
ສະບາຍດີ! ຕອນນີ້ເຮົາມີເພຈແຍກມະນຸດສະຍະເປັນພາສາລາວແລ້ວ 🫶 ພວກເຮົາມີຈຸດປະສົງເພື່ອທີ່ຈະເຮັດໃຫ້ປະຊາຊົນລາວຮູ້ເຖິງສິດທິທີ່ມະນຸດທຸກຄົນຄວນທີ່ຈະໄດ້ຮັບ, ການຕໍ່ສູ້ກັບອຳນາດຂອງຜະເດັດການຄອມມິວນິສ ແລະ ຜະເດັດການດິຈິຕອລ✊
ສະພາບການຂອງປະເທດລາວນັ້ນບໍ່ຄົງທີ່ ແລະ ເອົາແນ່ເອົານອນບໍ່ໄດ້ ພວກເຮົາມະນຸດສະຍະເຄົາລົບຄວາມເປັນມະນຸດ ແລະ ຍຶດໝັ້ນໃນສິດເສລີພາບຂອງທຸກຄົນ ຂັບເຄື່ອນປະເດັ່ນດ້ານສິດທິຄວາມເປັນຜູ້ຍິງ ແລະ ກາມຮ່ວມມືຂອງທຸກຄົນໃນສັງຄົມ.
∞ ການມຸ້ງເນັ້ນຂອງພວກເຮົາ ∞
1. ສິດທິດິຈິຕອລ: ພວກເຮົາເຮັດວຽກເພື່ອສົ່ງເສີມ ແລະປົກປ້ອງສິດເສລີພາບໃນການສະແດງອອກ ແລະ ຄວາມເປັນສ່ວນຕົວທາງອອນລາຍ.
2. ທຸລະກິດແລະສິດທິມະນຸດ / ຄວາມຍຸຕິທໍາຂອງສະພາບອາກາດ: ພວກເຮົາມຸ່ງຫມັ້ນທີ່ຈະໃຫ້ຜູ້ຄົນ ແລະ ໂລກຢູ່ເໜືອຜົນກຳໄລ.
3. ກົນໄກຄວາມຮັບຜິດຊອບຂອງສະຫະປະຊາຊາດ: ພວກເຮົາເສີມສ້າງຄວາມເຂັ້ມແຂງຂອງຊຸມຊົນທ້ອງຖິ່ນເພື່ອເຂົ້າຮ່ວມກັບກົນໄກສິດທິມະນຸດຂອງສະຫະປະຊາຊາດ. ນີ້ຈະເຮັດໃຫ້ແນ່ໃຈວ່າສຽງ ແລະ ຄວາມຕ້ອງການຂອງເຂົາເຈົ້າໄດ້ເຂົ້າໄປພິຈາລະນາເພື່ອປັບປຸງສະຖານະການໃນພື້ນທີ່. ພວກເຮົາຍັງດໍາເນີນຄະດີທາງຍຸດທະສາດຕໍ່ໜ້າອົງການສະຫະປະຊາຊາດເພື່ອຄວາມຍຸຕິທໍາໃຫ້ແກ່ຊຸມຊົນ!
4. ຜູ້ນໍາແມ່ຍິງ: ພວກເຮົານຳໃຊ້ມຸມມອງທາງເພດກັບວຽກງານຂອງເຮົາ ແລະ ຮອງຮັບວ່ານັກປົກປ້ອງສິດທິມະນຸດຜູ້ຍິງ ຈະເປັນຜູ້ນຳໃນການຕັດສິດໃຈ ແລະ ຂໍ້ລິເລີ່ມດ້ານສິດທິມະນຸດ.
5. ການສະໜອງຊັບພະຍາກອນຜູ້ປົກປ້ອງສິດທິມະນຸດ: ພວກເຮົາສະໜອງທຶນຍ່ອຍໃຫ້ແກ່ຊຸມຊົນທີ່ຖືກຜົນກະທົບຈາກນະໂຍບາຍທີ່ບໍ່ຍຸດຕິທຳ. ແລະ ປະເຊີນກັບຜົນສະທ້ອນທາງລົບຈາກການດໍາເນີນທຸລະກິດ