“ໂນວັກ ຈົກໂກວີກ ແຊ້ມປ້ຽມຖ້ວຍໂຣລັງກາຣົດປີ໒໐໒໓ ”~ຂ່າວຈາກເລກີບເປີ~l’équipe.fr

https://l.facebook.com/l.php?u=https%3A%2F%2Fwww.lequipe.fr%2FTennis%2FActualites%2FNovak-djokovic-domine-casper-ruud-et-devient-le-seul-homme-a-23-titres-en-grand-chelem%2F1402234&h=AT2S_2igZruWYPZXnNHMssBrm8a2vImcroc_Z4b1ngUYb0J9SFK5STmVzp8_IW5MMm3UaQ0VizjiwDXMSWl_A3gq__IUsgPc7NK_qaA-hbD7l2pYa89F98MZR9hL&s=1 ຄຣີບຕອນໂນວັກ ຈົກໂກ ວີກ ເອົາຊນະລູກສຸດທ້າຍ: https://www.facebook.com/WideWorldOfSports/videos/1903043440055270/

Read more

ມື້ນີ້ ວັນເສົາ ວັນທີ ໓ ມິຖຸນາ ໒໐໒໓ ເປັນວັນວິສາຂະບູຊາ ປະຈຳປີນີ້”

ມື້ນີ້ແມ່ນ 🙏ວັນວິສາຂະບູຊາ  ພສ.໒໕໖໖ ຕຮົງກັບວັນເສົາ ທີ ໓ ເດືອນມີຖຸນາ(ເດືອນ໖) ເປັນວັນເພັງ ໑໕ຄ່ຳ ປີເທາະ.ເປັນວັນສຳຄັນທາງພຸດທະສາສນາ. ມີການເຮັດບູນ ຟັງເທດ ບູຊາພຣະ ເພື່ອໃຫ້ເກິດຄວາມສະງົບສຸກໃຈ ໃນວັນນັ້ນ. ວິສາຂະບູຊາໝາຍເຖີງ ການບູຊາໃນວັນເພັງເດືອນ໖. ຖ້າປີໃດມີເດືອນ ໘ ສອງຫົນ ກໍຈະເລື່ອນໄປກາງເດືອນ໗. ວິສາຄະບູຊາ ເປັນວັນສຳຄັນທີ່ສຸດ:  ໑.ເປັນວັນປະສູດຂອງເຈົ້າຊາຍສີທັດຖະ ທີ່ສວນລູມພິນີວັນ ໃນວັນເພັງເດືອນ ໖ ຕົງກັບວັນເສົາ ຂື້ນ ໑໕ຄ່ຳ ປີເທາະກ່ອນ ພຸດທະສັກກະຣາດ໘໐ປີ ເມື່ອພຣະນາງສີຣິມະຫາມາຍາ ພຣະມະເຫສີຂອງ ພຣະເຈົ້າສຸດໂທທານະ ແຫ່ງກຸງກະບີນລະພັດ ຊົງພຣະຄັນໃກ້ຈະປະສູດ(ອອກລູກ) ພຣະນາງໄດ້ຮັບອະນຸຍາດໄປປະສູດທີ່ກຸງເທວະຫະ ທີ່ເປັນນະຄອນ ບ້ານເກີດຂອງນາງຕາມປະເພນີນິຍົມໃນສະມັຍນັ້ນ. ຂະນະທີ່ພຣະນາງໄດ້ຍຸດພັກຜ່ອນຢູ່ກ້ອງຕົ້ນສາລະ  ສວນ​ລຸມພິນີວັນ ພຣະນາງກໍໄດ້ ປະສູດພຣະໂອຣົດ ທີ່ກ້ອງຕົ້ນສາລະຕົ້ນນັ້ນ ຈື່ງໄດ້ຖວາຍພຣະນາມວ່າ ສີທັດຖະ ຊື່ງຕໍ່ມາພຣະອົງກໍໄດ້ອອກບວດ ຈົນບັນລຸ ສັມມາສັມໂພທິຍານ(ຍານອັນປະເສິດສູງສຸດ) ສຳເລັດເປັນພຣະອໍລະຫັນ ສັມມາສັມພຸດທະເຈົ້າ ຈື່ງຖືວ່າວັນນີ້ເປັນວັນປະສູດ​ຂອງພຣະພຸດທະເຈົ້າ.                              ໒.ຕັດສະຮູ້ ທີ່ກ້ອງຕົ້ນສີມະຫາໂພ ຮິມຝັ່ງແມ່ນ້ຳ ເນລັນສະລາ ບ້ານອຸຣຸເວລາ ເມື່ອວັນເພັງ ເດືອນ ໖ ກ່ອນພຸດທະສັກກະຣາດ ໔໕ປີການຕັດອະຣິຍະສັດສີ່ ຄືປະເສີດ ໔ ປະການຂອງພຣະພຸທະເຈົ້າ ສູງສຸດບໍ່ມີຜູ້ໃດສະເໝີເໝືອນ ຈື່ງຈັດເປັນວັນສຳຄັນ ເພາະເປັນວັນທີ່ເກິດມີພຣະພຸດທະເຈົ້າເກີດຂື້ນໃນໂລກ.ຊາວພຸດທົ່ວໄປ ຈື່ງເອີ້ນວ່າ ວັນວິສາຂະບູຊາ ວ່າ (ພຣະພຸດ) ອັນມີປະວັດວ່າ ພຣະມະຫາບູຣຸດໄດ້ຊົງບຳເພັນພຽນກ້ອງຕົ້ນສີມະຫາໂພ ຊົງບັນລຸ(ປຸເພນິສານຸດຕະຍານ) ຄືຊົງຣະລຶກ ອະດີດຕະຊາດໄດ້ທັງຂອງຕົນເອງ ແລະ ຜູ້ອື່ນ. ຍາມສອງ. ຊົງບັນລຸ(ຈະຕຸບປາຕະຍານ) ຄືຊົງຮູ້ແຈ້ງການເກີດ ແລະດັບຂອງສັພສັດທັງຫລາຍ. ຍາມສາມ. ຊົງບັນລຸ(ອາສະວັກຂະຍານ) ຄືຮູ້ວິທີກຳຈັດກິເລດດ້ວຍອາຣິຍະສັດສີ່ (ທູກສະມຸໄທ- ນິໂລດມັກ) ໄດ້ຕັດສະຮູ້ ເປັນສັມມາສັມພຸທະເຈົ້າ ໃນຄືນວັນເພັງ​ເດືອນ ໖ ຊື່ງ​ພຣະອົງມີອາຍຸໄດ້ ໓໕ພັນສາ. ທັມມະ ທີ່ພຣະອົງໄດ້ຕັດສະຮູ້ (ອາຣິຍະສັດສີ່)  ໑.ຄືຄວາມລຳບາກ ຄວາມບໍ່ສະບາຍດກາຍ ບໍ່ສະບາຍໃຈ.  ໒.ສະມຸໄທ ຄືເຫດທີ່ເຮັດໃຫ້ໃຈເກິດທຸກ

