“ໃນຂະນະນີ້ປະຊາຊົນລາວກ້າທີ່ຈະຕອບໂຕ້ຣັຖະບານລາວຜ່ານສື່ສັງຄົມອອນລາຍ ເຖິງແມ້ວ່າພວກເຂົາຈະສ່ຽງຖືກຕິດຕາມ ແລະ ຖືກຈັບກໍຕາມ.“ ~ຂ່າວຈາກມຸນິທິມະນຸດສະຍະ~Manushya Lao

https://www.facebook.com/61557965518320/posts/pfbid0PoSGPv2QPqCuGPRpvBVCT1SNjnRqVJY9Pf8zTP1aTrPc9YtJV2YN5EoFzKe3hAqMl/

ຖ້າການເມືອງລາວດີ” ແຮັສແທັກທີ່ບໍ່ຄຸ້ນຕາ ແລະ ບໍ່ມີໃຜຄິດວ່າມັນຈະເກີດຂື້ນໃນປະເທດລາວ. 

ເມື່ອສະຖານະການທາງການເມືອງໃນປະເທດໄທກຳລັງດຸເດືອດ ທ່າມກາງແຮັສແທັກຈຳນວນຫຼາຍກ່ຽວກັບການເມືອງໄທ ກໍ່ມີແຮັສແທັກທີ່ບໍ່ແມ່ນຕົວໜັງສືໄທປະກົດຂື້ນໃນນັ້ນ #ຖ້າການເມືອງລາວດີ ຖືກດັນຂື້ນມາໃຫ້ຄົນໄທໄດ້ຕັ້ງຄຳຖາມກ່ຽວປະເທດລາວ ເຊິ່ງພວກເຂົາບໍ່ເຄີຍຮູ້ກ່ຽວກັບການເມືອງໃນປະເທດລາວນັ້ນເປັນແນວໃດ? ພວກເຂົາປົກຄອງກັນແບບໃດ? ແລະ ຕອນນີ້ສະຖານະການມັນເປັນແນວໃດ? 

ມີຄົນໄທເຂົ້າມາສະແດງຄວາມຄິດເຫັນ ແລະ ຕັ້ງຄຳຖາມກັນເປັນຈຳນວນຫຼາຍ ພ້ອມທັງຄົນລາວທີ່ເຂົ້າໄປຕອບຄຳຖາມ ແລະ ອະທິບາຍກ່ຽວກັບສະຖານະການປະເທດຂອງຕົນເອງ, ຈົນຕິດເທຣນທະວິດເຕີ(X)ອັນດັບ 1 ໃນລາວ ແລະ ອັນດັບ 4 ໃນໄທ ເມື່ອເຊົ້າວັນທີ 20 ຕຸລາ 2020 

ຄົນລາວຕ່າງກໍຍົກປະເດັ່ນທີ່ພວກເຂົາບໍ່ສາມາດຮຽກຮ້ອງຫຍັງຈາກລັດຖະບານໄດ້ເລີຍ ຈົນເຮັດໃຫ້ເກີດບັນຫາຕ່າງໆ ບໍ່ວ່າຈະເປັນຄວາມເຫລື່ອມລ້ຳພາຍໃນປະເທດ, ລະບົບການສຶກສາ, ຄ່າຄອງທີ່ສວນທາງກັບຄ່າແຮງຈົນເຮັດໃຫ້ພວກເຂົາຕ້ອງຫນີໄປເຮັດວຽກທີ່ປະເທດໄທຈຳນວນຫຼາຍ ພ້ອມທັງການເຂົ້າມາລົງທຶນຂອງຈີນທີ່ໄດ້ຮັບການສະໜັບສະໜຸນຢ່າງເຕັມທີ່ຈາກລັດຖະບານລາວ ແລະ ບັນຫາອື່ນໆ. 

ແຮັສແທັກດັ່ງກ່າວຕ່າງກໍໄດ້ຮັບຄວາມສົນໃຈຈາກຄົນໃນໂລກອອນລາຍ ໂດຍສະເພາະໃນກຸ່ມໄວລຸ້ນ ແລະ ກຸ່ມໄວເຮັດວຽກບາງສ່ວນ ແຕ່ກໍຍັງຖືວ່າເປັນສ່ວນໜ້ອຍໃນເວລາຕອນນັ້ນ, ເພາະຍັງມີປະຊາຊົນຈຳນວນບໍ່ໜ້ອຍທີ່ຍັງເຊື່ອໝັ້ນໃນລັດຖະບານ ພ້ອມທັງອອກມາປະນາມຜູ້ໃຊ້ທະວິດເຕີ(X) ຕອນນັ້ນວ່າເປັນພວກບໍ່ຮັກຊາດ ແລະ ເປັນພວກລາວນອກທີ່ມາສ້າງຄວາມປັ່ນປ່ວນໃຫ້ກັບປະເທດລາວ ແລະ ບາງສ່ວນກໍບໍ່ຢາກທີ່ຫຍຸ້ງກ່ຽວກັບການເມືອງ ເພາະຢ້ານບັນຫາທີ່ຈະຕາມມາໃນອະນາຄົດ. 

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ. ລາວ) ປົກຄອງດ້ວຍລະບອບຄອມມິວນິສຕ໌ ຫຼື ທີ່ທາງການລາວໃຊ້ຄຳວ່າ ລະບອບປະຊາທິປະໄຕປະຊາຊົນ ມີພັກປະຊາຊົນປະຕິວັດລາວຊີ້ນຳທິດທາງຂອງປະເທດພຽງພັກດຽວ ເຊິ່ງມີອຳນາດສູງສຸດຕັ້ງແຕ່ 2 ທັນວາ 1975 ດ້ວຍລະບອບການປົກຄອງດັ່ງກ່າວເຮັດໃຫ້ປະຊາຊົນລາວບໍ່ກ້າສະແດງຄວາມຄິດເຫັນກ່ຽວການເມືອງ ຫຼື ບໍ່ຢາກຫຍຸ້ງກັບການເມືອງ. 

ໃນປີ 2022 ຫາ 2024 ແຮັສແທັກ ຖ້າການເມືອງລາວດີ ຖືກນຳກັບມາໃຊ້ອີກຄັ້ງທ່າມກາງວິກິດທາງດ້ານເສດຖະກິດທີ່ປະເທດລາວກຳລັງຜະເຊີນຢູ່ນະປະຈຸບັນ ປະຊາຊົນຫຼາຍຄົນເລີ່ມອອກມາສະແດງຄວາມຄິດເຫັນ ແລະ ວິພາກວິຈານຄວາມລົ້ມເຫລຼວຂອງລັດຖະບານລາວຫຼາຍຂື້ນ ຕ່າງຈາກເມື່ອປີ 2020 ແລະ ອະດີດທີ່ປະຊາຊົນຢູ່ໃນຄວາມຢ້ານກົວ, ແຕ່ໃນຂະນະນີ້ປະຊາຊົນລາວກ້າທີ່ຈະຕອບໂຕ້ລັດຖະບານລາວຜ່ານສື່ສັງຄົມອອນລາຍ ເຖິງແມ້ວ່າພວກເຂົາຈະສ່ຽງຖືກຕິດຕາມ ແລະ ຖືກຈັບກໍຕາມ. 

ອ້າງອີງຈາກ VARASARNPRESS

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos #ລຖບຫຄ