“ໃນມື້ນີ້ ຮັຖບານລາວໄດ້ສະນັບສະນູນສິດທິເດັກ ຕາມທີ່ໃຫ້ສັນຍາຕໍ່ປະຊາຄົມໂລກແລເວຫຼືບໍ່?~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation”

https://www.facebook.com/100066378376617/posts/pfbid0VEY5NH5HdEDS9sMr5uiixSr8NhK1Hp3aeLCMfNTbifcDaCnAtVNEXyeVXZM9pxXhl/

ໃນມື້ນີ້ ລັດຖະບານລາວໄດ້ສະໜັບສະໜູນສິດທິເດັກ ຕາມທີ່ໃຫ້ສັນຍາຕໍ່ປະຊາຄົມໂລກແລ້ວຫຼືບໍ່?~ຂ່າວ
ຈາກມຸນິທິມະນຸດສະຍະ~Manushya Foundation

ສິດທິເດັກ ເປັນສິດທິມະນຸດຂັ້ນພື້ນຖານທີ່ບັງຄັບໃຊ້ກັບເດັກໂດຍສະເພາະ ເຊິ່ງໝາຍເຖິງ ບຸກຄົນທີ່ມີອາຍຸຕ່ຳກວ່າ 18 ປີ. ສິດເຫຼົ່ານີ້ໄດ້ຮັບການຍອມຮັບເພື່ອໃຫ້ແນ່ໃຈວ່າເດັກນ້ອຍມີໂອກາດທີ່ຈະເຕີບໃຫຍ່ ພັດທະນາ ແລະ  ມີສ່ວນຮ່ວມໃນທຸກດ້ານຂອງຊີວິດໃນສະພາບແວດລ້ອມທີ່ປອດໄພ ແລະ ເອື້ອອຳນວຍ.

ອະນຸສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ (CRC) ເຊິ່ງໄດ້ຮັບການຮັບຮອງໃນປີ 1989 ເປັນຂໍ້ຕົກລົງສິດທິມະນຸດລະຫວ່າງປະເທດທີ່ໄດ້ຮັບການຮັບຮອງຫຼາຍທີ່ສຸດ ເຖິງ 196 ປະເທດ. ຂໍ້ຕົກລົງນີ້ ເປັນການທີ່ຜູ້ນຳທົ່ວໂລກໄດ້ມາຮ່ວມໃຫ້ສັນຍາກັບເດັກທຸກຄົນ ທຸກລຸ້ນ ວ່າຈະໃຫ້ການຄຸ້ມຄອງດູແລ ຢ່າງສຸດຄວາມສາມາດ ແລະ ເທົ່າທຽມກັນ ຕາມສິດທິເດັກຂັ້ນພື້ນຖານ 4 ຫົວຂໍ້ຫຼັກດັ່ງນີ້:

– ສິດທິຈະມີຊີວິດລອດ: ເລີ່ມຕັ້ງແຕ່ເກີດ ເດັກມີສິດທີ່ຈະມີຊີວິດລອດ ໄດ້ຮັບການຈົດທະບຽນເກີດ ມີສິດທີ່ຈະມີຊື່ ໄດ້ສັນຊາດ ແລະ ໄດ້ຮັບການລ້ຽງດູທີ່ດີຈາກຄອບຄົວ ລວມທັງໄດ້ຮັບການປົກປ້ອງຢ່າງເໝາະສົມ. ໂດຍລັດຖະບານມີໜ້າທີ່ຮັບປະກັນສິດເຫຼົ່ານີ້ ແລະ ຈັດຫາບໍລິການຂັ້ນພື້ນຖານຕ່າງໆ ເພື່ອໃຫ້ເດັກມີຊີວິດລອດ ແລະ ເຕີບໃຫຍ່ຢ່າງແຂງແຮງ ບໍ່ໍວ່າຈະເປັນການຈັດການລະບົບສາທາລະນະສຸກທີ່ໄດ້ມາດຕະຖານໃນຍາມເຈັບປ່ວຍ ດ້ານໂພສະນາການກໍຕ້ອງມີອາຫານທີ່ດີ ມີນ້ຳດື່ມທີ່ສະອາດ ແລະ ໄດ້ອາໄສຢູ່ໃນພື້ນທີ່ຊຸມຊົນທີ່ສະອາດ ຕະຫຼອດຮອດໂອກາດເຂົ້າເຖິງການພັດທະນາຕໍ່ໄປໃນອະນາຄົດ.

