






ອົງສຸດທ້າຍສເດັດເຈົ້າບຸນອູ້ມ ນະຈຳປາສັກດ໌ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 13

ຣາຊວົງສ໌ຈຳປາສັກດ໌ຢູ່ທົ່ວທຸກມູມໂລກ ນອກຈາກຂອງຂວັນທີ່ເປັນຮູບພາບອັນນີ້ໃວ້ໃຫ້ເປັນການຄົ້ນຄ້ວາສືກສາ ແລະຮຽນຮູ້ຂອງພົງສາວະດານລາວ ແຫ່ງຣາຊວົງສ໌ຈຳປາສັກດ໌ ໂດຍແມ່ນພຣະຣາຊຄຣູຫລວງຍອດແກ້ວໂພນສະເມັກ(ຍາຄຣູຂີ້ຫອມ) ຊື່ງເປັນອົງພຣະປະຖົມມະເລີກ ເຈົ້າຄອງນະຄອນຈຳປາສັກດ໌ ສືບຕໍ່ກັນມາ ຈົນມາເຖີງສມັຍສົມເດັດເຈົ້າຍຸຕິທັມມະທອນ (ເຈົ້າຄຳສຸຂ)ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 11 ຕໍ່ມາກໍແມ່ນສເດັດເຈົ້າຣາຊດານັຍ (ເຈົ້າຫຍຸຍ) ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 12 ແລະອົງສຸດທ້າຍກໍແມ່ນສເດັດເຈົ້າບຸນອູ້ມ ນະຈຳປາສັກດ໌ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 13. ແລະກໍມີຫລາຍໆຄົນທີ່ຢາກຮຽນຮູ້ ລະຫວ່າງ “ຣາຊວົງ ຈຳປາສັກດ໌ກັບ ຣາຊວົງສ໌ຫລວງພຣະບາງ “ມີຄວາມໝາຍແຕກຕ່າງກັນຢ່າງໃດ? ຄຳຕອບກໍຄືອັນດຽວກັນ ຊື່ງມາຈາກສົມເດັດເຈົ້າສຸຣິຍະວົງສາ ທັມມິກະຣາຊ ມະຫາຣາຊ ນັ້ນເອງ ທາງ ຣາຊວົງສ໌ຈຳປາສັກດ໌(ເປັນຫລານພໍ່ເຖົ້າ)ສ່ວນທາງ ຣາຊວົງສ໌ຫລວງພຣະບາງ(ເປັນຫລານປູ່)ນັ້ນເອງ. ຂໍຝາກໃວ້ໃຫ້ບັນດາລູກຫລານທີ່ເກີດໃໝ່ໃຫຍ່ລຸນໄດ້ສືກສາ,ຮັບຊາບຈະໄດ້ຮຽນຮູ້ໃວ້ໃນອະນາຄົດແລະຈະໄດ້ສືບທອດກັນຕໍ່ໄປ ເປັນຫ່ວງຄົນລາວທີ່ເກີດຢູ່ຕ່າງປະເທດ ຈົ່ງຢ່າໄດ້ດູຖູກພາສາລາວຕົນເອງວ່າບໍ່ສຳຄັນກໍຄື ເວົ້າ, ອ່ານ ແລະຂຽນຈະຕ້ອງໃຫ້ເປັນ ເພາະທຸກຄົນເກີດມາບໍ່ມີໃຜຫລີກລ້ຽງຄວາມຕາຍໄປໄດ້ຈັກຄົນເມື່ອວັນນັ້ນມາເຖີງ. ຂໍຈົ່ງໄດ້ສ້າງແຕ່ຄຸນງາມຄວາມດີເອົາໃວ້ ຄວາມຮູ້ຕ້ອງໄດ້ຮຽນຮູ້ ອັນສວ່ນຄວາມດີນັ້ນຕ້ອງໄດ້ສ້າງເອົາເອງຄື ຄວາມດີຊນະທຸກສີ່ງ ຄວາມຈິງຊນະທຸກຢ່າງນັ້ນເອງ ຂໍຂອບໃຈທຸກໆທ່ານທີ່ໂປຣດໄດ້ຕິດຕາມ ດ້ວຍຄວາມປາຖນາດີ ຄວາມຮັກແພງແລະນັບຖືຢ່າງສູງ.
