ບຸນມະຫາກຸສົນ Kermesse ວັນອາທີດ ວັນທີ ໒໕ ມິຖຸນາ ໒໐໒໓ ທີ່ວັດເວລຸວະນາຣາມແຫ່ງເມືອງບຸດຊີ ແຊງຊອກ ເຂດ ໗໗ ຊານນະຄອນຫຼວງປາຣີສ ປະເທດຝຣັ່ງເສດ
Read more
ຂ່າວລາວເສຣີ – Lao – Seri – Libre – Freedom
ຂ່າວ ແລະ ຂໍ້ມູນຂ່າວສານ
ບຸນມະຫາກຸສົນ Kermesse ວັນອາທີດ ວັນທີ ໒໕ ມິຖຸນາ ໒໐໒໓ ທີ່ວັດເວລຸວະນາຣາມແຫ່ງເມືອງບຸດຊີ ແຊງຊອກ ເຂດ ໗໗ ຊານນະຄອນຫຼວງປາຣີສ ປະເທດຝຣັ່ງເສດ
Read more
https://l.facebook.com/l.php?u=https%3A%2F%2Fwww.lequipe.fr%2FTennis%2FActualites%2FNovak-djokovic-domine-casper-ruud-et-devient-le-seul-homme-a-23-titres-en-grand-chelem%2F1402234&h=AT2S_2igZruWYPZXnNHMssBrm8a2vImcroc_Z4b1ngUYb0J9SFK5STmVzp8_IW5MMm3UaQ0VizjiwDXMSWl_A3gq__IUsgPc7NK_qaA-hbD7l2pYa89F98MZR9hL&s=1 ຄຣີບຕອນໂນວັກ ຈົກໂກ ວີກ ເອົາຊນະລູກສຸດທ້າຍ: https://www.facebook.com/WideWorldOfSports/videos/1903043440055270/
Read more
ມື້ນີ້ແມ່ນ 🙏ວັນວິສາຂະບູຊາ ພສ.໒໕໖໖ ຕຮົງກັບວັນເສົາ ທີ ໓ ເດືອນມີຖຸນາ(ເດືອນ໖) ເປັນວັນເພັງ ໑໕ຄ່ຳ ປີເທາະ.ເປັນວັນສຳຄັນທາງພຸດທະສາສນາ. ມີການເຮັດບູນ ຟັງເທດ ບູຊາພຣະ ເພື່ອໃຫ້ເກິດຄວາມສະງົບສຸກໃຈ ໃນວັນນັ້ນ. ວິສາຂະບູຊາໝາຍເຖີງ ການບູຊາໃນວັນເພັງເດືອນ໖. ຖ້າປີໃດມີເດືອນ ໘ ສອງຫົນ ກໍຈະເລື່ອນໄປກາງເດືອນ໗. ວິສາຄະບູຊາ ເປັນວັນສຳຄັນທີ່ສຸດ: ໑.ເປັນວັນປະສູດຂອງເຈົ້າຊາຍສີທັດຖະ ທີ່ສວນລູມພິນີວັນ ໃນວັນເພັງເດືອນ ໖ ຕົງກັບວັນເສົາ ຂື້ນ ໑໕ຄ່ຳ ປີເທາະກ່ອນ ພຸດທະສັກກະຣາດ໘໐ປີ ເມື່ອພຣະນາງສີຣິມະຫາມາຍາ ພຣະມະເຫສີຂອງ ພຣະເຈົ້າສຸດໂທທານະ ແຫ່ງກຸງກະບີນລະພັດ ຊົງພຣະຄັນໃກ້ຈະປະສູດ(ອອກລູກ) ພຣະນາງໄດ້ຮັບອະນຸຍາດໄປປະສູດທີ່ກຸງເທວະຫະ ທີ່ເປັນນະຄອນ ບ້ານເກີດຂອງນາງຕາມປະເພນີນິຍົມໃນສະມັຍນັ້ນ. ຂະນະທີ່ພຣະນາງໄດ້ຍຸດພັກຜ່ອນຢູ່ກ້ອງຕົ້ນສາລະ ສວນລຸມພິນີວັນ ພຣະນາງກໍໄດ້ ປະສູດພຣະໂອຣົດ ທີ່ກ້ອງຕົ້ນສາລະຕົ້ນນັ້ນ ຈື່ງໄດ້ຖວາຍພຣະນາມວ່າ ສີທັດຖະ ຊື່ງຕໍ່ມາພຣະອົງກໍໄດ້ອອກບວດ ຈົນບັນລຸ ສັມມາສັມໂພທິຍານ(ຍານອັນປະເສິດສູງສຸດ) ສຳເລັດເປັນພຣະອໍລະຫັນ ສັມມາສັມພຸດທະເຈົ້າ ຈື່ງຖືວ່າວັນນີ້ເປັນວັນປະສູດຂອງພຣະພຸດທະເຈົ້າ. ໒.ຕັດສະຮູ້ ທີ່ກ້ອງຕົ້ນສີມະຫາໂພ ຮິມຝັ່ງແມ່ນ້ຳ ເນລັນສະລາ ບ້ານອຸຣຸເວລາ ເມື່ອວັນເພັງ ເດືອນ ໖ ກ່ອນພຸດທະສັກກະຣາດ ໔໕ປີການຕັດອະຣິຍະສັດສີ່ ຄືປະເສີດ ໔ ປະການຂອງພຣະພຸທະເຈົ້າ ສູງສຸດບໍ່ມີຜູ້ໃດສະເໝີເໝືອນ ຈື່ງຈັດເປັນວັນສຳຄັນ ເພາະເປັນວັນທີ່ເກິດມີພຣະພຸດທະເຈົ້າເກີດຂື້ນໃນໂລກ.ຊາວພຸດທົ່ວໄປ ຈື່ງເອີ້ນວ່າ ວັນວິສາຂະບູຊາ ວ່າ (ພຣະພຸດ) ອັນມີປະວັດວ່າ ພຣະມະຫາບູຣຸດໄດ້ຊົງບຳເພັນພຽນກ້ອງຕົ້ນສີມະຫາໂພ ຊົງບັນລຸ(ປຸເພນິສານຸດຕະຍານ) ຄືຊົງຣະລຶກ ອະດີດຕະຊາດໄດ້ທັງຂອງຕົນເອງ ແລະ ຜູ້ອື່ນ. ຍາມສອງ. ຊົງບັນລຸ(ຈະຕຸບປາຕະຍານ) ຄືຊົງຮູ້ແຈ້ງການເກີດ ແລະດັບຂອງສັພສັດທັງຫລາຍ. ຍາມສາມ. ຊົງບັນລຸ(ອາສະວັກຂະຍານ) ຄືຮູ້ວິທີກຳຈັດກິເລດດ້ວຍອາຣິຍະສັດສີ່ (ທູກສະມຸໄທ- ນິໂລດມັກ) ໄດ້ຕັດສະຮູ້ ເປັນສັມມາສັມພຸທະເຈົ້າ ໃນຄືນວັນເພັງເດືອນ ໖ ຊື່ງພຣະອົງມີອາຍຸໄດ້ ໓໕ພັນສາ. ທັມມະ ທີ່ພຣະອົງໄດ້ຕັດສະຮູ້ (ອາຣິຍະສັດສີ່) ໑.ຄືຄວາມລຳບາກ ຄວາມບໍ່ສະບາຍດກາຍ ບໍ່ສະບາຍໃຈ. ໒.ສະມຸໄທ ຄືເຫດທີ່ເຮັດໃຫ້ໃຈເກິດທຸກ
Read more
https://www.facebook.com/1340410427/posts/pfbid02YuBFDjVsqUr4mVs8tHwWD4AyUn4WgrGFFs2NoEKPWCbYxasz8kA2nRmUJWoaU4SWl/