– ສິດທິການໄດ້ຮັບການປົກປ້ອງຄຸ້ມຄອງ: ເດັກຕ້ອງໄດ້ຮັບການປົກປ້ອງຄຸ້ມຄອງຈາກການໃຊ້ຄວາມຮຸນແຮງທັງຮ່າງກາຍ ແລະ ຈິດໃຈ, ລວມໄປເຖິງການຄຸ້ມຄອງຈາກການໃຊ້ແຮງງານຜິດກົດໝາຍ ການເຮັດວຽກອັນຕະລາຍ ຫຼື ການຖືກປິດກັ້ນການເຂົ້າເຖິງການສຶກສາ ແລະ ໃນເລື່ອງສິ່ງເສບຕິດເຊັ່ນກັນ. ທີ່ສຳຄັນຢ່າງຫຍິ່ງອີກຢ່າງໜຶ່ງແມ່ນຄຸ້ມຄອງຈາກການຄ້າມະນຸດ ແລະ ການລ່ວງລະເມີດທາງເພດ ໂດຍລັດມີໜ້າທີ່ຕ້ອງຟື້ນຟູທັງຮ່າງກາຍ ແລະ ຈິດໃຈໃຫ້ກັບຄືນສູ່ສັງຄົມຢ່າງມີສັກສີ.

– ສິດທິທີ່ຈະໄດ້ຮັບການພັດທະນາ: ເພາະວ່າເດັກນ້ອຍໃນມື້ນີ້ຄືອະນາຄົດຂອງຊາດໃນມື້ໜ້າ ເດັກຈຶ່ງຕ້ອງໄດ້ຮັບການສຶກສາ ຕັ້ງແຕ່ລະດັບປະຖົມ ໄດ້ຮັບຂໍ້ມູນຂ່າວສານຈາກສື່ທີ່ຫຼາກຫຼາຍ ໂດຍມີພໍ່ແມ່ເປັນຜູ້ຊ່ວຍແນະນຳ. ໃນຂະນະທີ່ເດັກທີ່ມີຄວາມຈຳເປັນພິເສດ ເຊັ່ນ: ເດັກພິການ ກໍຕ້ອງໄດ້ຮັບການດູແລໃຫ້ມີຊີວິດທີ່ປົກກະຕິ ໄດ້ຮັບໂອກາດພັດທະນາ ແລະ ການສຶກສາທີ່ເໝາະສົມ ໃຫ້ສາມາດເຕີບໃຫຍ່ເພິ່ງພາຕົນເອງໄດ້ຢ່າງເຕັມສັກກະຍະພາບ.

– ສິດທິໃນການມີສ່ວນຮ່ວມ: ເດັກກໍເປັນສະມາຊິກຄົນໜຶ່ງໃນສັງຄົມ ມີສິດທີ່ຈະມີສ່ວນຮ່ວມໄດ້ຢ່າງເຕັມທີ່ ທັງການສະແດງຄວາມຄິດເຫັນໄດ້ຢ່າງເສລີ ຫຼືເຂົ້າມາມີບົດບາດໃນເລື່ອງຕ່າງໆ ໂດຍສະເພາະກັບເລື່ອງທີ່ສົ່ງຜົນກະທົບ ຫຼື ມີສ່ວນໂດຍກົງກັບເດັກ ຄວາມຄິດຂອງພວກເຂົາຕ້ອງຮັບການພິຈາລະນາຢ່າງຈິງຈັງຕາມຄວາມເໝາະສົມຂອງວຸດທິພາວະຂອງເດັກ.