ກ່ຽວກັບ ຣາຊວົງສ໌ຈຳປາສັກດ໌ຂໍໃຫ້ຮູ້ຈັກກັນໃວ້ ກໍຄື ສເດັດເຈົ້າຣາຊດານັຍ (ເຈົ້າຫຍຸຍ)ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 12 ຊົງມີພຣະຣາຊໂອຣົດທັງໝົດ 8 ພຣະອົງ ແລະພຣະຣາຊທິດາທັງໝົດ 10 ພຣະອົງ ດັ່ງມີຊື່ຕໍ່ລົງໄປນີ້ຄື:
1. ເຈົ້າຊາຍບຸນອູ້ມ 2. ເຈົ້າຊາຍບຸນເອື້ອ 3.ເຈົ້າຊາຍສົມບູນ (ເສັຽຊີວິດແຕ່ຍັງເຍົາໃວ) 4.ເຈົ້າຊາຍບຸນອ້ອມ 5. ເຈົ້າຊາຍບຸນໂຮມ 6. ເຈົ້າຊາຍສີໂຣເມ 7. ເຈົ້າຊາຍ ສັລປຣະສິທ ແລະ 8. ເຈົ້າຊາຍສັກ
ແລະພຣະຣາຊທິດາທັງໝົດ 10 ພຣະອົງ ດັ່ງມີຊື່ຕໍ່ລົງໄປນີ້ຄຶ:
1.ເຈົ້າຍິງບຸນຊູ 2.ເຈົ້າຍີງບຸນນ້ອມ 3.ເຈົ້າຍີງບຸນຮຽງ 4.ເຈົ້າຍີງບຸນເຮືອງ 5. ເຈົ້າຍີງຣັຕະນະນາຣີ 6. ເຈົ້າຍີງມະນີລຳໄພ 7. ເຈົ້າຍີງບຸນລົ້ນ 8. ເຈົ້າຍີງບຸດສະບາຫລີ 9. ເຈົ້າຍີງຜ່ອງໃສສຸດາຈັນ ແລະ10.ເຈົ້າຍີງຈິຕປຣະສົງ.
ຂໍມອບແດ່ບັນດາລູກຫລານ ແລະຜູ່ທີ່ສົນໃຈໄດ້ຮັບຊາບ ຈະບໍ່ໄດ້ສັບສົນ ຂໍສແດງມາດ້ວຍຄວາມເຄົາຣົບ ແລະນັບຖືຢ່າງສູງ.
ຮູບຈາກຊ້າຍ:ເຈົ້າວັນນະຣາຊ, ເຈົ້າສັກດາ, ເຈົ້າກຸມພົລສັກ, ເຈົ້າວັນນະສັກ, ເຈົ້າຫາລືສັກ ຊົງເປັນລຸ້ນທີ 8 ຂອງຣາຊວົງສ໌ ຈຳປາສັກດ໌ຊື່ງເປັນຫລານຂອງສເດັດເຈົ້າຣາຊດານັຍ(ເຈົ້າຫຍຸຍ) ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 12.

ຂໍຝາກໃວ້ແດ່ບັນດາລູກຫລານທີ່ເກີດໃໝ່ໃຫຍ່ລຸນຈະໄດ້ຮຽນຮູ້ກ່ຽວກັບ ຣາຊວົງສ໌ລ້ານຊ້າງຫົ່ມຂາວ ຈຳປາສັກດ໌ກ່ອນສມັຍປີ 1975 ແຫ່ງພຣະຣາຊອນານາຈັກລາວ ຊົງມີ 3 ອົງສເດັດແຫ່ງຣາຊວົງສ໌ຈຳປາສັກດ໌ຄື:
1. ສເດັດເຈົ້າບຸນອູ້ມ ນະຈຳປາສັກດ໌ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 13 ແລະຕໍ່ມາ ເຈົ້າອົງຕຣວດຣາຊການແຜ່ນດີນຕາງພຣະເນຕພຣະກັນພຣະບາດສົມເດັດພຣະເຈົ້າມະຫາຊີວິດ ແລະກໍເປັນອົງຖ້ວນ 3 ຂອງປະເທດລາວຫລັງຈາກອົງມົງກຸດຣາຊກຸມມານ.
