“ອ່ວຍພອນປີໃໝ່ລາວພສ.໒໕໖໗“~ຈາກໜູທອງ ວົງຄຳຫຼ້າ

ແດ່ ເພື່ອນພີ່ນ້ອງ ຊາວລາວທຸກຄົນ

ປີເຖາະ ລັບເລື່ອນຍ້າຍ ກາຍເລີກ ລາໜີ
ປີ ມະໂລງ ມີມາແທນ ທຽບທຽມ ຊົມໃຊ້
ພຣະຍາ ງູ ທົງໄດ້ ສເວີຍປີ ປາງໃໝ່
ເປັນ ອົງພຣະຍອດໄທ້ ຜອງເທົ້າ ຊົ່ວ ການ .

ຂໍສົ່ງພອນ ກ່າວເວົ້າ ໃຫ້ເຖິງທົ່ວ ຄົນລາວ
ຂໍ ໃຫ້ມີ ແສງສີ ສວ່າງໃສ ເໝືອນແກ້ວ
ແນວດີ ຫຍັບມາໃກ້ ແນວຈັງໄຮ ໃຫ້ເຫີນຫ່າງ
ຍູທ່າງ ສຸກຊື່ນຊ້ອຍ ມະໂນແມ້ງ ມ່ວນໃຈ .

ການໃດ ປະກອບສ້າງ ໃຫ້ສົມດັ່ງ ມະໂນນຶກ ນັ້ນທ້ອນ
ພອນອັນໃດ ຊອບທັມ ໃຫ້ເກີດ ມີມາພ້ອມ
ສຸກຊຶ່ນ ເບີຍບານແລ້ວ ໃຫ້ ຫວນຄືນບ້ານເກົ່າ ເຮົາເນີ
ຄິດເຖິງ ລາວພີ່່ນ້ອງ ຜູ້ຍັງ ໄຫ້ເຊັດນ້ຳຕາ ແດ່ທ້ອນ .

ຮັກລາວເຮົາ ໝູ່ເພື່ອນ ທີ່ໄດ້ ແຕກຢາຍໜີ ນຳກັນເນີ
ຍາມເຮົານອນ ເສື່ອນວມ ຢ່າຟ້າວລືມ ສາລາຮັາງ
ຄັນວ່າ ນອນເຮືອນຫ້າງ ຢ່າລືມຄາວ ຕູບໄມ້ໄຜ່
ເປັນຫ່ວງໄຍ ຢູ່ແລ້ວ ຄນິງເລື້ອຍ ຕລອດໄປ ແທ້ເຍີ

ກັມດີ ໃຫ້ລາວໄດ້ ສົມດັ່ງ ໃຈປະສົງ ພຸ້ນເຍີ
ເປັນປີ ພົງພັນລາວ ກ່າວດີ ບໍ່ມີຮ້າຍ
ຢ່າໃຫ້ລາວ ໝາຍຂ້າ ຮາວີ ຄືຄາວກ່ອນ
ຂໍອວຍພອນ ຍາດພີ່ນ້ອງ ໃຫ້ຫາຍເສົ້າ ຕລອດປີ ທ່ານເອີຍ ./.