
ທ່ານ ດໍໂນລ ທຣັມປ໌,ທ່ານ ສີ ຈິ້ນຜິງ ແລະ ທ່ານ ວະລາດີເມັຍ ປູຕິນ ໄດ້ພົບປະກັນໃນວັນພະຫັດ, ວັນ ທີ ໑໙ ພຶສຈິກາ ໒໐໒໖ ທີ່ເມືອງເຊີນເຈີ້ນ, ຢູ່ນອກກອງປະຊຸມສຸດຍອດ ການຮ່ວມມືເສຖະກິດອາຊີ-ປາຊີຟິກ (APEC). ການພົບປະສາມຝ່າຍທີ່ບໍ່ເຄີຍມີມາກ່ອນຣະວ່າງປະທານາທິບໍດີອາເມຣິກາ, ຈີນ ແລະ ຣັດເຊັຍ ຄາດວ່າຈະເປັນເວລາສັ້ນໆ ແລະ ບໍ່ມີຂໍ້ຕົກລົງຢ່າງເປັນທາງການໃດໆ.ເຖິງຢ່າງໃດກໍ່ຕາມ,ວາຣະກອງປະຊຸມ ແມ່ນເຕັມໄປດ້ວຍ : ສົງຄາມໃນຢູເຄຣນ, ວິກິດການພະລັງງານໃນຕາເວັນອອກກາງ, ແລະ ການໂອນເຕັກໂນໂລຢີທີ່ຣະອຽດອ່ອນ.~ຂ່າວຈາກວິທະຍຸຝຣັ່ງສາກົນ~RFI