2. ສເດັດເຈົ້າບຸນເອື້ອ ນະຈຳປາສັກດ໌ຜູ້ແທນຣາຊດອນແຂວງເຊໂດນ, ອາດີດເລຂາທິການສຳນັກງານຕຣວດຣາຊການແຜ່ນດິນພາກໃຕ້ຫົວໜ້າຜູ້ແທນພາກໄຕ້, ຮອງປະທານສພາແຫ່ງຊາຕ.
3. ສເດັດເຈົ້າບຸນອ້ອມ ນະຈຳປາສັກດ໌ຜູ້ແທນຣາຊດອນແຂວງຈຳປາສັກດ໌, ຣັຖມົນຕຣີກະຊວງທັມມະການ.
ເນື່ອງຈາກເຈົ້າເຮືອນຍີງ ຈິຕປຣະສົງ ນະຈຳປາສັກດ໌ໄດ້ເຖີງແກ່ພິລາລັຍແລະຊົງເປັນພຣະຣາຊທິດາອົງສຸດທ້າຍຂອງ ສເດັດເຈົ້າຣາຊດານັຍ(ເຈົ້າຫຍຸຍ)ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 12. ພຣະອົງມີ 4 ພຣະຊາຍາດ້ວຍກັນແລະໄດ້ຈັດຕາມອາຍຸດັ່ງນີ້ຄື:
1.ເຈົ້າເຮືອນຍີງບຸນຊູ
2.ເຈົ້າຊາຍບຸນອູ້ມ
3.ເຈົ້າຊາຍບຸນເອື້ອ
4.ເຈົ້າຊາຍສົມບູນ (ແຕ່ໜ້າເສັຽດາຍທີ່ໄດ້ເສັຽຊີວິດແຕ່ຍັງເຍົາໄວທີ່ໂຮງຮຽນ Lycée ໄຊງ່ອນ ຫວຽດນາມ).
5.ເຈົ້າຊາຍບຸນອ້ອມ
6.ເຈົ້າຊາຍບຸນໂຮມ
7.ເຈົ້າເຮືອນຍີງບຸນນ້ອມ
8.ເຈົ້າເຮືອນຍີງບຸນຮຽງ
9.ເຈົ້າເຮືອນຍີງບຸນເຮືອງ
10.ເຈົ້າຊາຍສີໂຣເມ
11.ເຈົ້າເຮືອນຍີງຣັຕນະນາຣີ
12.ເຈົ້າເຮືອນຍີງມະນີລຳໄພ
13.ເຈົ້າເຮືອນຍີງບຸນລົ້ນ
14.ເຈົ້າເຮືອນຍີງບຸສບາຫລີ
15.ເຈົ້າເຮືອນຍີງຜ່ອງໃສສຸດາຈັນ
16.ເຈົ້າຊາຍສັນປຣະສິທ
17.ເຈົ້າເຮືອນຍີງຈີຕປຣະສົງ
18.ເຈົ້າຊາຍສັກ
ທີ່ເຫລົ່າມານີ້ກໍຈະໄດ້ເຫັນຊື່ ເຈົ້າເຮືອນຍີງຈິຕປຣະສົງທີ່ເປັນພຣະຣາຊທິດາອົງສຸດທ້າຍທີ່ໄດ້ເຖີງແກ່ພິລາລັຍ ແລະທຸກພຣະອົງຄ໌ກໍໄດ້ຈາກໂລກນີ້ໄປແລ້ວ ນີ້ກໍຄືລຸ້ນທີ 7 ແຫ່ງ ຣາຊວົງສ໌ຈຳປາສັກດ໌ອັນດັບຕໍ່ໄປກໍຈະແມ່ນລຸ້ນທີ 8 ຫລືລຸ້ນລູກ ຈະໄດ້ສືບເຊື້ອສາຍຕໍ່ໄປ ແລະຈະບໍ່ມີເຈົ້າອົງອາວຸໂສສືບຕໍ່ໄປເພາະເຈົ້າອົງອາວຸໂສໄດ້ເຖີງແກ່ພິລາລັຍໝົດແລ້ວ.