“ຮູບພາບ ແລະປະວັດການກຳເນີດຂອງສະຫະພັນກິລາເຕະບານລາວອົພຍົບທີ່ຝຣັ່ງເສດ ແຕ່໑໙໘໓-໒໐໐໐”

ປະວັດຄວາມເປັນມາຂອງ“ສະຫະພັນກິລາເຕະບານລາວທີ່ເຂດຊານນະຄອນຫຼວງປາຮີສ ທີ່ປະເທດຝຣັ່ງເສດ ໑໙໘໓-໒໐໐໐,໑໗ສົກປີການແຂ່ງຂັນຊິງແຊ້ມປ້ຽນປຳຈຳແຕ່ລະປີ :
ສະຫະພັນກິລາວເຕະບານລາວ ໄດ້ກຳເນີດຂື້ນໃນສົກປີ ໑໙໘໓-໘໔ ເປັນປີເລີ້ມຕົ້ນໃນການຈັດໃຫ້ມີການແຂ່ງຂັນປະ
ຈຳປີ ໄດ້ມີຄນະກິລາລາວຈາກເມືອງຕ່າງໆໃນເຂດອ້ອມແອ້ມນະຄອນຫຼວງປາຮີສ ສົ່ງຄນະເຂົ້າຮ່ວມການແຂ່ງຂັນ
ຄນະທີຢູ່ໄກກວ່າຫມູ່ແມ່ນຄນະລາວທີ່ມັງເຕີລາໂຊລີ ໂດຍການນຳຂອງທ່ານວິຣະສັກ,ເລີ້ມກໍມີ:໑.ຊຽງຂວາງຮ່ວມມິດ
(ອະດິດແມ່ນ“ຄນະ ມິຕສອນລາວສະແຕ໊ງ“)໒.ຄນະຫນອງດ້ວງ ໓.ຄນະລາວມັງເຕີລາໂຊລີ ໔.ຫນຸ່ມລາວພັດຖິ່ນ
໕.ຄນະຮ່ວມເຜົ່າ ໖.ຄນະລາວຊຸມພອນ ໗.ລາວລາຍີ ໘.ອານບາຕໍ ໙.ລາວສຳພັນ ໑໐.ມິດເຊໂດນ ໑໑.ມິຕະພາບລາວ ໑໒.ແມ່ນໍ້າຂອງລາວ ໑໓.ມິຕະສອນກິລາລາວ ໑໔.ລາວຄຳມ່ວນ ໑໕.ສີສັດຕະນາກ ໑໖.ສີໂຄດຕະບອງ ໑໗.ແສງລາວ …
ກັມມະການໄດ້ຈັດໃຫ້ມີຕິຂັນເງີນສົດຫນ່ວຍທຳອິດ ໂດຍໄດ້ໄປຊື້ແທ່ງເງີນ ແລ້ວໄດ້ໃຫ້ຍາພໍ່ຕາດຳ ນາຍຊ່າງຕີເງີນລື່ຊື່ໃນບ້ານມີໄຊ ນະຄອນຫຼວງວຽງຈັນ ຊື່ງເພີ່ນໄດ້ມາພຳນັກທີ່ເມືອງກັງ ພາກໄຕ້ຂອງຝຣັ່ງເສດ ເພື່ອໃຫ້ເປັນຂັນລາງວັນໃຫ້
ກຽດແກ່ຄນະທີຄອງແຊ້ມປ້ຽນປະຈຳປີ ແລະຈະຕ້ອງໄດ້ເປັນແຊ້ມ ໓ຄັ້ງ ຈື່ງຈະໄດ້ຄອງຂັນຫນ່ວຍນີ້ໄປຄອບຄອງເລີຍ.
ສະຫະພັນ ດຳເນີນການແຂ່ງຂັນປະຈຳປີມີຕະລອດທຸກປີນັບແຕ່ສົກ ໑໙໘໓-໘໔ ຫາ ສັກປີ ໑໙໙໙- ໒໐໐໐,ໄດ້ສ້າງຂັນເງີນໃຫ້ແຊ້ມປ້ຽນເຖີງ ໔ຫນ່ວຍ ແລະຕໍ່ມາກໍສ້າງຂັນເງີນເພື່ອຊີງຖ້ວຍລາວຂື້ນເພີ້ມເຕີມນຳ ອີກ ໘ຫນ່ວຍ ໃຫ້ກຽດພຮະຮາຊະທານປີທຳອິດຈາກເຈົ້າຟ້າຊາຍສຸລິວົງ ສວ່າງ ຜູ້ສຳເລັດຮາຊະການແຜ່ນດີນລາວ.

ນັບຕັ້ງແຕ່ເລີ້ມການແຂ່ງຂັນຊີງຊນະເລີດປະຈຳປີມີແຕ່ປີ ໑໙໘໓ ຈົນຮອດປີສຸດທ້າຍໃນປີ ໒໐໐໐ ,ຄນະນັກກິລາທີໄດ້ຄອງຖ້ວຍຂັນເງີນລາວໄປຄອງເລີຍ :

  1. ຄນະໜອງດ້ວງ
  2. ຄນະອັກຊົງສປໍລາວ
  3. ຄນະໜຸ່ມລາວພັດຖິ່ນ
  4. ຄນະຊຽງຂວາງຮ່ວມມິດ
  5. ຮູບນັກກິລາໃນເວບໃຊ້ເກົ່າມາຮອດປີ ໒໐໐໐ :

http://lao.football.free.fr/Juin32000.htm

ຮູບພາຍທີຣະລືກອະດິດນັກກິລາເຕະບານລາວເຂດປາຣີສ ແລະຝຣັ່ງເສດ ປະກອບດົນຕຮີເພັງກິລາລາວ ສ້າງຂື້ນໃໝ່ໂດຍທ່ານແກ້ວນຸວົງ ຊໍ່ຊນະວົງສາ :

໒ ຣູບພາບທີ່ລົງໃນເພສບຸກ Sisomdeth Deth syhanath : https://www.facebook.com/1340410427/posts/10216774674622788/

http://lao.football.free.fr

         -ເພັງກິລາ-

ເນື້ອຮ້ອງທຳນອງ:ທ່ານບຸນຄົງ ປຣະດີຈີດ

ກິລາ ກິລາ ກິລາ ເປັນຢາປຣະເສີດ
ສ້າງຄຸນດີເລີດ ທຳຄົນໃຫ້ເປັນຄົນດີ
ກິລາ ກິລາ ກິລາ ນີ້ມີຄຸນຄ່າມາກມາຍ
ພາຈິດໃຈສະບາຍ ຮ່າງກາຍແຂງແຮງ
ພວກເຮົາຊາວນັກກີລາ ເຮົາມາຮ່ວມສາມັກຄີ
ຕໍ່ສູ້ເພື່ອຊີງເດັ່ນດີ ດ້ວຍນໍ້າໃຈນັກກິລາ
ຈະໄດ້ ຈະເສັຽບໍ່ວ່າ ຕັ້ງຫວັງໃຈສົ່ງເສີມ
ເພື່ອໃຫ້ກິລາຈະເຣີນ ແລະຍຸວະຊົນຊາວລາວແຂງແຮງ.