ເຊີນຮ່ວມ”ບຸນອອກພັນສາ”ປະຈຳປີ ໒໐໒໖ ຂອງພີ່ນ້ອງຊາວລາວອົພຍົບໃນນະຄອນຫຼວງປາຣີສ ແລະຊານເມືອງໃນວັນອາທີດ ວັນທີ ໒໕ ຕຸລາ ໒໐໒໖ ນີ້!

🙏 ພຣະ ຍຸດທະໄຊ ຂໍເຊີນຊວນທ່ານດ້ວຍຄວາມຍິນດີ ແລະ ຄວາມເຄົາຣົບ ເຂົ້າຮ່ວມພິທີ “ບຸນອອກພັນສາ” (Hork Phansa) ເຊິ່ງຈະຈັດຂຶ້ນໃນ:
ວັນທີ ໒໕ ຕຸລາ ໒໐໒໖, ເວລາ ໙ໂມງ໓໐ ເຊົ້າ
ທີ່ວັດ Bussy-Saint-Georges.
ວັນອັນສັກສິດນີ້ ເປັນໂອກາດທີ່ພວກເຮົາຈະໄດ້ມາຮ່ວມກັນດ້ວຍຄວາມສະງົບສຸກ, ຄວາມກະຕັນຍູ ແລະ ເມດຕາທັມ ເພື່ອສະແດງຄວາມເຄົາຣົບຕໍ່ຄຳສອນຂອງພຣະພຸທະເຈົ້າ.
ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ຕ້ອນຮັບທຸກທ່ານ ເພື່ອຮ່ວມແບ່ງປັນຊ່ວງເວລາແຫ່ງສັດທາ, ການໄຕ່ຕອງທັມ ແລະ ມິຕະພາບອັນດີງາມນີ້.~ຂ່າວຈາກພຸທສະມາຄົມພຣະສົງຄ໌ລາວທີ່ຝຣັ່ງເສສ