ສນັ້ນຈື່ງໄດ້ແຈ້ງຫລືປະກາດໃຫ້ຜູ້ທີ່ສົນໃຈແຫ່ງຣາຊວົງສ໌ຈຳປາສັກດ໌ທັງນີ້ໂດຍແມ່ນເຈົ້າຊາຍຫາລືສັກ ຊື່ງເປັນພຣະຣາຊໂອຣົດອົງທີ 3 ຂອງສເດັດເຈົ້າບຸນອູ້ມ ໄດ້ຊົງຊາບດີ ຈະໄດ້ຈັດເປັນສາຍໄປ ຫລືໃນສາຍຕຣົງຂອງສເດັດເຈົ້າຣາຊດານັຍ(ເຈົ້າຫຍຸຍ)ເຈົ້າອົງຄອງນະຄອນຈຳປາສັກດ໌ອົງທີ 12 ເທົ່ານັ້ນ.ແລະຈະບໍ່ຄວບກັນເຊັ່ນຕົວຢ່າງ
ຣາຊວົງສ໌ຈຳປາສັກດ໌ສາຍສເດັດເຈົ້າບຸນອູ້ມ, ສາຍສເດັດເຈົ້າບຸນເອື້ອ, ສາຍສເດັດເຈົ້າບຸນອ້ອມ ໂດຍເຫັນພ້ອມຈາກເຈົ້າຊາຍຫາລືສັກ ນະຈຳປາສັກດ໌ໃນລຸ້ນທີ 8 ນີ້. ດັ່ງນັ້ນຂໍໃຫ້ທຸກໆທ່ານໂປຣດຈົ່ງໄດ້ຊາບໃນເລື້ອງນີ້ດ້ວຍ.
ຂໍຂອບໃຈນຳຜູ້ທີ່ສົນໃຈເປັນຢ່າງສູງ ຮັກແພງແລະນັບຖື.
ປລ:ພ້ອມດຽວກັນນີ້ ຂພຈ ຂໍຝາກແດ່ບັນດາລູກຫລານໃນຣາຊວົງສ໌ຈຳປາສັກດ໌ທີ່ເກີດມາຫລັງຈາກປີ 1975 ໄດ້ໄປສືກສາແລະຮຽນຮູ້ກ່ຽວກັບຣາຊວົງສ໌ລ້ານຊ້າງຮົ້ມຂາວ ຈຳປາສັກດ໌ແລະຣາຊວົງສ໌ລ້ານຊ້າງຮົ່ມຂາວຫລວງພຣະບາງ ກໍແມ່ນອັນດຽວກັນນັ້ນເອງ ຊື່ງມາຈາກສົມເດັດເຈົ້າສຸຣິຍະວົງສາ ທັມມິກະຣາຊ ມະຫາຣາຊ ນັ້ນເອງ ເຈົ້າຈຳປາສັກດ໌ຊື່ງເປັນຫລານພໍ່ເຖົ້າ ສ່ວນເຈົ້າຫລວງພຣະບາງເປັນຫລານປູ່ ການເກີດແກ່ເຈັບຕາຍເປັນຂອງທັມມະດາຂອງມະນຸດເມື່ອເຖີງຄາວແລ້ວ ໂດຍບໍ່ມີໃຜຈະຫລີກລ້ຽງໄດ້ຈັກຄົນ ຍັງຄົງເຫລືອໃວ້ແຕ່ຄຸນງາມຄວາມດີທີ່ໄດ້ສ້າງໃວ້ເທົ່ານັ້ນ ສນັ້ນເດັກນ້ອຍໃນວັນນີ້ຄືຜູ້ໃຫຍ່ໃນວັນໜ້ານັ້ນເອງແລະກໍມີຄວາມຮູ້ສູງຫລາຍຄົນດ້ວຍກັນແລະທຽບເທົ້າກັບຕ່າງປະເທດໄດ້ດ້ວຍ ຂໍມອບໃຫ້ລູກຫລານໃວ້ເປັນພົງສາວະດານຂອງປະເທດລາວເປັນມາຢ່າງໃດ? ຂພຈ ຂໍຝາກຝັງນຳບັນດາລູກຫລານທຸກໆຄົນ ຈົ່ງໄດ້ສ້າງແຕ່ຄຸນງາມຄວາມດີມີສີລທັມໃຫ້ແກ່ ເຊື້ອກະສັຕຂອງຄົນລາວທີ່ໄດ້ສືບທອດກັນມາໃນຫລາຍສັຕະວັດ ຊື່ງເປັນຫລັກບ້ານຫລັກເມືອງໃຫ້ ປະຊາຊົນໄດ້ເພີ່ງພາອາໃສເໝືອນດັ່ງລຸ້ນສເດັດປູ່, ສເດັດລູງ, ສເດັດພໍ່ແລະສເດັດອາວ ທີ່ໄດ້ສ້າງມາໃຫ້ເປັນຕົວຢ່າງໃວ້ຢູ່ແລ້ວ ເພື່ອຄວາມກະຈ່າງແຈ້ງໃວ້ໃຫ້ລູກຫລານໄດ້ໄປສືກສາຫາຄວາມຮູ້ ຂໍຂອບໃຈທຸກໆທ່ານທີ່ໂປຣດໄດ້ຕິດຕາມ ຮັກແພງແລະນັບຖືຢ່າງສູງມານະທີ່ນີ້ດ້ວຍ.
PS! ພ້ອມດຽວກັນນີ້ຢາກຂໍຂອບໃຈທ່ານສີສົມເດຊ ສີຫານາດ ທີ່ ຂພຈ ຮູ້ຈັກດີ ຄາວສມັຍໄດ້ຢູ່ປະເທດ France ເປັນເວລາ 13 ປີ້ເຕັມ ທ່ານໄດ້ຮວບຮວມທຸກສີ່ງຢ່າງທີ່ ຂພຈ ໄດ້ບັນລະຍາຍກ່ຽວກັບ ຣາຊວົງສ໌ຈຳປາສັກດ໌ນີ້ໃວ້ໃນຫໍສະໝຸດເພື່ອເຜີຍແຜ່ໃຫ້ຊາວລຸ້ນຫລັງຫລືຜູ້ທີ່ສົນໃຈໄດ້ຮັບຮູ້ນຳ. ດ້ວຍຄວາມຮັກແພງແລະນັບຖືສເມີ. ສ່ວນໃນພາບນີ້ຊົງມີ 6 ສເດັດດ້ວຍກັນຄື:
-ສເດັດເຈົ້າຣາຊດານັຍ(ເຈົ້າຫຍຸຍ) ຊົງມີພຣະອະນຸຊາ 2 ອົງ ຊື່ງຕ່າງພຣະມານດາທັງ 3 ພຣະອົງຄື ສເດັດເຈົ້າສັກປຣະສິທແລະສເດັດເຈົ້າສັກປຣະເສີດ.
-ສ່ວນສເດັດເຈົ້າບຸນອູ້ມ, ສເດັດເຈົ້າບຸນເອື້ອແລະສເດັດເຈົ້າບຸນອອ້ມ ຊົງເປັນພຣະຣາຊໂອຣົດຂອງສເດັດເຈົ້າຣາຊດານັຍ (ເຈົ້າຫຍຸຍ) ນັ້ນເອງ.