Read more

ບຸນແຫ່ ແລະຫົດສົງພຣະບາງປີ ໒໐໒໓ ທີ່ວັດເວລຸວະນາຣາມແຫ່ງເມືອງບຸດຊີແຊງຊອກເຂດ໗໗ ຊານນະຄອນຫຼວງປາຣີສປະເທດຝຣັ່ງເສດ ວັນອາທີດ ໒໘ ພຶສພາ ໒໐໒໓“

https://www.facebook.com/1340410427/posts/pfbid02YuBFDjVsqUr4mVs8tHwWD4AyUn4WgrGFFs2NoEKPWCbYxasz8kA2nRmUJWoaU4SWl/

Read more

“ພັກກ້າວໄກ“ ນຳໜ້າໃນການເລືອກຕັ້ງນິຕິບັນຍັດ໒໐໒໓ ໃນໄທຍ”

https://www.lemonde.fr/international/article/2023/05/13/en-thailande-le-parti-move-forward-defie-les-conservateurs_6173255_3210.html?fbclid=IwAR0kaS_qLHebbNUEwfjJ-7SihNpaeJ1bRTUh0-yoX0muTTdFU7Fl0-FzE-U ປະເທດໄທຍ : ໃນປະເທດໄທຍ ພັກ”ກ້າວໄກ”ທ້າທາຍຝ່າຍອານຸຣັກນິຍົມ”ພິທາ”ລີ້ມຈະເຣີນຮັຕ ຫຼືຮູ້ຈັກໃນຊື່”ພີທາ”ເປັນນື່ງໃນຕົວເກັງໃນການເລືອກຕັ້ງສະມາຊີກສະພານິຕິບັນຍັດຂອງພັກ”ກ້າວໄກ”ໃນວັນທີ ໑໔ ພຶສພາ ຂໍ້ສເນີທາງສັງຄົມທີເຂັມແຂງຂອງເຂົາກ່ຽວກັບການປະຕິຮູບອາຊຍາກັມຫມີ່ນພຣະບໍຮົມເດຊານຸພາບ ແລະສະຖາບັນທະຫານ ເຮັດໃຫ້ເຂົາໄດ້ຮັບຄວາມນິຍົມຢ່າງຫຼາຍໃນຊາວໜຸ່ມສາວ ຊື່ງຮວມຕົວກັນໃນປີ໒໐໒໐ ເພື່ອຕໍ່ຕ້ານການຣະເມີດໂດຍຣັຖບານຂອງນຍພົນ ແລະສະຖາບັນກະສັດ.ໂດຍນັກຂ່າວຈາກບາງກອກ Brice Pedroletti~lemonde.fr ຂ່າວຈາກສື່ໄທຍມະຕິຊົນ : ຊິວະປະວັດຫຍໍ້ຂອງ”ພິທາ ລີ້ມຈະເຮີນຮັຕ ຫົວໜ້າພັກກ້າວໄກ https://www.facebook.com/108Sharelike/videos/511274974410477/

Read more

“ ຂ່າວຄືບໜ້າກ່ຽວກັບ”ແຈັກ”ໃນວັນເສົາ ທີ ໑໓ ພຶສພາ ໒໐໒໓ ~ ຈາກມຸນິທິມະນຸສະຍະ ~ Manushya Foundation

