“ ຂ້ອຍລອດຊີວິດຈາກການພະຍາຍາມຂ້າໄດ້ ມື້ນັ້ນມັນປ່ຽນຊີວິດຂອງຂ້ອຍໄປຕະຫຼອດການ ຂ້ອຍຈະບໍ່ມີທາງຢຸດການເຄື່ອນໄຫວ ພວກເຮົາຄົນລາວທຸກຄົນຕ້ອງການປະຊາທິປະໄຕ ແລະ ເສຣີພາບ”~ຂ່າວຈາກມຸນິທິມະນຸດສະຍະ~ Manushya Foundation

https://www.facebook.com/61557965518320/posts/pfbid02HtHr4cnxGhgFbn3AwmcnWhA9jwaJPfxd8uMTVyX4g9LrbfzgZ7bhWbSUBrCaz3c6l/

“ຂ້ອຍລອດຊີວິດຈາກການພະຍາຍາມຂ້າໄດ້ ມື້ນັ້ນມັນປ່ຽນຊີວິດຂອງຂ້ອຍໄປຕະຫຼອດການ ຂ້ອຍຈະບໍ່ມີທາງຢຸດການເຄື່ອນໄຫວ ພວກເຮົາຄົນລາວທຸກຄົນຕ້ອງການປະຊາທິປະໄຕ ແລະ ເສລີພາບ” ແຈັກ ແອັດມິນເພຈ ຂັບເຄື່ອນດ້ວຍຄີບອດກ່າວ.

#JusticeForJack ໃນກໍລະນີທີ່ຮ້າຍແຮງທີ່ສຸດຂອງທ້າວ ອານຸຊາ ຫຼວງສຸພົມ ຫຼື ທີ່ຮູ້ຈັກກັນດີໃນຊື່ “ແຈັກ” ນັກເຄື່ອນໄຫວປະຊາທິປະໄຕໄວໜຸ່ມ ຜູ້ທີ່ມີຊື່ສຽງໃນກຸ່ມຄົນຍຸກໃໝ່ໃນເລື່ອງການຮຽກຮ້ອງຄວາມຍຸຕິທຳ ແລະ ສິດທິມະນຸດໃນລາວ ໂດຍລາວໄດ້ຖືກພະຍາຍາມຂ້າ ເມື່ອວັນທີ 29 ເມສາ 2023 ລາວຖືກຍິງສອງຄັ້ງໃນຮ້ານຄາເຟ່ແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ເຊິ່ງເບື້ອງຕົ້ນມີລາຍງານວ່າລາວເສຍຊີວິດແລ້ວ ແຕ່ໃນຄວາມເປັນຈິງລາວຍັງມີຊີວິດຢູ່ ພຽງແຕ່ຄອບຄົວຢ້ານກົວທີ່ຈະເປີດເຜີຍເລື່ອງນີ້ຕໍ່ສາທາລະນະ ເພາະພວກເຂົາຄິດວ່າ ຜູ້ກໍ່ເຫດອາດພະຍາຍາມກັບມາຂ້າລາວອີກຄັ້ງ. 

ຫຼັງຈາກຕຳຫຼວດໄປຢ້ຽມ ແຈັກ ທີ່ໂຮງໝໍ ລາວກໍບໍ່ໄດ້ຮັບການຮັກສາອີກເລີຍ, ເຖິງວ່າລາວຈະໄດ້ຮັບບາດເຈັບສາຫັດ ແຕ່ໃນຂະນະດຽວກັນເຈົ້າຫນ້າທີ່ລາວອ້າງວ່າ  ແຈັກ ຖືກທຳຮ້າຍເນື່ອງຈາກຄວາມຂັດແຍ້ງສ່ວນຕົວ ເຊິ່ງແນ່ນອນເຈົ້າຫນ້າທີ່ພະຍາຍາມປົກປິດຄວາມຈິງທີ່ວ່າ ແຈັກ ຖືກປິດປາກເພາະການເຄື່ອນໄຫວທາງອອນລາຍ. 