Read more
https://www.youtube.com/live/QEMLLcR5H3k?feature=share
Read more
https://www.lemonde.fr/international/article/2023/05/13/en-thailande-le-parti-move-forward-defie-les-conservateurs_6173255_3210.html?fbclid=IwAR0kaS_qLHebbNUEwfjJ-7SihNpaeJ1bRTUh0-yoX0muTTdFU7Fl0-FzE-U ປະເທດໄທຍ : ໃນປະເທດໄທຍ ພັກ”ກ້າວໄກ”ທ້າທາຍຝ່າຍອານຸຣັກນິຍົມ”ພິທາ”ລີ້ມຈະເຣີນຮັຕ ຫຼືຮູ້ຈັກໃນຊື່”ພີທາ”ເປັນນື່ງໃນຕົວເກັງໃນການເລືອກຕັ້ງສະມາຊີກສະພານິຕິບັນຍັດຂອງພັກ”ກ້າວໄກ”ໃນວັນທີ ໑໔ ພຶສພາ ຂໍ້ສເນີທາງສັງຄົມທີເຂັມແຂງຂອງເຂົາກ່ຽວກັບການປະຕິຮູບອາຊຍາກັມຫມີ່ນພຣະບໍຮົມເດຊານຸພາບ ແລະສະຖາບັນທະຫານ ເຮັດໃຫ້ເຂົາໄດ້ຮັບຄວາມນິຍົມຢ່າງຫຼາຍໃນຊາວໜຸ່ມສາວ ຊື່ງຮວມຕົວກັນໃນປີ໒໐໒໐ ເພື່ອຕໍ່ຕ້ານການຣະເມີດໂດຍຣັຖບານຂອງນຍພົນ ແລະສະຖາບັນກະສັດ.ໂດຍນັກຂ່າວຈາກບາງກອກ Brice Pedroletti~lemonde.fr ຂ່າວຈາກສື່ໄທຍມະຕິຊົນ : ຊິວະປະວັດຫຍໍ້ຂອງ”ພິທາ ລີ້ມຈະເຮີນຮັຕ ຫົວໜ້າພັກກ້າວໄກ https://www.facebook.com/108Sharelike/videos/511274974410477/
Read more
https://www.facebook.com/1911394555809652/posts/pfbid0sz1mH4CmfbHMvknfXjgfM5nYiZ5EHBMYpkADbvrNdBdrm8G6fMC2feV9iHiCCCMXl/?mibextid=afzh1R 12 ພຶດສະພາ 2023 – ທາງມູນນິທິມະນຸສະຍະຍິນດີທີ່ຈະແຈ້ງໃຫ້ທ່ານໄດ້ຮູ້ວ່າ ປັດຈຸບັນນີ້ແຈັກກຳລັງໄດ້ຮັບການເບິ່ງແຍງປິ່ນປົວຈາກແພດທີ່ລາວຕ້ອງການຢູ່ນອກປະເທດລາວເປັນທີ່ຮຽບຮ້ອຍແລ້ວ! ✈️ ການທ້າທາຍໃນສິ່ງທີ່ເປັນໄປໄດ້ຍາກ: ຫົນທາງສູ່ຄວາມປອດໄພ, ສຸຂະພາບ ແລະ ການປິ່ນປົວຂອງແຈັກ ເນື່ອງຈາກອາການຂອງແຈັກບໍ່ໄດ້ມີທ່າທີວ່າຈະດີຂຶ້ນໃນປະເທດລາວ ຕົວລາວ ແລະ ຄອບຄົວຂອງລາວຈຶ່ງມີຄວາມກັງວົນກ່ຽວກັບສຸຂະພາບຂອງລາວຢ່າງຫຼວງຫຼາຍ ຫາກວ່າບາດແຜນັ້ນບໍ່ໄດ້ຮັບການປິ່ນປົວໂດຍທັນທີ. ຕາມຄຳຮ້ອງຂໍຂອງພວກເຂົາເຈົ້າ, ທາງມູນນິທິມະນຸສະຍະ, ເຊິ່ງໄດ້ຮັບຄຳແນະນຳຈາກຫຼາຍໆສະຖາບັນທີ່ມິປະສົບການດ້ານການອົບພະຍົບທາງການແພດ ໄດ້ສະໜັບສະໜຸນການຍ້າຍຕົວແຈັກໄປທີ່ໂຮງໝໍຕ່າງປະເທດ ເພື່ອໃຫ້ລາວໄດ້ຮັບການເບິ່ງແຍງຈາກແພດສະເພາະທາງຢ່າງຮີບດ່ວນ. ຕາມຄຳຮ້ອງຂໍຂອງທາງຄອບຄົວ ການອົບພະຍົບທາງການແພດຢ່າງຮີບດ່ວນນີ້ ແມ່ນໄດ້ດຳເນີນການເປັນຄວາມລັບຕາມມາດຕະຖານສາກົນ ແລະ ລະບຽບການຮັກສາຄວາມປອດໄພເພື່ອໃຫ້ແນ່ໃຈວ່າການຍ້າຍຕົວຂ້າມປະເທດນັ້ນແມ່ນເປັນໄປຢ່າງສະດວກສຳລັບແຈັກເຊິ່ງເປັນຜູ້ທີ່ໄດ້ຮັບຜົນກະທົບທາງດ້ານຄວາມຮູ້ສຶກຈາກການໂຈມຕີທີ່ກະທົບໄປເຖິງຈິດໃຈຂອງລາວ. 🏥 ໃນວັນທີ 9 ພຶດສະພາ 2023, ແຈັກໄດ້ຖືກອົບພະຍົບທາງການແພດໄປຕ່າງປະເທດ ແລະ ໃນວັນທີ 10 ພຶດສະພາ 2023 ລາວໄດ້ຮັບການຜ່າຕັດທີ່ປະສົບຜົນສຳເລັດເພື່ອ (1) ນໍາເອົາກະສຸນອອກຈາກໜ້າເອິກຂອງລາວທີ່ຍັງຄາຢູ່ພາຍໃນ ຈາກການຖືກຍິງທີ່ເກີດຂຶ້ນເມື່ອວັນທີ 29 ເມສາ 2023 ແລະ (2) ຮັກສາສ້ອມແຊມຄາງກະໄຕ, ແກ້ມ ແລະລິ້ນຂອງລາວທີ່ໄດ້ຮັບບາດເຈັບຢ່າງໜັກໜ່ວງໂດຍກະສຸນໄດ້ທະລຸຈາກແກ້ມຂ້າງໜຶ່ງໄປຫາອີກຂ້າງ. ໃນຂະນະທີ່ຮ່າງກາຍ ແລະ ຈິດໃຈຍັງອ່ອນເພຍ ຕອນນີ້ແຈັກກໍກຳລັງຟື້ນຕົວໄດ້ດີຈາກການຜ່າຕັດ ທີມງານແພດທີ່ມີຄວາມຊ່ຽວຊານໄດ້ເບິ່ງແຍງລາວເປັນຢ່າງດີ ໂດຍຄຳນຶງເຖິງຄວາມເປັນຢູ່ ຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງລາວເປັນຫຼັກ. 🔏 ຄວາມເປັນສ່ວນຕົວ ແລະ ການປ້ອງກັນ: ເຫດຜົນທີ່ບໍ່ມີການລາຍງານກ່ຽວກັບອາການຂອງແຈັກ ໃນຂະນະທີ່ແຈັກ ຄອບຄົວຂອງລາວ ມູນນິທິມະນຸສະຍະ ແລະ ຫຼາຍໆອົງກອນທີ່ໃຫ້ການສະໜັບສະໜຸນເຂົ້າໃຈຢ່າງເລິກເຊິ່ງວ່າ ຄົນທີ່ສະໜັບສະໜຸນແຈັກ ແລະ ບັນດາຜູ້ຄົນທີ່ມີຄວາມຫ່ວງໃຍລາວອາດຈະກຳລັງເປັນຫ່ວງທັງລາວ ແລະ ອາການຂອງລາວເມື່ອມີຂ່າວຫຼຸດຮົ່ວອອກມາວ່າລາວໄດ້ຖືກອົບພະຍົບທາງການແພດໄປທີ່ຕ່າງປະເທດ, ພວກເຮົາຈຶ່ງຫວັງວ່າທຸກຄົນຈະເຂົ້າໃຈ ແລະ ເຄົາລົບຄວາມຈຳເປັນໃນການປະຕິບັດຕາມຄຳຂໍຂອງແຈັກເອງ ເຊິ່ງສອດຄ້ອງກັບຂໍ້ກຳນົດ ແລະ ມາດຕະຖານສາກົນສຳລັບຄວາມເປັນສ່ວນຕົວ ແລະ ການຮັກສາຄວາມລັບຂອງຜູ້ກ່ຽວ ເຊິ່ງເປັນການຊ່ວຍໃຫ້ການອົບພະຍົບທາງການແພດໃນຕ່າງປະເທດເປັນໄປໄດ້ຢ່າງໄວວາ ປອດໄພ ແລະ ສະດວກ; ແລະ ເພື່ອສະໜອງການປິ່ນປົວທີ່ຮີບດ່ວນໃຫ້ກັບລາວ. ເພື່ອໃຫ້ການອົບພະຍົບທາງການແພດສຳເລັດ ພວກເຮົາຂໍແນະນຳໃຫ້ບໍ່ຟ້າວໂພສຕ໌ ຫຼື ເຜີຍແພ່ສິ່ງໃດລົງໃນສື່ສັງຄົມເພື່ອຄວາມປອດໄພແລະ ການຄຸ້ມຄອງຂອງແຈັກ ຄອບຄົວຂອງລາວ ທີມງານມະນຸສະຍະ ແລະ ທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອຢ່າງເປັນຄວາມລັບ. ❤️ ພວກເຮົາຢາກຂໍຂອບໃຈເຖິງທຸກຄົນທີ່ສະໜັບສະໜຸນການອົບພະຍົບທາງການແພດຂອງແຈັກ ເຖິງຄົນທີ່ສູ້ຊີວິດເຮັດວຽກຕັ້ງແຕ່ເຊົ້າຈຳຄ່ຳເພື່ອໃຫ້ມັນເກີດຂຶ້ນໄດ້ໄວ! ເຈົ້າຮູ້ດີວ່າເຈົ້າແມ່ນໃຜ, ພວກເຮົາ ແຈັກ ແລະ ຄອບຄົວຂອງລາວຮູ້ສຶກຂອບໃຈຢ່າງສຸດຊຶ້ງ. ພວກເຮົາຈະເກັບເຈົ້າໄວ້ໃນໃຈຂອງພວກເຮົາສະເໝີ ❤️ ພວກເຮົາກຳລັງລໍຖ້າໃຫ້ແຈັກກັບມາມີສຸຂະພາບທີ່ແຂງແຮງຄືເກົ່າ ລາວຈຶ່ງຈະສາມາດເລົ່າເລື່ອງລາວຂອງລາວໃຫ້ກັບຄົນທັງໂລກໄດ້ຟັງແລະ ສະແດງຄວາມຂອບໃຈໃຫ້ກັບທຸກໆຄົນ ນັບຕັ້ງແຕ່ຄົນທີ່ບໍລິຈາກຄ່າໃຊ້ຈ່າຍໃນໂຮງໝໍ ຈົນເຖິງຄົນທີ່ມີຈິດໃຈຢາກຈະບໍລິຈາກ ຫຼື ຄົນທີ່ຍັງສືບຕໍ່ບໍລິຈາກ ແລະ ເຖິງຄົນທີ່ເຮັດວຽກຢ່າງໜັກ ແລະ ຢ່າງເປັນຄວາມລັບເພື່ອສຸຂະພາບ ແລະ ຄວາມປອດໄພຂອງລາວ ໂດຍທີ່ບໍ່ໄດ້ຫວັງສິ່ງຕອບແທນ ແຕ່ເຮັດອອກມາຈາກໃຈຂອງເຂົາເຈົ້າ. 