“ ບັນດາຜູ້ນຳຂອງອົງການເນໂຕ້ ໄດ້ພົບປະກັນໃນມື້ນີ້ ທີ່ກຸງ ບຣຸກແຊວ(Brussels) — ນຶ່ງເດືອນ ນັບຕັ້ງແຕ່ການເລີ້ມຕົ້ນ ຂອງການບຸກຮຸກຮານ ຢູເຄຣນ ທີ່ບໍ່ຍຸຕິທັມ ແລະບໍ່ມີເຫດຜົນ ຂອງຣັດເຊັຍ. ພວກ​ເຮົາ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຢູເຄຣນ ດ້ວຍ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ພັຍເພື່ອ​ຕ້ານ​ການ​ລຸກລານ​ຂອງ​ລັດ​ເຊັຍ ແລະຍຶດ​ໝັ້ນ​ສິດ​ປ້ອງ​ກັນ​ຕົວ​ຂອງ​ຕົນ.“

ທີ່​ກອງ​ປະຊຸມ​ສຸດ​ຍອດ NATO ​ໄດ້​ຕັດສິນ​ໃຈ​ສ້າງ​ຕັ້ງ​ກອງ​ທະຫານ​ເພີ່ມ​ອີກ ໔ ກອງ​,ກອງທະຫານ​ຢູ່ Bulgaria, Hungary, Romania, ​ແລະ Slovakia, ​ເຮັດ​ໃຫ້​ຈຳນວນ​ທັງ​ໝົດ​ເປັນ ໘ ກົມກອງ.

ພັນທະມິດນາໂຕ້ ຢືນຢັນຄູ່ຮ່ວມມືກັບຢູເຄຣນໃນການປະຕິບັດສິດທິໃນການປ້ອງກັນຕົນເອງ.ບັນດາ​ພັນທະ​ມິດ​ ຈະ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ​ທາງ​ດ້ານ​ການ​ເມືອງ ​ແລະການ​ປະຕິບັດ​ຕົວ​ຈິງ​ຕື່ມ​ອີກ ດ້ວຍ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ພ​ັຍທາງ​ອິນ​ເຕີ​ແນັດ ​ແລະການ​ປ້ອງ​ກັນ​ພັຍ​ຂົ່ມຂູ່​ທາງ​ເຄມີ, ຊີວະ​ພາບ, ລັງສີ ​ແລະ ນິວ​ຄເຣັຍ.

NATO ນາໂຕ້ກໍາລັງໃຫ້ການສະໜັບສະໜູນທີ່ເໝາະສົມກັບຄູ່ຮ່ວມມື ເພື່ອຕ້ານກັບອິດທິພົນອັນຊົ່ວຮ້າຍຂອງຣັດເຊັຍ. ພັນທະ​ມິດ NATO ຮຽກຮ້ອງ​ໃຫ້​ທຸກ​ຣັຖ,ໃນ​ນັ້ນ​ມີ​ຈີນ, ຊຸກຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ ​ແລະຢຸດຕິ​ການ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ລັດ​ເຊັຍ. ຖະແຫຼງການສະບັບເຕັມ

https://www.facebook.com/1340410427/posts/10222439562801452/