(

ພອນປີໃໝ່ ສາກົນ 2026)
ວັນເດືອນປີ ເຄື່ອນຍ້າຍ ກາຍເລີກ ລາໜີ
ປີ ໃໝ່ ມາທຽມແທນ ແມ່ນອຸດົມ ຊົມໃຊ້
ເຖິງ ຊາວລາວ ຢູ່ໃກ້ ຫລືໄກ ທະວິບອື່ນ ກໍດີ
ຂໍ ໃຫ້ສຸກສືບສ້າງ ຜອງເທົ້າ ຊົ່ວ ການ .
ຂໍສົ່ງພອນ ພ່ຳພ້ອມ ໃຫ້ເຖິງທົ່ວ ຄົນລາວ
ຂໍ ໃຫ້ມີ ແສງສີ ສວ່າງໃສ ເໝືອນແກ້ວ
ແນວດີ ຫຍັບມາໃກ້ ແນວຈັງໄຮ ໃຫ້ເຫີນຫ່າງ
ຂໍໃຫ້ ສຸກຢູ່ສ້າງ ມະໂນແມ້ງ ມ່ວນໃຈ .
ໂຣກໃດ ຍັງຕິດຄ້າງ ໃຫ້ຫຼິກ ຫ່າງໄກໜີ
ທຸກໂຣຄາ ທີ່ມີ ຢ່າໄດ້ ເວີນມາໃກ້
ໃຫ້ ຊາວລາວເຮົາໄດ້ ສຸກຣຶທັຍ ທຸກເມື່ອ
ສຸກທີ່ມີຢູ່ແລ້ວ ທະວີຂື້ນ ກວ່າເດີມ ພູ້ນເຢີ .
ກັມດີ ໃຫ້ລາວໄດ້ ສົມດັ່ງ ໃຈປະສົງ ແທ້ເນີ
ເປັນປີ ພົງພັນລາວ ກ່າວດີ ບໍ່ມີຮ້າຍ
ໝາຍ ໃຫ້ ລາວຫັນກ້າວ ພັດທະນາການ ກວ່າເກົ່າກ່ອນ
ຂໍອວຍພອນ ຍາດພີ່ນ້ອງ ໃຫ້ຫາຍເສົ້າ ຕລອດປີ ທ່ານເອີຍ ./.”ພອນ