🙏 ນອກຈາກນີ້ ເຮົາຍັງຢາກຂໍຂອບໃຈເຖິງບັນດາອົງກອນຊ່ວຍເຫຼືອສຸກເສີນທີ່ໜ້າອັດສະຈັນທັງໝົດ ເຊິ່ງຂະນະນີ້ກຳລັງເຮັດວຽກຮ່ວມກັບເຮົາເພື່ອຈັດຫາຄວາມຊ່ວຍເຫຼືອດ້ານການເງິນທີ່ດີທີ່ສຸດໃຫ້ກັບແຈັກສຳລັບການປິ່ນປົວຂອງລາວ 🙏 ✊🏼 ການສະແຫວງຫາຄວາມຍຸຕິທຳຢ່າງບໍ່ຢຸດຢັ້ງເພື່ອແຈັກ ການຮຽກຮ້ອງ #JusticeForJack ຂອງມູນນິທິມະນຸສະຍະຈະບໍ່ມີວັນຖືກກີດຂວາງ ຫຼື ເຮັດໃຫ້ຢຸດນິ່ງໄດ້. ພວກເຮົາຈະສູ້ຕໍ່ໄປຢ່າງບໍ່ອິດເມື່ອຍຈົນກວ່າຜູ້ທີ່ຮັບຜິດຊອບໃນການພະຍາຍາມຄາດຕະກຳແຈັກຈະຖືກພົບເຫັນ ແລະ ນຳມາຮັບຜິດຊອບຕໍ່ຄະດີອາຊະຍາກຳທີ່ພວກເຂົາໄດ້ກໍ່ໄວ້. ຄວາມມຸ່ງໝັ້ນຂອງພວກເຮົາໃນການສົ່ງເສີມສິດທິມະນຸດ ແລະ ປົກປ້ອງສັກສີ; ແລະ ຄວາມເຄົາລົບເຖິງນັກປົກປ້ອງສິດທິມະນຸດ ແລະ ນັກເຄື່ອນໄຫວທຸກຄົນທີ່ອອກມາເວົ້າຄວາມຈິງຕໍ່ຕ້ານອຳນາດນັ້ນນັບມື້ນັບແຂງແຮງຂຶ້ນກວ່າເກົ່າ! 🙏 ພວກເຮົາຂໍຂອບໃຈເປັນຢ່າງສູງທີ່ທຸກຄົນມີຄວາມເຂົ້າໃຈຕໍ່ສະຖານະການ ແລະ ພວກເຮົາຢາກຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ທຸກຄົນທີ່ມີສ່ວນຮ່ວມໃນການສະໜັບສະໜຸນແຈັກຕະຫຼອດການເດີນທາງຂອງລາວ. ພວກເຮົາຈະແຈ້ງອາການຂອງແຈັກ ແລະ ຄວາມຄືບໜ້າກ່ຽວກັບລາວອີກຕື່ມ! ຄອຍຕິດຕາມເດີ! #WeAreManushyan ♾ ມະນຸດເທົ່າທຽມກັນ #ຂັບເຄື່ອນດ້ວຍຄີບອດ #ແຈັກຕ້ອງບໍ່ຕາຍຟຣີ #MilkTeaAlliance #DemocracyNow #WhatsHappeningInLaos 🔗 ອ່ານຂ່າວລະອຽດຢູ່ໃນເວັບໄຊທ໌ຂອງພວກເຮົາ👉https://bit.ly/3psAsks
Read more