
ຮູ້ບໍ່ວ່າ ພື້ນທີ່ປ່າໃນລາວຖືກທຳລາຍໄປກວ່າ 146,000 ແລະ ເປັນພື້ນທີ່ໃນເຂດປ່າສະຫງວນທີ່ຄວນໄດ້ຮັບການປົກປ້ອງຕາມກົດໝາຍ?
ໃນປີ 2025 ລາວມີອັດຕາການຕັດໄມ້ທຳລາຍປ່າສູງສຸດເມື່ອທຽບກັບປະເທດອື່ນໆໃນພາກພື້ນແມ່ນ້ຳຂອງ ໂດຍສູນເສຍພື້ນທີ່ຕົ້ນໄມ້ປົກຄຸມໄປເຖິງ 230,200 ເຮັກຕາ ເຊິ່ງທຽບເທົ່າກັບ 1% ຂອງພື້ນທີ່ໝົດປະເທດ, ເຖິງວ່າຕົວເລກລວມນີ້ຈະຫຼຸດລົງ 34% ຈາກປີກ່ອນໜ້າ ແຕ່ທີ່ໜ້າສະຫຼົດໃຈຄືປະມານ 1 ໃນ 3 ຂອງພື້ນທີ່ຫາຍໄປນັ້ນແມ່ນປ່າທຳມະຊາດດັ້ງເດີມທີ່ມີຄວາມອຸດົມສົມບູນ ແລະ ເປັນຫົວໃຈສຳຄັນຂອງລະບົບນິເວດ ແລະ ທີ່ສະທ້ອນໃຫ້ເຫັນເຖິງຊ່ອງໂຫວ່ຂອງການຈັດການຊັບພະຍາກອນຢ່າງຊັດເຈນທີ່ສຸດຄື ພື້ນທີ່ປ່າເກືອບ 146,000 ເຮັກຕາທີ່ຖືກທຳລາຍ ລ້ວນແຕ່ຕັ້ງຢູ່ໃນເຂດພື້ນທີ່ອະນຸລັກ ໂດຍສະເພາະໃນເຂດແຂວງບໍລິຄຳໄຊພາກກາງ ແລະ ແຂວງຫຼວງພະບາງພາກເໜືອ ທີ່ຜະເຊີນກັບການທຳລາຍລ້າງຮຸນແຮງທີ່ສຸດໃນປີດັ່ງກ່າວ. ເສດຖະກິດຜູ້ຮ້າຍຕົວໃໝ່ທີ່ເຂົ້າມາແທນທີ່ນາຍທຶນຄ້າໄມ້ຫຼາຍຄົນອາດຄິດວ່ານາຍທຶນຄ້າໄມ້ເຖື່ອນຄືຕົ້ນຕໍຫຼັກຂອງບັນຫາ ແຕ່ຄວາມຈິງຄືໂຄງສ້າງຂອງການທຳລາຍລ້າງໄດ້ປ່ຽນຮູບແບບໄປແລ້ວ ສະຖິຕິຊີ້ໃຫ້ເຫັນວ່າການສົ່ງອອກໄມ້ຈາກລາວໄປຫວຽດນາມຫຼຸດລົງຢ່າງຫຼາຍ ສ່ວນໜຶ່ງແມ່ນຍ້ອນຄວາມຕ້ອງການໄມ້ມີຄ່າຫຼຸດລົງຕາມປະລິມານໄມ້ທີ່ເຂົ້າເຖິງໄດ້ຍາກ ແລະ ຫຼຸດໜ້ອຍຖອຍລົງໄປ. ສາເຫດຫຼັກທີ່ແທ້ຈິງຂອງການຕັດໄມ້ທຳລາຍປ່າໃນລາວເວລານີ້ໄດ້ປ່ຽນມາເປັນ “ການຖາງປ່າເພື່ອປູກພືດຜົນທາງການກະເສດ” ຜືນປ່າກຳລັງຖືກຍູ້ອອກໄປ ແລະ ແທນທີ່ດ້ວຍສວນມັນຕົ້ນ, ກ້ວຍ, ຢາງພາລາ, ກາເຟ ແລະ ທຸລຽນ ເຊິ່ງພືດຜົນເຫຼົ່ານີ້ສ່ວນໃຫຍ່ຖືກສົ່ງອອກໄປຍັງປະເທດຈີນ ໂດຍສະເພາະໃນຊ່ວງການລະບາດຂອງໂຄວິດ-19 ມັນຕົ້ນໄດ້ກາຍເປັນປັດໄຈຫຼັກທີ່ກະຕຸ້ນໃຫ້ເກີດການຂະຫຍາຍພື້ນທີ່ເພາະປູກຢ່າງກວ້າງຂວາງ ການບຸກລຸກຂອງກຸ່ມທຶນກະສິກຳເພື່ອປ້ອນຕະຫຼາດສົ່ງອອກ ກຳລັງກືນກິນລະບົບນິເວດ ແລະ ບຽດບຽນສິດທິໃນທີ່ດິນຂອງຊຸມຊົນທ້ອງຖິ່ນຢ່າງຫຼີກລ່ຽງບໍ່ໄດ້.ວິກິດເຊື່ອງວິກິດເມື່ອການພັດທະນາຄຸກຄາມທັງຜືນປ່າ ແລະສາຍນ້ຳຜົນກະທົບທາງສິ່ງແວດລ້ອມໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຊື່ອມໂຍງກັນຢ່າງແຍກບໍ່ອອກ ການທຳລາຍລ້າງບໍ່ໄດ້ຢຸດຢູ່ແຕ່ເທິງບົກ, ໃນຂະນະທີ່ພື້ນທີ່ປ່າຫາຍໄປ ເສັ້ນເລືອດໃຫຍ່ຢ່າງແມ່ນ້ຳຂອງກໍກຳລັງຖືກຄຸກຄາມຢ່າງໜັກຈາກການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳບໍລິເວນໃກ້ກັບຫຼວງພະບາງ ເຊິ່ງໂຄງການດັ່ງກ່າວກາຍມາເປັນໄພຄຸກຄາມຮ້າຍແຮງຕໍ່ເສັ້ນທາງອົບພະຍົບທີ່ສຳຄັນຂອງປາໃນລະບົບນິເວດແມ່ນ້ຳ.ຢ່າງໃດກໍຕາມ, ຕົວເລກປ່າ 146,000 ເຮັກຕາທີ່ຫາຍໄປໃນເຂດພື້ນທີ່ອະນຸລັກ ບໍ່ແມ່ນພຽງແຕ່ສະຖິຕິທາງສິ່ງແວດລ້ອມທີ່ຫຼຸດລົງ ແຕ່ເປັນພາບສະທ້ອນຂອງການພັດທະນາທີ່ເນັ້ນຜົນກຳໄລທາງເສດຖະກິດເໜືອຄວາມຍືນຍົງ ເຖິງເວລາທີ່ເຮົາຕ້ອງກັບມາຕັ້ງຄຳຖາມເຖິງການບັງຄັບໃຊ້ກົດໝາຍ ແລະ ການປົກປ້ອງສິດທິທາງສິ່ງແວດລ້ອມວ່າ ການຂະຫຍາຍພື້ນທີ່ພືດເສດຖະກິດ ແລະ ການສ້າງເຂື່ອນຂະໜາດໃຫຍ່ນັ້ນ… ໃຜຄືຜູ້ທີ່ໄດ້ປະໂຫຍດສູງສຸດ? ແລະ ຊຸມຊົນທ້ອງຖິ່ນຈະຕ້ອງເປັນຜູ້ຈ່າຍລາຄາແພງດ້ວຍຜືນປ່າ, ສາຍນ້ຳ ແລະ ວິຖີຊີວິດໄປອີກດົນປານໃດ?
#WeAreManushyan ♾ ມະນຸດເທົ່າທຽມກັນ
#WhatsHappeningInLaos
.
ອ້າງອີງຈາກ mongabay