ເຈົ້າວັນນະຣາຊ ນະຈຳປາສັກດ໌( ໃນນາມຣາຊວົງສ໌ຈຳປາສັກດ໌ສາຍສເດັດເຈົ້າບຸນເອື້ອ)
ຈາກເຈົ້າວັນນະຣາຊ ນະຈຳປາສັກດ໌~ຜູ້ຣວບຣວມ

ເພັງ”ຈຳປາທານີ” ~ປະພັນໂດຍທ່ານສຸຣິວັດ ຣັດຕະນະສວັນ ~ຮ້ອງໂດຍເຈົ້າປາງຄຳ ~ດົນຕຮີ ເຈົ້າງ່າຄຳ ໜໍ່ຄຳ ~mixing&video:Nichanh Studio
“ຈຳປາທານີ”~ຮ້ອງໂດຍ ວຽງສວັນ
ເພັງ”ຈຳປາທານີ”~ຮ້ອງໂດຍກິວົງ ຈັນທິຍະສັກ :
~ເພັງ”ເຊື້ອສາຍວົງວານ ຈຳປາສັກ“ ~ຮ້ອງໂດຍ ກິວົງ ຈັນທິຍາສັກ :
https://www.facebook.com/kyvong.chanthyasakd/videos/1894970374287620/
ເພັງ”ເຈົ້າ ຄອງນະຄອນຈຳປາສັກ໌ ມີ ໑໓ ພຣະອົງ”.
ປະພັນ-ດົນຕຣີ-ຮ້ອງໂດຍ ກິວົງ
ວົງຣະນາດຣາຊວົງສ໌ຈຳປາສັກດ໌ :

*******************’***********************************************************
ເຈົ້າບຸນອູ້ມ ນະຈຳປາສັກດ໌ ນາຍົກຮັຖມົນຕຮີລາວ ຄົນທຳອີດຫຼັງຈາກໄດ້ຮັບເອກຣາດຈາກຝຣັ່ງເສດໃນປີ໑໙໔໙:

ຣາຊວົງສ໌ຈຳປາສັກ




https://www.facebook.com/sisomdeth.syhanath/videos/1126262295697528
ໄດ້ມີປື້ມເປັນພາສາອັງກີດ :ໃໝ່, ປະຫວັດສາດ ແລະ ມໍຣະດົກຂອງລາວ, “ຈຳປາສັກ ແລະ ອະທິປະໄຕ” ໂດຍ ອຽນ ກ. Baird, ສາດສະດາຈານ ແລະນັກຄົ້ນຄວ້າ, ພາກວິຊາພູມສາດ, ການສຶກສາອາຊີຕາເວັນອອກສຽງໃຕ້, ມະຫາວິທະຍາໄລ Wisconsin-Madison, ສະຫະຣັດອາເມຣິກາ. ວັນທີຈຳຫນ່ວຍ: ເດືອນທັນວາ ໒໐໒໔.
Nouveau , Histoire et Patrimoine du Laos .”Champassak Royalty and Sovereignty” de Ian g. Baird , professeur et chercheur , département de Géographie , Southeast Asian Studies , Université de Wisconsin – Madison , USA . Date de parution , Décembre 2024





ປວັດຄວາມເປັນມາຂອງຣາຊວົງສ໌ຈຳປາສັກດ໌ ເປັນພາສາອັງກິດຈາກ Wikipedia :
https://en.m.wikipedia.org/wiki/Kingdom_of_Champassak
The House of Champassak or the Na Champassak family (Lao: ນະ ຈຳປາສັກ; Thai: ณ จัมปาศักดิ์, RTGS: Na Champasak) was an important Lao royal house, descendants of Chao Yuttithammathon (Kham Souk), the 11th King of the Kingdom of Champassak whose prominent members include Prince Boun Oum Na Champassak and Prince Sisouk na Champassak. It was the ruling house of the former Kingdom of Champassak, with territories reaching on both banks of the Mekong river.
The Champassaks were one of the most important and wealthy families in Laos.[3] Along with other leading families of Southern Laos and Chinese businessmen working in the opium trades, they dominated political and economic life in Southern Laos. At the time they were the national symbol and rallying point of the Laotian right centered around Prince Boun Oum na Champassak.
- King Ratsadanay, last King of Champassak. Died in June 1946, in the Bassac River.
- Chao Boun Oum na Champassak, Prime Minister of Laos. Died in 1981, in France.
- Prince Sisouk na Champassak, Former Finance and Defence Minister, Secretary General of the Royal Government of Laos. Author of Storm over Laos. Died in 1985, in Santa Ana, California, USA.
Kings of Champassak (1713–1904)
Kingdom of Champassak was founded in 1713 when the southern part of the Lan Xang seceded.[2][why?] The remainder of Lan Xang in the north had already split into the Kingdom of Luang Prabangand the Kingdom of Vientiane, in response to the throne being taken over by a nephew of Souligna Vonsa after his death with the help of the Vietnamese army.[2]
Due to a scarcity of information from the periods known as the Post-Angkor Period, the Khorat Plateauseems to have been largely depopulated, and Left Bank principalities began to repopulate the Right. In 1718, a Lao emigration in the company of an official in the service of King Nokasad founded MuangSuwannaphum as the first recorded population of Lao in the Chi River valley—indeed anywhere in the interior of the plateau.[3]
Around 1766, Vorarad-Vongsa, a dignitary in the Kingdom of Vientiane, started a rebellion. His plan failed, but he submitted to the King of Champasak, which led to the conflict between Champasak and Vientiane.[citation needed]
In 1777, King Taksin of Siam sent an invading army to the Kingdom of Vientiane and Champasak, and the kingdom was occupied without major resistance; Champasak were made a dependency of Siam in 1778, joining Luang Prabang and Vientiane.[2] King Pothi (Sayakumane) was taken prisoner to Krung Thep (Bangkok). In 1780, King Sayakumane was allowed to return to Champasak as vassal to the Siamese king. The kings of Champassak were allowed to rule their kingdoms but had to pay tribute, which kings ruled were also chosen by Siam.[2]
At the beginning of the 19th century, and ignoring the worldwide agricultural disaster accompanying the 1816 Year Without a Summer, Bassac was said to be on a prosperous trade route for the outlet for cardamon, rubber, wax, resin, skins, horns, and slaves from the east bank to Ubon, Khorat, and Bangkok.[1]: image 4 The region then fell victim to Siamese and French struggles to extend their suzerainty.
After the Laotian Rebellion of 1826–1829, Suwannaphum lost its status and Champasak was reduced to vassalage. The Siamese-Cambodian War of 1831–1834
- Nokasad (Soysisamout Phoutthangkoun) (1713–1737, grandson of Sourigna Vongsa)
- Sayakumane (1737–1791, son of Nokasat)
- Fay Na (1791–1811, son of Phra Vorarat, not of royal descent appointed by Siam)
- No Muong (1811–1813, son of Fay Na, not of royal descent)
- Manoi (1813–1819, nephew of Sayakoummane)
- Nho (Chao Yo house of Vientiane) (1819–1827, son of King Anouvong, Kingdom of Vientiane)
- 1829–1893 Siam annexes Champassak following the Chao Anouvong Rebellion and confirms subsequent kings
- Huy (1828–1840, great-grandson of Nokasat)
- Nark (1841–1851, brother of Huy)
- Boua (1851–1853 regent, 1853 king, son of Huy)
- Interregnum (1853–1856)
- Kham Nai (1856–1858, son of Huy)
- Interregnum (Chao Chou) (1858–1863)
- Kham Souk (1863–1899) son of Huy, French divide kingdom in 1893.
- Ratsadanay (Nhouy) (1900–1904) son of Khamsouk, his Kingdom was dissolved but he retained his royal title during French colonization; 1905–1934 given title as regional governor.
- Chao Boun Oum (1912-1980), son of Chao Ratsadanay, hereditary prince of Champassak
The Phra Phuttha Butsayarat or Phra Luk Buddha, palladium of the Kingdom of Champasak, Laos. The Phra Butsayarat was brought to the Kingdom of Lan Xang by King Setthathirathfrom the Kingdom of Lan Na in the 16th century, with several other significant statutes. In the 19th century the image was taken by the Kingdom of Siamto Bangkok. It currently resides in the Phra Buddha Rattanasathan (พระพุทธรัตนสถาน) ordination hall at the Grand Palace in Bangkok.