“ອົງການສາກົນດ້ານສິດທິມະນຸດ ກ່າວຕິຕຽນສິດທິມະນຸດໃນສປປລາວ”

http://webtv.un.org/live-now/watch/lao-pdr-upr-report-consideration-23rd-meeting-45th-regular-session-human-rights-counci/6195265883001/?term&fbclid=IwAR1JTBXb5Epf-EcokHdYvaFioX8IQTaH0iLlYkaPX4-4IoV0ZXDuLb2jmP8 ທ່ານ ຄໍາອິນ ກິດຈະເດດ ຜູ້ຕາງໜ້າ ສປປລາວ ປະຈໍາຫ້ອງການ ສະຫະປະຊາຊາດ ທີ່ Geneva ຂຶ້ນ ຖແລງຣາຍງານຕໍ່UPR ສະຫະພັນສາກົນ ເພື່ອ ສີດທິມະນຸດ (FIDH)ຂະບວນການລາວ ເພື່ອ ສີດທິມະນຸດ (ຂລສມ) ຖແລງການຮ່ວມ “ຄຳຕອບ ຂອງທາງການ ສປປລາວ ຕໍ່ລາຍງານ ຂອງ

Read more

“ຮັກ ແລະຄິດເຖິງລາວ”-ຈາກ໕໐໐

-ໜ້າ໒. ຈົດໝາຍສບັບນັ້ນໄດ້ຖືກອ່ານຈົບລົງ ແສງເດືອນຖອນໃຈໃຫຍ່,ເພັງຈາກເຄື່ອງເທບອິຕາຊິແວ່ວສຽງເປັນຄັ້ງຄາວມາ “ອ້າຍຢາກພົບນ້ອງເປັນຄັ້ງສຸດທ້າຍ..ກ່ອນນ້ອງຈະກາຍເປັນຂອງຄົນອື່ນ..ອ້າຍຢາກບອກນາງໃຫ້ຮູ້..ວ່າຢູ່ຢ່າງທຸກຂົ່ມຂື່ນ..ຫຼັບນອນທົນຝືນ..ຫ້າມໃຈພິກຄິດຫວງນາງ“,ເພັງອັນແສນເສົ້າຂອງຄຳເຕີມໄດ້ງຽບຫາຍໄປ,ແສງເດືອນພັບຈົດໝາຍສບັບນັ້ນ ແລ້ວເດີນໄປຫາຕູ້ເຍັນ ຍົກເອົາແກ້ວຊຳປາຍມາເປີດ ,ຍົກຂື້ນດື່ມເຂົ້າໄປໂດຍບໍ່ຄິດຈະໃຊ້ຈອກ ແລະໄດ້ຈົ່ມພືມພຳອອກມາວ່າ:-“ດີແລ້ວ..ໂຊກດີເຖີດຕາວັນ..ຄວາມຝັນຂອງເຈົ້າກາຍເປັນຈີງແລ້ວ..ແຕ່ບໍ່ແມ່ນກັບແສງເດືອນຄົນນີ້ ຄົນທີເຈົ້າເຄີຍສັນຍາໃຫ້ຄວາມຫວັງເອົາໄວ້,ຄັ້ງນື່ງທີ່ສູນໜອງຄາຍ,ເມື່ອຄາວເຮົາຍັງເປັນອົພຍົບນຳກັນໃນຄັ້ງນັ້ນ,ຄວາມຫວັງທີໄດ້ວາດພາບເອົາໄວ້ນຳກັນ,ຂໍ້ຄວາມໃນກະດາດວັນ“ວາລັງທາຍ“,ລູກຊາຍກົກທີເຮົາຢາກໄດ້ຮ່ວມກັນ,ຄັ້ງນັ້ນ ຄືນນັ້ນ..ໄດ້ລືບຫາຍໄປເສັຍແລ້ວ,ຄວາມຫວັງຂອງເດືອນຫລື“ເດືອນໄດ້ພົບມັນເຊັ່ນດຽວກັນ,ກຳລັງຖືຢູ່ໃນມືນີ້ຢ່າງໃດລະ..ແລະຈະຂໍດື່ມເພື່ອອ່ວຍໄຊໃຫ້ພອນແດ່“ໂຊກດີເຖີງຕາວັນ“,ເຂົາໄດ້ຍົກດື່ມເອົາຈົນໝົດແກ້ວ ແລະກໍລຳພັນອອກມາອີກເປັນຄຳສຸດທ້າຍ:-“ຕາວັນເປັນຫຍັງຄວາມຝັນຂອງພວກເຮົາ ຈື່ງບໍ່ແມ່ນອັນດຽວກັນ..ຟ້າລົງໂທດອ້າຍ ຫຼືວ່າຟ້າລິຂິດ ອາດແມ່ນໂຊກວາສນາເດືອນຕໍ່າເກີນໄປ..“ຫວນໄປເຖີງຊີວີດທີຜ່ານມາ ແລະລິຂິດໃຫ້ໄດ້ມາພົບ“ຕາວັນ“,ແສງເດືອນ,ຊາຍໜຸ່ມອາຍຸຫາກໍຍ່າງເຂົ້າ໒໐ປີພໍດີ,ໄດ້ອົພຍົບຕິດຕາມຄອບຄົວພໍ່ແມ່ ຫນີພັຍຄອມມຸນີສຂ້ວມມາຢູ່ສູນອົພຍົບໜອງຄາຍທ້າຍປີ ໑໙໗໕ຫຼັງຈາກພວກຜະເດັດການແນວລາວຂາຍຊາດ ໄດ້ທຳການຍຶດອຳນາດໃນວົນທີ ໒ ທັນວາປີ ໑໙໗໕.ແສງເດືອນໄດ້ຮູ້ຈັກກັບ“ຕາວັນ“ໂດຍບັງເອີນທີ່ເສັ້ນທາງໄປອ່າງອາບນໍ້າທີ່ສູນໜອງຄາຍໃນທ້ອງຣະດູໜາວ,ອ່າງແຫ່ງນີ້ ມັກຮ້ອງກັນວ່າ ແມ່ນອ່າງນໍ້າສູນມົ້ງ ຫຼືສູນຊົ່ວຄາວ ກ່ອນທີ່ສູນຈະເປີດ.ຄອບຄົວແສງເດືອນໄດ້ເຊົາເຮືອນນ້ອຍໆຫຼັງນື່ງ