https://www.facebook.com/1911394555809652/posts/pfbid0sz1mH4CmfbHMvknfXjgfM5nYiZ5EHBMYpkADbvrNdBdrm8G6fMC2feV9iHiCCCMXl/?mibextid=afzh1R 12 ພຶດສະພາ 2023 – ທາງມູນນິທິມະນຸສະຍະຍິນດີທີ່ຈະແຈ້ງໃຫ້ທ່ານໄດ້ຮູ້ວ່າ ປັດຈຸບັນນີ້ແຈັກກຳລັງໄດ້ຮັບການເບິ່ງແຍງປິ່ນປົວຈາກແພດທີ່ລາວຕ້ອງການຢູ່ນອກປະເທດລາວເປັນທີ່ຮຽບຮ້ອຍແລ້ວ! ✈️ ການທ້າທາຍໃນສິ່ງທີ່ເປັນໄປໄດ້ຍາກ: ຫົນທາງສູ່ຄວາມປອດໄພ, ສຸຂະພາບ ແລະ ການປິ່ນປົວຂອງແຈັກ ເນື່ອງຈາກອາການຂອງແຈັກບໍ່ໄດ້ມີທ່າທີວ່າຈະດີຂຶ້ນໃນປະເທດລາວ ຕົວລາວ ແລະ ຄອບຄົວຂອງລາວຈຶ່ງມີຄວາມກັງວົນກ່ຽວກັບສຸຂະພາບຂອງລາວຢ່າງຫຼວງຫຼາຍ ຫາກວ່າບາດແຜນັ້ນບໍ່ໄດ້ຮັບການປິ່ນປົວໂດຍທັນທີ. ຕາມຄຳຮ້ອງຂໍຂອງພວກເຂົາເຈົ້າ, ທາງມູນນິທິມະນຸສະຍະ, ເຊິ່ງໄດ້ຮັບຄຳແນະນຳຈາກຫຼາຍໆສະຖາບັນທີ່ມິປະສົບການດ້ານການອົບພະຍົບທາງການແພດ ໄດ້ສະໜັບສະໜຸນການຍ້າຍຕົວແຈັກໄປທີ່ໂຮງໝໍຕ່າງປະເທດ ເພື່ອໃຫ້ລາວໄດ້ຮັບການເບິ່ງແຍງຈາກແພດສະເພາະທາງຢ່າງຮີບດ່ວນ. ຕາມຄຳຮ້ອງຂໍຂອງທາງຄອບຄົວ ການອົບພະຍົບທາງການແພດຢ່າງຮີບດ່ວນນີ້ ແມ່ນໄດ້ດຳເນີນການເປັນຄວາມລັບຕາມມາດຕະຖານສາກົນ ແລະ ລະບຽບການຮັກສາຄວາມປອດໄພເພື່ອໃຫ້ແນ່ໃຈວ່າການຍ້າຍຕົວຂ້າມປະເທດນັ້ນແມ່ນເປັນໄປຢ່າງສະດວກສຳລັບແຈັກເຊິ່ງເປັນຜູ້ທີ່ໄດ້ຮັບຜົນກະທົບທາງດ້ານຄວາມຮູ້ສຶກຈາກການໂຈມຕີທີ່ກະທົບໄປເຖິງຈິດໃຈຂອງລາວ. 🏥 ໃນວັນທີ 9 ພຶດສະພາ 2023, ແຈັກໄດ້ຖືກອົບພະຍົບທາງການແພດໄປຕ່າງປະເທດ ແລະ ໃນວັນທີ 10 ພຶດສະພາ 2023 ລາວໄດ້ຮັບການຜ່າຕັດທີ່ປະສົບຜົນສຳເລັດເພື່ອ  (1) ນໍາເອົາກະສຸນອອກຈາກໜ້າເອິກຂອງລາວທີ່ຍັງຄາຢູ່ພາຍໃນ ຈາກການຖືກຍິງທີ່ເກີດຂຶ້ນເມື່ອວັນທີ 29 ເມສາ 2023 ແລະ  (2) ຮັກສາສ້ອມແຊມຄາງກະໄຕ, ແກ້ມ ແລະລິ້ນຂອງລາວທີ່ໄດ້ຮັບບາດເຈັບຢ່າງໜັກໜ່ວງໂດຍກະສຸນໄດ້ທະລຸຈາກແກ້ມຂ້າງໜຶ່ງໄປຫາອີກຂ້າງ. ໃນຂະນະທີ່ຮ່າງກາຍ ແລະ ຈິດໃຈຍັງອ່ອນເພຍ ຕອນນີ້ແຈັກກໍກຳລັງຟື້ນຕົວໄດ້ດີຈາກການຜ່າຕັດ ທີມງານແພດທີ່ມີຄວາມຊ່ຽວຊານໄດ້ເບິ່ງແຍງລາວເປັນຢ່າງດີ ໂດຍຄຳນຶງເຖິງຄວາມເປັນຢູ່ ຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງລາວເປັນຫຼັກ. 🔏 ຄວາມເປັນສ່ວນຕົວ ແລະ ການປ້ອງກັນ: ເຫດຜົນທີ່ບໍ່ມີການລາຍງານກ່ຽວກັບອາການຂອງແຈັກ ໃນຂະນະທີ່ແຈັກ ຄອບຄົວຂອງລາວ ມູນນິທິມະນຸສະຍະ ແລະ ຫຼາຍໆອົງກອນທີ່ໃຫ້ການສະໜັບສະໜຸນເຂົ້າໃຈຢ່າງເລິກເຊິ່ງວ່າ ຄົນທີ່ສະໜັບສະໜຸນແຈັກ ແລະ ບັນດາຜູ້ຄົນທີ່ມີຄວາມຫ່ວງໃຍລາວອາດຈະກຳລັງເປັນຫ່ວງທັງລາວ ແລະ ອາການຂອງລາວເມື່ອມີຂ່າວຫຼຸດຮົ່ວອອກມາວ່າລາວໄດ້ຖືກອົບພະຍົບທາງການແພດໄປທີ່ຕ່າງປະເທດ, ພວກເຮົາຈຶ່ງຫວັງວ່າທຸກຄົນຈະເຂົ້າໃຈ ແລະ ເຄົາລົບຄວາມຈຳເປັນໃນການປະຕິບັດຕາມຄຳຂໍຂອງແຈັກເອງ ເຊິ່ງສອດຄ້ອງກັບຂໍ້ກຳນົດ ແລະ ມາດຕະຖານສາກົນສຳລັບຄວາມເປັນສ່ວນຕົວ ແລະ ການຮັກສາຄວາມລັບຂອງຜູ້ກ່ຽວ ເຊິ່ງເປັນການຊ່ວຍໃຫ້ການອົບພະຍົບທາງການແພດໃນຕ່າງປະເທດເປັນໄປໄດ້ຢ່າງໄວວາ ປອດໄພ ແລະ ສະດວກ; ແລະ ເພື່ອສະໜອງການປິ່ນປົວທີ່ຮີບດ່ວນໃຫ້ກັບລາວ. ເພື່ອໃຫ້ການອົບພະຍົບທາງການແພດສຳເລັດ ພວກເຮົາຂໍແນະນຳໃຫ້ບໍ່ຟ້າວໂພສຕ໌ ຫຼື ເຜີຍແພ່ສິ່ງໃດລົງໃນສື່ສັງຄົມເພື່ອຄວາມປອດໄພແລະ ການຄຸ້ມຄອງຂອງແຈັກ ຄອບຄົວຂອງລາວ ທີມງານມະນຸສະຍະ ແລະ ທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອຢ່າງເປັນຄວາມລັບ. ❤️ ພວກເຮົາຢາກຂໍຂອບໃຈເຖິງທຸກຄົນທີ່ສະໜັບສະໜຸນການອົບພະຍົບທາງການແພດຂອງແຈັກ ເຖິງຄົນທີ່ສູ້ຊີວິດເຮັດວຽກຕັ້ງແຕ່ເຊົ້າຈຳຄ່ຳເພື່ອໃຫ້ມັນເກີດຂຶ້ນໄດ້ໄວ! ເຈົ້າຮູ້ດີວ່າເຈົ້າແມ່ນໃຜ, ພວກເຮົາ ແຈັກ ແລະ ຄອບຄົວຂອງລາວຮູ້ສຶກຂອບໃຈຢ່າງສຸດຊຶ້ງ. ພວກເຮົາຈະເກັບເຈົ້າໄວ້ໃນໃຈຂອງພວກເຮົາສະເໝີ ❤️ ພວກເຮົາກຳລັງລໍຖ້າໃຫ້ແຈັກກັບມາມີສຸຂະພາບທີ່ແຂງແຮງຄືເກົ່າ ລາວຈຶ່ງຈະສາມາດເລົ່າເລື່ອງລາວຂອງລາວໃຫ້ກັບຄົນທັງໂລກໄດ້ຟັງແລະ ສະແດງຄວາມຂອບໃຈໃຫ້ກັບທຸກໆຄົນ ນັບຕັ້ງແຕ່ຄົນທີ່ບໍລິຈາກຄ່າໃຊ້ຈ່າຍໃນໂຮງໝໍ ຈົນເຖິງຄົນທີ່ມີຈິດໃຈຢາກຈະບໍລິຈາກ ຫຼື ຄົນທີ່ຍັງສືບຕໍ່ບໍລິຈາກ ແລະ ເຖິງຄົນທີ່ເຮັດວຽກຢ່າງໜັກ ແລະ ຢ່າງເປັນຄວາມລັບເພື່ອສຸຂະພາບ ແລະ ຄວາມປອດໄພຂອງລາວ ໂດຍທີ່ບໍ່ໄດ້ຫວັງສິ່ງຕອບແທນ ແຕ່ເຮັດອອກມາຈາກໃຈຂອງເຂົາເຈົ້າ.  🙏 ນອກຈາກນີ້ ເຮົາຍັງຢາກຂໍຂອບໃຈເຖິງບັນດາອົງກອນຊ່ວຍເຫຼືອສຸກເສີນທີ່ໜ້າອັດສະຈັນທັງໝົດ ເຊິ່ງຂະນະນີ້ກຳລັງເຮັດວຽກຮ່ວມກັບເຮົາເພື່ອຈັດຫາຄວາມຊ່ວຍເຫຼືອດ້ານການເງິນທີ່ດີທີ່ສຸດໃຫ້ກັບແຈັກສຳລັບການປິ່ນປົວຂອງລາວ 🙏 ✊🏼 ການສະແຫວງຫາຄວາມຍຸຕິທຳຢ່າງບໍ່ຢຸດຢັ້ງເພື່ອແຈັກ ການຮຽກຮ້ອງ #JusticeForJack ຂອງມູນນິທິມະນຸສະຍະຈະບໍ່ມີວັນຖືກກີດຂວາງ ຫຼື ເຮັດໃຫ້ຢຸດນິ່ງໄດ້. ພວກເຮົາຈະສູ້ຕໍ່ໄປຢ່າງບໍ່ອິດເມື່ອຍຈົນກວ່າຜູ້ທີ່ຮັບຜິດຊອບໃນການພະຍາຍາມຄາດຕະກຳແຈັກຈະຖືກພົບເຫັນ ແລະ ນຳມາຮັບຜິດຊອບຕໍ່ຄະດີອາຊະຍາກຳທີ່ພວກເຂົາໄດ້ກໍ່ໄວ້. ຄວາມມຸ່ງໝັ້ນຂອງພວກເຮົາໃນການສົ່ງເສີມສິດທິມະນຸດ  ແລະ ປົກປ້ອງສັກສີ; ແລະ ຄວາມເຄົາລົບເຖິງນັກປົກປ້ອງສິດທິມະນຸດ ແລະ ນັກເຄື່ອນໄຫວທຸກຄົນທີ່ອອກມາເວົ້າຄວາມຈິງຕໍ່ຕ້ານອຳນາດນັ້ນນັບມື້ນັບແຂງແຮງຂຶ້ນກວ່າເກົ່າ! 🙏 ພວກເຮົາຂໍຂອບໃຈເປັນຢ່າງສູງທີ່ທຸກຄົນມີຄວາມເຂົ້າໃຈຕໍ່ສະຖານະການ ແລະ ພວກເຮົາຢາກຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ທຸກຄົນທີ່ມີສ່ວນຮ່ວມໃນການສະໜັບສະໜຸນແຈັກຕະຫຼອດການເດີນທາງຂອງລາວ. ພວກເຮົາຈະແຈ້ງອາການຂອງແຈັກ ແລະ ຄວາມຄືບໜ້າກ່ຽວກັບລາວອີກຕື່ມ! ຄອຍຕິດຕາມເດີ! #WeAreManushyan ♾ ມະນຸດເທົ່າທຽມກັນ #ຂັບເຄື່ອນດ້ວຍຄີບອດ #ແຈັກຕ້ອງບໍ່ຕາຍຟຣີ #MilkTeaAlliance #DemocracyNow #WhatsHappeningInLaos 🔗 ອ່ານຂ່າວລະອຽດຢູ່ໃນເວັບໄຊທ໌ຂອງພວກເຮົາ👉https://bit.ly/3psAsks

