໑໑ ປີ ກັບການບັງຄັບບຸກຄົນໃຫ້ສູນຫາຍ~ຂ່າວຈາກມຸນິທິມະນຸດສະຍະ~Manushya Lao

https://www.facebook.com/61557965518320/posts/pfbid031LSr3GHVxFaHNrFZsDr8UexZfUJT8m4N25hEd8384urN7D9sriWFQJq5n42zRrF7l/

SombathSomphone ຄວາມລົ້ມເຫລຼວຢ່າງຕໍ່ເນື່ອງ ໃນການບັງຄັບບຸກຄົນໃຫ້ສູນຫາຍຂອງລັດຖະບານລາວ, ທາງການລາວຍັງບໍ່ມີການດຳເນີນການກ່ຽວກັບການບັງຄັບບຸກຄົນໃຫ້ສູນຫາຍ ບໍ່ມີການເປີດເຜີຍລາຍລະອຽດການສອບສວນ, ຂາດຄວາມໜ້າເຊື່ອຖື, ຄວາມເປັນກາງ-ຄວາມໂປ່ງໃສ ແລະ ຊະຕາກຳທີ່ຢູ່ຂອງເຫຍື່ອຂອງການບັງຄັບບຸກຄົນໃຫ້ສູນຫາຍ. 

ທ່ານ ສົມບັດ ສົມພອນ ຜູ້ນຳພາກປະຊາສັງຄົມ ເຊິ່ງຫາຍຕົວໄປເມື່ອວັນທີ 15 ທັນວາ 2012 ຈົນເຖິງປະຈຸບັນກໍຍັງບໍ່ຮູ້ຊະຕາກຳຂອງລາວ, ເຖິງຈະມີການຮຽກຮ້ອງຫຼາຍຄັ້ງຈາກອົງກອນ NGO ລະຫວ່າງປະເທດ ແລະ ກົນໄກສິດທິມະນຸດຂອງອົງການສະຫະປະຊາຊາດໃນຊ່ວງ 11 ປີ ທີ່ຜ່ານມາ, ແຕ່ແນວທາງຂອງລັດຖະບານລາວໃນການຈັດການກັບການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ ຍັງຄົງເມີນເສີຍຢ່າງຕໍ່ເນື່ອງ, ພ້ອມທັງປ່ອຍຂ່າວທີ່ເຮັດໃຫ້ເຂົ້າໃຈຜິດ ແລະ ຂາດເຈດຈຳນົງທາງການເມືອງທີ່ຈະແກ້ໄຂບັນຫານີ້. 

ໃນການຕິດຕາມ CCPR ລັດຖະບານລາວອ້າງວ່າ ”ບໍ່ເຄີຍຢຸດພະຍາຍາມຄົ້ນຫາຄວາມຈິງ” ກ່ຽວກັບຊະຕາກຳຂອງ ທ່ານ ສົມບັດ ສົມພອນ “ເພື່ອນຳຜູ້ກະທຳຜິດເຂົ້າສູ່ຂະບວນການຍຸຕິທຳ” ແຕ່ບໍ່ຍອມເປີດເຜີຍລາຍລະອຽດໃດໆ ກ່ຽວກັບການສອບສວນ ຫຼື ຜົນການສືບສວນ. ນອກຈາກນີ້ເຈົ້າຫນ້າທີ່ຍັງຄົງເພີກເສີຍຕໍ່ຄຳຮ້ອງຂໍຈາກເມຍຂອງ ທ່ານ ສົມບັດ ໃນການແຈ້ງຄວາມຄືບຫນ້າໃດໆກ່ຽວກັບຄະດີສາມີຂອງລາວ. 

ພວກເຮົາເນັ້ນຢ້ຳຮຽກຮ້ອງໃຫ້ທາງການລາວໃຊ້ມາດຕະການທີ່ແທ້ຈິງ ແລະ ມີປະສິດທິພາບເພື່ອພິສູດຊະຕາກຳ ຫຼື ທີ່ຢູ່ຂອງ ທ່ານສົມບັດ ແລະ ເຫຍື່ອລາຍອື່ນໆ ຂອງການບັງຄັບບຸກຄົນໃຫ້ສູນຫາຍໃນປະເທດລາວ ລະບຸຕົວຜູ້ກະທຳຜິດ ແລະ ຈັດກຽມການຍຽວຢາໃຫ້ຄົບຖ້ວນແກ່ເຫຍື່ອ. ນອກຈາກນີ້ພວກເຮົາຍັງຮຽກຮ້ອງໃຫ້ລັດຖະບານລາວໃຫ້ອະນຸສັນຍາລະຫວ່າງປະເທດ ວ່າດ້ວຍການຄຸ້ມຄອງບຸກຄົນ ທຸກຄົນຈາກການຫາຍຕົວໄປໂດຍຖືກບັງຄັບໂດຍທັນທີ ໂດຍບໍ່ສະຫງວນລິຂະສິດ ເຊິ່ງລົງນາມໃນປີ 2008 ແລະ ນຳອະນຸສັນຍາດັ່ງກ່າວໄປໃຊ້ກັບກົດໝາຍ ນະໂຍບາຍ ແລະ ການປະຕິບັດແນວທາງຂອງລັດຖະບານ.

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos 

#ຖ້າການເມືອງລາວດີ #ລຖບຫຄ