
ປະວັດ”ຄວາມເປັນມາຂອງວັນວິສາຂະບູຊາ”
ຄຳວ່າ ວິສາຂະບູຊາ ຫຍໍ້ມາຈາກຄຳວ່າ “ວິສາຂະ ປຸນນະມີດິຖີບູຊາ” ແປວ່າ ການບູຊາໃນວັນເພັງເດືອນ ວິສາຂະ ຫຼື ເດືອນ ໖
ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ ໓ ເຫດການອັດສະຈັນທີ່ສໍາຄັນ ກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ
ໃນວັນເພັງ ຂຶ້ນ ໑໕ ຄໍ່າ ເດືອນ ໖ ແຕ່ກໍນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ ໓ ນັ້ນໄດ້ແກ່:
໑. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະສູດ ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ ໑໐ ເດືອນ ໃກ້ຈະເຖິງເວລາປະສູດ ຕາມປະເພນີນິຍົມຂອງຄົນອິນເດັຍ ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງ ຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຂະ ນະທີ່ກໍາລັງ ເດີນທາງກັບບ້ານ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມຕົ້ນສາລະ ທີ່ສວນລຸມພິນີວັນແລະພຣະນາງໄດ້ປະສູດພຣະໂອຣົດ ໃນທີ່ນັ້ນ ກົງກັບວັນເພັງຂຶ້ນ ໑໕ ຄໍ່າເດືອນ ໖ ປີ ຈໍ ກ່ອນພຸດທະສັກກະຣາດ ໘໐ ປີ ປະສູດໄດ້ ໕ ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າ ສົມປາຖນາ
໒. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ຕັດສະຮູ້ ຫຼັງຈາກອອກບວດໄດ້ ໖ ປີ ເມື່ອພະຊົນມາຍຸ ໓໕ ພັນສາ ເຈົ້າຊາຍສິດທັດຖະ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ ໑໕ ຄໍ່າເດືອນ ໖ ປີລະກາ ກ່ອນພຸດທະສັກກະຣາດ ໔໕ ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດັຍ.
໓ . ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະຣິນິບພານ ພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ ໔໕ ປີ ຈົນມີພຣະຊົນມາຍຸ ໘໐ ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະ ເດັດດັບຂັນທະປະຣິນິບພານ ກົງກັບວັນອັງຄານຂຶ້ນ ໑໕ ຄຳ່ ເດືອນ ໖ ປີ ມະເສັງ
ວັນວິສາຂະບູຊາເປັນວັນສຳຄັນຂອງໂລກ ວັນວິສາຂະບູຊາ ໄດ້ຮັບຮອງຈາກອົງການ ສະຫະປະ ຊາຊາດ ໃຫ້ເປັນວັນສຳຄັນຂອງໂລກ ໃນວັນທີ ໑໕ ທັນວາ ພ.ສ. ໒໕໔໒ (ຄ.ສ. ໑໙໙໙) ໂດຍເອີ້ນ ວັນວິສາຂະບູຊາ ເປັນພາສາອັງກິດວ່າ ( VESAK DAY) ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ຍຶ່ນເລື່ອງສະເໜີ ສະຫະປະຊາຊາດ ພິຈາລະນາ ແລະໄດ້ກຳນົດເອົາ ວັນວິສາຂະບູຊາ ເປັນວັນພັກ ໑ ວັນ ຂອງສະຫະປະຊາຊາດ ແລະ ເປັນວັນພັກຣັຖະການຫຼາຍປະເທດໃນໂລກ.