Read more

ຂ່າວຄືບໜ້າໃນວັນສຸກ ວັນທີ ໑໒ ເມສາ ໒໐໒໓ ກ່ຽວກັບ”ການຕໍ່ສູ້ເພື່ອຊິວີດຂອງແຈ້ກ~Jack:ການເດີນທາງຂ້າມຊາຍແດນ”~ ຂ່າວຈາກມູນນິທິມະນຸສະຍະ~ Manushya Foundation

ຂ່າວຄຶບໜ້າ ກ່ຽວກັບ”ຍຸຕິທັມແດ່ແຈ້ກ” : ຂ່າວຈາກມູນນິທິມະນຸດໄຊຍະ~ Manushya Foundation : ການຕໍ່ສູ້ເພື່ອຊີວິດຂອງ Jack: ການເດີນທາງຂ້າມຊາຍແດນ! https://www.facebook.com/1911394555809652/posts/pfbid0jGb8DsehL5389LDseGd9xp3d22P5XcxCABsLp4c9axJKFp3vv4cv3wcrC2V8RTDKl/ ການຕໍ່ສູ້ເພື່ອຊີວິດຂອງ Jack: ການເດີນທາງຂ້າມຊາຍແດນ! JusticeForJack ✊🏼 The Battle for Jack’s Life: A Journey Across Borders! May 12, 2023, Bangkok – Manushya Foundation is

Read more