ໃນເດືອນມີນາ 2022  ແຈັກ ອານຸຊາ ສ້າງເພຈເຟສບຸກທີ່ມີຊື່ວ່າ “ຂັບເຄື່ອນດ້ວຍຄີບອດ” ເພື່ອສະແດງໃຫ້ລັດຖະບານຮັບຮູ້ເຖິງພະລັງຂອງຄີບອດ ເຊິ່ງເພຈໄດ້ເປັນເວທີສຳລັບການໂຕ້ວາທີທາງການເມືອງຂອງໄວໜຸ່ມເປັນຈຳນວນຫຼາຍ ໂດຍຫຼັກໆ ມຸ່ງເນັ້ນໄປທີ່ເລື່ອງຂອງປະຊາຊົນ, ສິດທິມະນຸດ, ປະເດັນສັງຄົມ ແລະ ຫົວຂໍ້ທີ່ເຊື່ອມໂຍງກັບປະຊາທິປະໄຕ ລວມໄປເຖິງການຜູກຂາດການລົງທຶນຂອງນາຍທຶນ ແລະ ລັດຖະບານຈີນໃນປະເທດລາວ ພ້ອມຍັງມຸ່ງເນັ້ນໃນເລື່ອງຂອງສິດທິດ້ານການສຶກສາຂອງເດັກ ແລະ ເຍົາວະຊົນລາວ ໃນກໍລະນີທີ່ບັນດານັກຮຽນລາວໄດ້ຖືກຄູລະເມີດສິດ, ການໃຊ້ຄວາມຮຸນແຮງທາງຮ່າງກາຍຕໍ່ເດັກນັກຮຽນ ໂດຍໃຊ້ແຮັສແທັກ #ສຽງຂອງພວກເຮົາ ນອກຈາກນີ້ເພຈຍັງເວົ້າເຖິງສິ່ງແວດລ້ອມ ໂດຍປະນາມມົນລະພິດທາງຄວັນໃນຊ່ວງລະດູເຜົາ ແລະ ສະໜັບສະໜູນສິດຂອງກຸ່ມ LGBTQIA+

ແຈັກ ຍັງເປັນໜື່ງໃນແອັດມິນເພຈ “ສທລ” ທີ່ສົ່ງເສີມສິດທິມະນຸດໃນປະເທດລາວ ການຖືກກົດຂີ່ຈາກອຳນາດຜະເດັດການຄອມມິວນິສຕ໌ ແລະ ເວົ້າເຖິງປະເດັນທີ່ຄ້າຍຄືກັນກັບ “ຂັບເຄື່ອນດ້ວຍຄີບອດ” ໂດຍມີອຸດົມການດຽວກັນນັ້ນຄື “ປະຊາທິປະໄຕ” ແລະ ຍັງເປັນຜູ້ກໍ່ຕັ້ງກຸ່ມ “Laos Drama” ທີ່ມີສະມາຊິກ 7000 ກວ່າຄົນ ເປັນທີ່ລວມຕົວຂອງໄວໜຸ່ມລາວຈຳນວນຫຼາຍໃນການຂັບເຄື່ອນປະເດັນສັງຄົມ ແລະ ແລກປ່ຽນແນວຄິດມຸມມອງທາງການເມືອງ, ສິດທິມະນຸດ, ເພດ, ປະຊາທິປະໄຕ ແລະ ອື່ນໆ.

ເນື່ອງຈາກ ແຈັກ ອອກມາຕໍ່ຕ້ານການລະເມີດສິດທິມະນຸດຢ່າງເປີດເຜີຍ ລາວຈຶ່ງໄດ້ຮັບຂໍ້ຄວາມຂົ່ມຂູ່ທາງອອນລາຍຈາກບັນຊີເຟສບຸກປອມຈຳນວນຫຼາຍ. ເຊິ່ງປຽບເໝືອນຫຸ່ນຍົນທາງການເມືອງທີ່ມັກສົ່ງຂໍ້ຄວາມໂດຍກົງ ເຖິງເຟສບຸກສ່ວນຕົວໃຫ້ປິດເພຈ “ຂັບເຄື່ອນດ້ວຍຄີບອດ” ນອກຈາກນີ້ຍັງມີການຕາມສືບຫາ ແຈັກ ຢູ່ທີ່ມະຫາວິທະຍາໄລທີ່ລາວຮຽນ ແລະ ບອກໃຫ້ຄູປະຈຳຫ້ອງຕັກເຕືອນໃນສິ່ງທີ່ ແຈັກ ກຳລັງເຮັດຢູ່. ໃນເດືອນຕຸລາ 2022 ລາວໄດ້ຮັບການຂົ່ມຂູ່ຄາດຕະກຳຄັ້ງສຸດທ້າຍ ເຕືອນໃຫ້ ແຈັກ ອອກນອກປະເທດເພາະຈະຖືກຂ້າ ຖ້າຫາກບໍ່ຢຸດການເຄື່ອນໄຫວທາງອອນລາຍ. ຫຼັງຈາກຖືກຕິດຕາມທາງອອນລາຍເປັນເວລາໜື່ງປີ ທາງການເລີ່ມຕິດຕາມຢ່າງຈິງຈັງໃນເດືອນມັງກອນ 2023 

