“ບົດນຳຈາກນາຍົກຮັຖມົນຕຮີຄົນທຳອີດຫຼັງໄດ້ເອກຣາດຈາກຝຣັ່ງເສດໃນປີ ໑໙໔໙“

ບົດນໍາ  

ປະຊາຊົນລາວທັງຫຼາຽ ຂໍມອບປື້ມເຫລັ້ມນີ້ໄວ້ແກ່ພວກທ່ານ ແລະເປັນຕົ້ນແກ່ພວກໜູ່ມນ້ຽ ຍິງແລະຊາຽ ທີ່ເປັນຜູ່ກໍາໂຊກຊາຕາຂອງຣາຊອານາຈັກ ໄວ້ໃນອານາຄົຕ ເພາະວ່າອານາຄົຕຂອງປະເທສ ຈະເປັນໄປໄດ້ຢ່າງໃດນັ້ນ ກໍສຸດແລ້ວແຕ່ ການອົບຮົມຂອງຍຸວະຊົນນີ້ເອັງ.
ປື້ມເຫລັ້ມນີ້ ເປັນເສມືອນ ວ່າແມ່ນຄໍາສັ່ງເຕືອນຂອງຊົນລຸ້ນໃຫ່ຽ ເພື່ອປະໄວ້ໃຫ້ແກ່ພວກທ່ານ.
ປະເທສລາວເຮົາ ໄດ້ເຂົ້າສູ່ການເປັນເອກະຣາຊໃໝ່ ພວກທ່ານທັງຫຼາຽ ກໍຮູ້ຮອບຄອບດີ ເຖີງຣະບອບການປົກຄອງໃໝ່ນີ້ ໄດ້ດໍາເນີນດີທະວີຂື້ນໄປ ແລະເປັນໜ້າທີ່ຂອງພວກທ່ານທີ່ຈະຕ້ອງຊ່ວຍເຫຼືອກັນ ເພືອທໍາໃຫ້ຊັພໃນດີນ ສີນໃນນໍ້ານີ້ ເກີດທະວີຄູນຂື້ນເປັນລໍາດັບໄປ.
ບັນດາຂ້າຣາຊການ ບັນດາທະຫານ ບັນດາຊົນຊາວນອກ ບັນດາພໍ່ຄ້າຊາວຂາຍ ແລະບັນດາຊ່າງ ທີ່ມີຝີໄມ້ຝີມື ຂໍທ່ານທັງຫລາຍຈົ່ງພາກັນສໍານືກເຖີງພາລະອັນງາມຂອງພວກທ່ານ.ເຮົາກໍາລັງຕົກຢູ່ໃນສະໃໝອັນເຄື່ອນໄຫວຂອງພົງສາວະດານ ຂອງປະເທສ ຊືງກໍາລັງບັນລຸກະສຽນ ແລະມີອີສຣະພາບແລະກໍາລັງກໍ່ລ້າງສ້າງຕົວ ເພື່ອຄືບເຂົ້າສູ່ຄວາມກ້າວໜ້າ ຂໍທ່ານທັງຫລາຍຈົ່ງພາກັນປະຕິບັດໜ້າທີ່ ຂອງໃຜລາວຢ່າງເຂັ້ມແຂງ.ເພື່ອໃຫ້ປະເທສຂອງເຮົາໄດ້ເຂົ້າສູ່ຄວາມມັ່ງຄັ້ງສົມບູນ ເຮົາກໍາລັງຟື້ນຟູເປັນຄັ້ງໃຫຍ່ປະເທສຂອງເຮົາ.ດັ່ງນັ້ນທ່ານທັງຫລາຍຕ່າງຄົນຈະຕ້ອງຊ່ວຍເຫຼືອໃນການສ້າງຊາຕນີ້.
ທ່ານທັງຫຼາຽຈະຕອ້ງເຮັຽໄຫ້ຄົນທົ່ວໄປຮູ້ວ່າທ່ານເປັນຜູ່ຊາຽ ຊື່ງດີໃນຄວາມຮັບຜິດຊອບ ອັນງາມ
ຊື່ງທ່ານທັງຫຼາຽໄດ້ມີແກ່ໃຈຮັບໄວ້ນັ້ນ.ຣາງວັນຊື່ງທ່ານຈະໄດ້ຮັບເປັນບໍາເໜັດນັ້ນ ເປັນຣາງວັນອັນງົດງາມເລີສ ແລະສົດໃສຍີ່ງກວ່າຣາງວັນໃດໆ : ຣາງວັນນີ້ ຄືຄວາມເຍີ້ຢີ່ງຂອງທ່ານ ຫລັງຈາກໄດ້
ການຮວ່ມມືໃນການສ້າງພາກພູມລາວນີ້.
ວຽງຈັນ ວັນທີ ໒໑ ອົກໂຕບ ໑໙໔໙
ເຈົ້າບຸນອູ້ມ – ນາຍົກ ຣັຖມົນຕຮີ .

ປຶ້ມບົດນຳໃນການເຊັນສັນຍາເອົາເອກຣາດຈາກຝຣັ່ງເສດໃນປີ ໑໙໔໙

http://sayasackp.free.fr/traite.htm

ຄຣີບໃນການເຊັນສັນຍາເອົາເອກຣາດຈາກຝຣັ່ງເສດໃນປີ ໑໙໔໙

https://www.facebook.com/poopituk/videos/282535382169280/