Read more

ນະວະນິຍາຍ“ຮັກ ແລະຄິດເຖິງລາວ“~ຈາກ໕໐໐

ໜ້າ໑. ຄຳນຳ :ວັນນະຄະດີ ມາຈາກວັນນະ ແລະຄະດີ ,ວັນນະຄື “ຄວາມງາມ“ຄະດີແມ່ນ“ທາງ“, ວັນນະຄະດີ ແມ່ນທາງແຫ່ງຄວາມງາມ ຫຼືຄວາມງາມຂອງພາສາ.ວັນນະຄະດີ ປະກອບດ້ວຍ,ວັນນະຄະດີຂິດຂຽນ ແລະວັນນະຄະດີພື້ນເມືອງ(ປາກເປົ່າ).ວັນນະຄະດີ ດ້ານລາຍລັກອັກສອນ ໄດ້ຖືກກຳເນີດຂື້ນມາໃນສມັຍອານາຈັກລ້ານຊ້າງຢູ່ພາຍໄຕ້ການປົກຄອງຂອງເຈົ້າຟ້າງູ້ມ(໑໓໑໖-໑໓໗໒).ວັນນະຄະດີຂິດຂຽນນີ້ແບ່ງອອກເປັນຫຼາຍພາກ-ນິທານ,ປວັດສາດ,ກະວີ,ນິຍາຍ…ດັ່ງນີ້ເປັນຕົ້ນ.ໃນຈຳນວນນິຍາຍຕ່າງໆ,“ຮັກ ແລະຄິດເຖິງລາວ“ເປັນຜົນງາມຂອງນັກຂຽນໜຸ່ມ ເຈົ້າຂອງນາມປາກກາ“ຫ້າສູນສູນ“.ຊື່ໃນນິຍາຍ,ທ່ານຈະເຫັນຄຳວ່າ“ລາວ“ຊື່ງຈະໝາຍເຖີງນາງໃນດວງໃຈແລະປະເທດຊາດອັນເປັນທີຮັກ ແລະຫວງແຫນ.ນັກຂຽນບາງທ່ານ ຂຽນນິຍາຍເພື່ອຄວາມເພີດເພີນຢ່າງດຽວ,ແຕ່“ຫ້າສູນສູນ“ບໍ່ພຽງແຕ່ຈະບັລຍາຍເຖີງຄວາມຮັກຣະວ່າງໜຸ່ມສາວເທົ່ານັ້ນ ແຕ່ຍັງໄດ້ຖ່າຍທອດອອກເຖີງ“ຄວາມຮັກຊາດ“.ນິຍາຍເຮື່ອງນີ້ຈື່ງສົມຄວນໄດ້ຮັບການສນັບສນູນຈາກທ່ານ.ຂໍຈົ່ງອ້າແຂນຮັບເອົາ“ຮັກ ແລະຄິດເຖີງລາວ“ໄວ້ຢູ່ໃນອ້ອມໃຈຂອງທ່ານ.ວັນນະຄະດີ ແມ່ນຄວາມງາມຂອງພາສາ,ຕລາດນັດແຫ່ງແນວຄິດຈິດໃຈ,ແວນແຍງແຫ່ງຄວາມສີວິໄລ ແລະສັນຍາລັກຂອງປະເທດຊາດ.ຈາກນັກຮຽນຍີງ -(ມະຣິທອນ ສີຍາວົງ-ກລົດເຕ). @@@@@@@@@@@@@@@@@@@@@@@@@@@@@§@§@@@@@@@@@@@@@@@@@@@

Read more

“ ສະຖານະການໃນຝຣັ່ງເສດ ປະຈຳວັນພະຫັດ ວັນທີ ໑໐ ກັນຍາ ໒໐໒໐ ກ່ຽວກັບພະຍາດໂກວິດ-໑໙ :“

ສະຖານະການໃນຝຣັ່ງເສດ ປະຈຳວັນພະຫັດ ວັນທີ ໑໐ ກັນຍາ ໒໐໒໐ ກ່ຽວກັບພະຍາດໂກວິດ-໑໙ : ປົ່ວດີ ກັບບ້ານໄປແລ້ວ ໘໘ ໗໔໒ ຄົນ** ພະຍາບານຢູ່ໂຮງໝໍ ໕໐໙໖ ຄົນ*** ຢູ່ໃນພາວະສຸກເສີນ ໖໑໕ ຄົນ**** ເສັຍຊິວີດທັງໝົດ ໓໐ ໘໑໓ ຄົນ 🗞 Communiqué

Read more