ການພະຍາຍາມຂ້າ ແຈັກ ຢ່າງໂຫດ ເປັນເຫດການລ່າສຸດຂອງການໂຈມຕີທີ່ຄ້າຍຄືກັນໂດຍມຸ້ງເນັ້ນໄປທີ່ນັກເຄື່ອນໄຫວດ້ານສິດທິມະນຸດຊາວລາວ ທີ່ອອກມາຕໍ່ຕ້ານລັດຖະບານຜະເດັດການ ເປັນວົງຈອນຄວາມຮຸນແຮງທາງການເມືອງ ແລະ ການປາບປາມຜູ້ເຫັນຕ່າງຢູ່ພາຍໃນປະເທດ ເຫດການນີ້ຢືນຢັນວ່າເຈົ້າໜ້າທີ່ລາວ ມີປະຫວັດການຂົ່ມຂູ່ປາບປາມ ແລະ ເຮັັດໃຫ້ບັນດານັກເຄື່ອນໄຫວ, ນັກປົກປ້ອງສິດທິມະນຸດຫາຍສາບສູນໄປໂດຍໄຮ້ຮ່ອງຮອຍ ລວມເຖິງການມີສ່ວນຮ່ວມໃນການປາບປາມນັກເຄື່ອນໄຫວຂ້າມຊາດ ເພື່ອປົກປິດສຽງຂອງຄົນສ່ວນໜ້ອຍ ໃນກຸ່ມຂອງຜູ້ອົບຜະຍົບ ແລະ ຜູ້ລີ້ໄພ. 

“ເຮົາໄດ້ຮັບການຊີ້ບອກຢ່າງຊັດເຈນວ່າການພະຍາຍາມຄາດຕະກຳ ແຈັກ ນັ້ນເປັນການກະທຳຜິດ ໂດຍຢູ່ໃນມືຂອງທາງການລາວທີ່ຈະຢຸດຢັ້ງຂະບວນການໄວໜຸ່ມເພື່ອປະຊາທິປະໄຕ ທີ່ຈະເຕີບໃຫຍ່ມາຈາກພາຍໃນປະເທດ ສຽງຂອງຄວາມຂັດແຍ້ງບໍ່ອາດລະງັບໄດ້ດ້ວຍກະບອກປືນ” ເອມິລີ ປາລາມີ ປຣະດິຈິດ ຜູ້ກໍ່ຕັ້ງ ແລະ ກຳມະການ ບໍລິຫານມູນນິທິ ມະນຸສະຍະ ກ່າວ…. 

ປະຈຸບັນຄະດີຂອງ ແຈັກ ອານຸຊາ ຈະຄົບປີໜື່ງແລ້ວ ແຕ່ກໍຍັງບໍ່ມີຄວາມຄືບຫນ້າໃນການສືບສວນ ແລະ ຫາຜູ້ກໍເຫດ ມີພຽງແຕ່ຄຳຖະແຫຼງການກ່າວອ້າງວ່າ ແຈັກ ນັ້ນມີຂໍ້ຂັດແຍ້ງທຸລະກິດ ແລະ ບັນຫາຊູ້ສາວພຽງເທົ່ານັ້ນ.

#WeAreManushyan  ∞ ມະນຸດເທົ່າທຽມກັນ

#ຂັບເຄື່ອນດ້ວຍຄີບອດ #ຖ້າການເມືອງລາວດີ