ຫຼັງຈາກທີ່ຮັບຮູ້ສິດທິພື້ນຖານຂອງເດັກທຸກຄົນທີ່ເກີດມາຄວນໄດ້ຮັບແລ້ວ ມາປຽບທຽບກັບໃນປະເທດລາວ ຍົກກໍລະນີການສຶກສາຂອງເດັກນ້ອຍໃນລາວຂຶ້ນມາ ຕາມສະຖິຕິທີ່ເກັບກຳໂດຍອົງກອນ UNICEF ກ່ຽວກັບການລົງຖະບຽນໃນລະດັບປະຖົມສຶກສາ ຢູ່ທີ່ 98% (ໃນປີ 2017) ລາວໄດ້ປະກາດວ່າ ບັນລຸປະໝາຍການເຂົ້າເຖິງການສຶກສາລະດັບປະຖົມທົ່ວປະເທດ.

ເຖິງແມ່ນວ່າ ສປປ.ລາວ ຈະປະສົບຜົນສຳເລັດໃນເປົ້າໝາຍນີ້ ໃນຂະນະດຽວກັນນັ້ນ ປະເທດລາວກໍຍັງມີສະຖິຕິການສຶກສາທີ່ທຸກຍາກທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ປະມານ 70% ຂອງເດັກນ້ອຍອາຍຸ 5 ປີ ບໍ່ໄດ້ລົງທະບຽນການສຶກສາລະດັບປະຖົມ, ໂດຍເດັກນ້ອຍທີ່ອາໄສຢູ່ຫ່າງໄກຊອກຫຼີກ ແລະ ເດັກນ້ອຍຈາກຄອບຄົວທຸກຍາກ ເປັນກຸ່ມທີ່ບໍ່ໄດ້ຮັບການສຶກສາຫຼາຍທີ່ສຸດ, ຫຼາຍຄົນບໍ່ສາມາດເວົ້າພາສາລາວທີ່ເປັນພາສາກາງໃນການຮຽນຮູ້ຂອງປະເທດລາວໄດ້. ຄູທີ່ສອນລະດັບອະນຸບານ-ປະຖົມມີທັກສະຈຳກັດໃນການສອນ ແລະ ສື່ການຮຽນການສອນຂອງເດັກຍັງມີໜ້ອຍ. ອັດຕາການອອກໂຮງຮຽນແບບຮຽນບໍ່ຈົບ ຂ້ອນຂ້າງສູງໃນລະດັບປະຖົມສຶກສາ.

ເລື່ອງຄຸນະພາບຂອງການສຶກສາລະດັບປະຖົມກໍເປັນອີກຂໍ້ທີ່ຍັງໜ້າກັງວົນ ເພາະມີເດັກທີ່ລົງທະບຽນແລ້ວຮຽນຈົນຈົບປະຖົມພຽງແຕ່ 81.9% (ໃນປີ 2017) ຜົນການຮຽນຮູ້ຂອງນັກຮຽນຍັງຢູ່ໃນລະດັບຕ່ຳ ສົ່ງຜົນໃຫ້ເດັກຍັງຂາດຄວາມຮູ້ ແລະ ທັກສະທີ່ຈຳເປັນ. ຂີດຈຳກັດຄວາມສາມາດຂອງຄູ, ການຂາດສື່ການຮຽນການສອນ ແລະ ການສະໜັບສະໜູນຈາກລັດຖະບານຍັງອ່ອນແອ ເປັນຂໍ້ຈຳກັດ ແລະ ຄວາມທ້າທາຍໃນການພັດທະນາສິດທິການເຂົ້າເຖິງຂໍ້ມູນຂອງເດັກ ທີ່ລັດຖະບານລາວຕ້ອງລົງມືປັບປຸງ ເພື່ອຈະບໍ່ເປັນການຖິ້ມເດັກຄົນໃດໄວ້ທາງຫຼັງ. 

#WeAreManushyan ♾ ມະນຸດເທົ່າທຽມກັນ 

#WhatsHappeningInLaos

#ຖ້າການເມືອງລາວດີ #ລຖບຫຄ