຸກສໍາຣານ ບານເບີກໄດ້ໃນຄໍາກອນ ປະສົບຜົນ ມົງຄົນນັ້ນບັນດົນເກີດບໍ່ໄດ້ເລີດ ເກີນຄໍາຄູຜູ່ສິດສອນຈົດຈໍາແລ້ວ ແນວຂໍ້ຄິດປະດິດກອນພ້ອມໄຫວ້ວອນ ກ່ອນຈະຂຽນບົດຮຽນມາ ຖ້ອຍຄໍາຈາ ຮ້ອຍພາສາລາວເປັນກຽຕຢ່າງຣະອຽດ ກ່ອນເອົາລົງສູ່ສາຍຕາກະວີຮ້ອຍ ສ້ອຍສິນຕິດ “ຈິນຕະນາ”ຕາມພາສາ ຕາມຄໍາສອນ “ສັງສິນໄຊ” ໃນແຜ່ນດິນ ຖິ່ນດາວລາວ “ຊື່ລ້ານຊ້າງ”ຄໍາປູ່ປາງ ຈານໄວ້ໃນ “ສັງສິນໄຊ”ກະວີເອກ ນະຄອນສີຣັຕະນະໄຕຣສອນເຮົາໄວ້ ໃຫ້ຮັກສາຕໍາຣາສິນ

Read more

“ຄີກຄູ່ສາຍແນນ”~ຈາກຈີຕ ໄຊຍະຄົມ

ຄີກຄູ່ສາຍແນນ ເພິ່ນວ່າ ບຸບເພສ້າງ ສາຍແນນສາຍມິ່ງມາເປັນ ຄົນຄູ່ສ້າງ ຊອນຊົ້ນຊື່ນໃຈ ເຈົ້າແຫຼ້ວເພິ່ນວ່າ ບຸບເພກໍ້າ ກັມເວນນໍາມາຈ່ອງສອງເປັນສາມ ຄູ່ຊ້ອນ ຊອນໄວ້ບໍ່ແກ່ນສານ ເຊື່ອເນີ ແຕ່ຫາກ ມາເມື່ອນີ້ ນີນັ່ນນອງນັນສາຍສໍາພັນ ເພພັງ ພາກກັນກໍມີລົ້ນສັບສົນ ຫຼືລວຍລົ້ນ ສອງຄົນເລີ້ມຕ່າງທາງທີ່ດີ ແຍກຍ້າຍ ສະບາຍເບື້ອງບ່ອນໃຈ ເຈົ້າແລ ໃນເມື່ອ ແພງສີສ້ອຍ ສົມສູ່ຊຽງຊອນກາຍເປັນ

Read more

“ສະບາຽດີປີໃໝ່ສາກົນ2024 ເພື່ອເພື່ອນມີດສະຫາຽພີ່ນ້ອງທຸກຖ້ວນ”~ຈາກທ່ານສີສຸວັນ ຈັນສະມຸດ

ສະບາຽດີປີໃໝ່ສາກົນ 2024 ເພື່ອເພື່ອນມິດສະຫາຽພີ່ນ້ອງທູກຖ້ວນ :  ມີແຕ່ລາວເຮົານ້ອງພີ່ເທົ່ານັ້ນ    ຈະສາມາດໂຮມໃຈຜູກໄມຕຣີຈິດ     ຮ່ວມສ້າງສາຮ່ວມຄວາມຄຶດ     ຮ່ວມພາຣະກິດໂຮມເປັນນຶ່ງ      ຊອກຊ້ວນເຂົ້າໃຈກັນໃຫ້ເລິກຊຶ້ງ     ໃຫ້ທົ່ວເຖິງໃຫ້ເກີດເປັນຈິງ      ໃຫ້ສົມປອງສົມໃຈຄຳນຶງ      ເພື່ອພີ່ນ້ອງລາວໃຕ້ປະຕະພີ      ມີຄວາມສຸກຈະເຣີນຖາວອນ .

