“ກຸ່ມFree Laos ກຸ່ມປະຊາທິປະໄຕ ຫາຍຕົວໄປ ແລະຖືກຂ້າເທື່ອລະຄົນ“~ຂ່າວຈາກມຸນິທິມະນຸດສະຍະ~Manushya Lao

https://www.facebook.com/61557965518320/posts/pfbid037b2U8JCmLbgKvYhzN1yp4D2BqJSFjhHZ4a4MGxdymg8nCX9QG8idYmPEwReaKMXcl/

ສະມາຊິກກຸ່ມປະຊາທິປະໄຕ “Free Laos” ເຊິ່ງປະກອບໄປດ້ວຍແຮງງານຊາວລາວ ແລະ ນັກເຄື່ອນໄຫວເພື່ອປະຊາທິປະໄຕທີ່ອາໄສຢູ່ໃນປະເທດໄທ ກາຍເປັນເປົ້າໝາຍສຳຄັນຂອງລັດຖະບານລາວ ເນື່ອງຈາກການເຄື່ອນໄຫວທາງອອນລາຍ ແລະ ອອຟລາຍ.

ຕັ້ງແຕ່ວັນທີ 26 ສິງຫາ 2019 ເປັນຕົ້ນມາ, ທ້າວ ອ໋ອດ ໄຊຍະວົງ ນັກເຄື່ອນໄຫວເພື່ອປະຊາທິປະໄຕ ແລະ ຜູ້ລີ້ໄພໃນບາງກອກໄດ້ຫາຍສາບສູນໄປ. ອ໋ອດ ເຄື່ອນໄຫວເພື່ອເປີດໂປງການລະເມີດສິດທິມະນຸດ ແລະ ການສໍ້ລາດບັງຫຼວງໃນລາວ, ສອງສາມເດືອນກ່ອນທີ່ລາວຫາຍໄປ ອ໋ອດ ໄດ້ພົບລາຍງານພິເສດຈາກອົງການສະຫະປະຊາຊາດກ່ຽວກັບຄວາມທຸກຍາກຂັ້ນຮຸນແຮງ ແລະ ສິດທິມະນຸດຢູ່ບາງກອກ. ນອກຈາກນີ້, ອ໋ອດ ຍັງວາງແຜນທີ່ຈະຈັດການປະທ້ວງໃນລະຫວ່າງກອງປະຊຸມເວທີປາໄຊຂອງປະຊາຊົນອາຊຽນ(ASEAN People’s Forum: APF) ຈັດຂື້ນໃນເດືອນກັນຍາ 2019 ທີ່ປະເທດໄທ.

ຫຼັງຈາກການບັງຄັບບຸກໃຫ້ສູນຫາຍຂອງ ທ້າວ ອ໋ອດ ໄຊຍະວົງ ສະມາຊິກກຸ່ມ #FreeLaos ໄດ້ຍຸຕິການເຄື່ອນໄຫວ ແລະ ອົບພະຍົບໄປປະເທດທີສາມເພື່ອຄວາມປອດໄພລະຫວ່າງປີ 2019 ຫາ 2022. ຢ່າງໃດກໍຕາມ ທ່ານ ຄູນຄຳ ແກ້ວມະນີວົງ ໜື່ງໃນຜູ້ກໍ່ຕັ້ງກຸ່ມ Free Laos ຖືກຕຳຫຼວດໄທຈັບກຸມສົ່ງຕົວກັບປະເທດລາວ ເນື່ອງຈາກລັດຖະບານລາວຕ້ອງການຕົວລາວ ຈາກກິດຈະກຳຂອງລາວທາງອອນລາຍ ແລະ ອອຟລາຍ, ໂຊກດີທີ່ລາວໄດ້ຮັບການປະກັນຕົວ ແລະ ຍ້າຍໄປແຄນນາດາໃນເດືອນມີນາ 2022.

ມູນນິທິມະນຸດສະຍະ ໄດ້ສັງເກດເຫັນການໃຊ້ຄວາມຮຸນແຮງ ແລະ ການປາບປາມນັກເຄື່ອນໄຫວຊາວລາວເພິ່ມຂື້ນໃນປີ 2023, ເຊິ່ງສອດຄ່ອງກັບການເຂົ້າຮັບຕຳແໜ່ງຂອງນາຍົກລັດຖະມັນຕີຄົນໃໝ່ຂອງປະເທດລາວ ສອນໄຊ ສີພັນດອນ ເຊິ່ງເຂົ້າຮັບຕຳແໜ່ງໃນເດືອນທັນວາ 2022 ຄວາມຮຸນແຮງຕໍ່ນັກເຄື່ອນໄຫວກໍທະວີຄວາມຮຸນແຮງຂື້ນ ເປັນການມຸ່ງໄປທີ່ການປາບປາມສຽງຄັດຄ້ານຕ່າງໆ ທີ່ອາດເຮັດໃຫ້ຊື່ສຽງ ແລະ ອຳນາດຂອງລັດອອ່ນເພຍ ໂດຍສະເພາະໃນຊ່ວງທີ່ປະເທດລາວເປັນຕົວແທນປະທານອາຊຽນໃນປີ 2024

ທ້າວ ສະຫວາງ ພວງປະເສີດ ສະມາຊິກອີກຄົນໜື່ງຂອງກຸ່ມ Free Laos ຖືກເຈົ້າຫນ້າທີ່ລາວຈັບກຸ່ມໂດຍເຈດຕະນາ ໃນວັນ 20 ເມສາ 2023 ແຂວງສະຫວັນນະເຂດ, ຂະນະທີ່ເດີນທາງກັບປະເທດລາວ ເພື່ອໄປຢ້ຽມຢາມຄອບຄົວຂອງລາວ. ລາວໄດ້ຮັບການປະກັນຕົວໃນເດືອນກໍລະກົດ 2023 ແລະ ກັບຄືນໄປອາໄສຢູ່ປະເທດໄທ.

ຍິ່ງໄປກວ່ານັ້ນການຄາດຕະກຳ ທ້າວ ບຸນສວນ ກິຕິຍາໂນ, ຜູ້ລີ້ໄພທີ່ໄດ້ຮັບການຮັບຮອງຈາກ UNHCR ແລະ ເປັນສະມາຊິກກຸ່ມ Free Laos ເມື່ອວັນທີ 17 ພຶດສະພາ 2023, ລາວຖືກພົບເປັນສົບໃນປ່າບໍລິເວນຊາຍແດນໄທ-ລາວ ທີ່ຈັງຫວັດອຸບົນຣາຊະທານີ ໜື່ງອາທິດກ່ອນຍ້າຍໄປອອສເຕຣເລຍ.

ຢ່າງໃດກໍຕາມ ຍັງມີນັກເຄື່ອນໄຫວອີກຫຼາຍຄົນທີ່ຫາຍສາບສູນ ແລະ ຖືກຄາດຕະກຳໂດຍບໍ່ມີການເປີດເຜີຍ ແລະ ປິດເປັນຄວາມລັບຕໍ່ສາທະລະນະ.

WeAreManushyan ♾ ມະນຸດເທົ່າທຽມກັນ

WhatsHappeningInLaos

ຖ້າການເມືອງລາວດີ #ລຖບຫຄ