“ບຸນກະຖີນສາມັກຄີ ໒໐໒໖ ຂອງພີ່ນ້ອງອົພຍົບລາວ ໃນນະຄອນປາຣີສ ແລະຊານເມືອງ” ໃນວັນທີ ໒໐-໒໑ ພຶສຈິກາ ໒໐໒໖ ທີ່ວັດເວລຸວະນາຣາມ

ຂໍເຊີນຮ່ວມງານບຸນກະຖິນຄັ້ງຍິ່ງໃຫຍ່

ຮຽນ ທ່ານສາທຸຊົນ ແລະ ມິດສະຫາຍທັງຫຼາຍ,

ດ້ວຍຄວາມປິຕິຍິນດີ ແລະ ຄວາມເຄົາຣົບນັບຖືຢ່າງສູງ, ພວກຂ້າພະເຈົ້າຂໍເຊີນຊວນທ່ານເຂົ້າຮ່ວມງານບຸນກຖິນ:

ວັນເສົາ ທີ ໒໑ ພຶສຈິກາ ໒໐໒໖, ເລີ່ມແຕ່ເວລາ ໙ໂມງ໓໐ ເຊົ້າ ເປັນຕົ້ນໄປ.

ງານບຸນນີ້ ເປັນການສະຫຼຸບສິ້ນສຸດຣະຍະເວລາຈຳພັນສາ (Vassa) ເຊິ່ງເປັນຊ່ວງເວລາແຫ່ງການປະຕິບັດທັມເປັນເວລາ ໓ ເດືອນ.

ພວກຂ້າພະເຈົ້າຂໍເຊີນຊວນທ່ານ ພ້ອມດ້ວຍຄອບຄົວ ແລະ ໝູ່ເພື່ອນ ມາຮ່ວມງານໃນມື້ອັນເປັນມຸງຄຸນນີ້ ເພື່ອຮ່ວມກັນສວດມົນພາວະນາ ແລະ ສ້າງສັນສຳພັນໄມຕີຕໍ່ກັນ.
ຫວັງວ່າຈະໄດ້ຕ້ອນຮັບທຸກທ່ານໃນງານດັ່ງກ່າວ!
🙏