Read more

“ໂຊກດີປີໃໝ່ສາກົນ ໒໐໒໔“~ຈາກຂວັນຟ້າຜ່າ

ໂຊກດີປີໃໝ່ສາກົນ​ ໒໐໒໔ໃນປີໃໝ່ສາກົນນີ້​ ຂໍໃຫ້ເຈົ້າຈົ່ງ ນອນຫລັບໃຫ້ໄດ້ເງິນໝືນນອນຕື່ນ ໃຫ້ໄດ້ເງິນເເສນ ເເບ່ນມືມາ ໃຫ້ໄດ້ເເກ້ວມະນີໂຄດໂທດຮ້າຍຢ່າມາພານ ມານຮ້າຍຢ່າມາບຽດ ຄວາມຂີ້ດຽດຈັ່ງໄຮຢ່າໄດ້ມີມາໄກ້ ຂໍໃຫ້ເຈົ້າຈົ່ງ​ຍັ້ງຍື່ນຢື່ນຍົ່ງ ຄົງກະພັນ ອັນປະເສີດເລີດລໍ້າອັມມະຕະ ຈົ່ງຢັ້ງຢື່ນ ຍື່ນຕົ້ນ ພົ້ນໄພ່ເໝືອນຕົ້ນໄມ້ມະນີໂຄດ​ທີ່ໄດ້ຢື່ນເດັ່ນໂດດ​ໂປດປານ ຢູ່ໝ້ານານນໍ້າຫລີ່ຜີ….!!!ຕໍ່ຈາກນີ້ໄປ ຂໍໄຫ້ເຈົ້າຈົ່ງມີເເຕ່ ຄວາມ​ສຸກກຸມສຸມເຢັ່ນ ຮ້າຍຢ່າເຫັນ ເໝັນຢ່າຮູ້​ ອັນຕະລາຍ​ສັດຕຮູ ຢ່າມາບຽດບຽນໄດ້ ໃຫ້ມີເເຕ່ຄວາມຮັກຄວາມເເພງຢ່າເເໜງຢ່າໜ່າຍ ຢ່າຮ້າຍຢ່າຂາດ ຢ່າບາດຢ່າໝາງ

Read more

“ຟັງດ້ວຍຫູ ດູດ້ວຍຕາ ໃຫ້ພິຈະຣະນາດ້ວຍໃຈ” (ຈາກສຽວສະຫວາດ)~ສເນີໂດຍຈີຕ ໄຊຍະຄົມ

ຟັງດ້ວຍຫູ ດູດ້ວຍຕາໃຫ້ພິຈາຣະນາດ້ວຍໃຈ(ຈາກສຽວສະຫວາດ) ທ່ານຈົ່ງຟັງຖີ່ຖ້ວນ ຂະບວນແຫ່ງຄວາມຈິງເອົາໜ່ວຍຕາຕອງຫຼິງ ລໍ່າແລຮຽນຮູ້ເອົາປັນຍາແຍງເບື້ອງ ເຍືອງເຖິງຖາມໄຖ່ພິບໄຫວໄວສ່ອງສິ້ງ ຄະນິງຮູ້ໄຕ່ຕອງ ເອົາເນີ ການທີ່ຟັງບໍ່ແຈ້ງ ແສງສ່ອງສາຍຕາ ບໍ່ເຫັນໃຈເປັນເວນວົນອຸກ ອັ່ງອົມອາຍເອົ້າເອົາອາຣົມງົມມົ້ວ ມົວເມົາບໍ່ເປັນປ່ອງສະດ່ອງໄປບໍ່ຖືກໝ້ອງ ຊິໝອງໄໝ້ເມື່ອລຸນ ຮຸ່ງອາຣຸນລິເລີ້ມ ເລີຍເລົ່າມາເຖິງແສງຕາເວັນແຍງແສງ ສ່ອງໃຈເຂົາເຈົ້າເຂົາມາເຫັນວັນນີ້ ຄວາມຈິງແຈ້ງຈ່າງປ່າງທາງທີ່ເດີນຊ່າງເສົ້າ ເພາະໝູ່ເຈົ້າເຊື່ອເຂົາ ນັ້ນແລ ສາຣິກາປາກເວົ້າ ຮຽນຕໍ່ຕາມຄໍາສອນສອນໃຫ້ຟັງເປັນຄວາມ ແຕ່ລະວັນຫັນລີ້ນສາຣິກາຖແລງຫຼິ້ນ ຍິນດີເພາະຖືກບົ່ມສົມວ່າ..ຄວາມຄິດສັ້ນຂໍ້ຫລໍ້ ຍັງຍໍຍ້ອງວ່າດີ

Read more