
“ພະລັງໃນມືຂອງເຈົ້າຈະເຮັດໃຫ້ໂລກນີ້ດີຂຶ້ນໄດ້ສຳຫຼັບທຸກຄົນ” – ເນລສັນ ແມນເດລາ
🧡ທຸກໆວັນທີ 20 ກຸມພາ ຕັ້ງແຕ່ປີ 2007 ອົງການສະຫະປະຊາຊາດ (UN) ປະກາດໃຫ້ເປັນ “ວັນແຫ່ງຄວາມຍຸດຕິທຳທາງສັງຄົມ” ຫຼື World Day of Social Justice. ເພື່ອຄຳນຶງເຖິງການສ້າງຄວາມເທົ່າທຽມໃນສັງຄົມ ລວມໄປຖິງຄວາມສະເໝີພາບທາງດ້ານເສດຖະກິດ ແຮງງານ ແລະ ວັດທະນະທຳສັງຄົມManushya Foundation ເຊື່ອວ່າ ທຸກຄົນຄວນໄດ້ຮັບຄວາມເທົ່າທຽມໃນສັງຄົມ ທັງທາງເສດຖະກິດ ການເມືອງ ສິດທິມະນຸດ ແລະ ໂອກາດຕ່າງໆ ບໍ່ວ່າໃຜກໍຕາມ.
🏳️🌈 ນອກຈາກຄວາມເທົ່າທຽມໃນດ້ານຕ່າງໆແລ້ວ ຄວາມເທົ່າທຽມທາງເພດເປັນອີກໜຶ່ງເປົ້າໝາຍສຳຄັນ ຜ່ານການໃຊ້ແນວຄິດແບບ Intersectional Feminist ເພື່ອເຊື່ອມໂຍງກັບເຊື້ອຊາດ ເພດ ຊົນຊັ້ນ ແລະ ການກົດຂີ່ຂູດຮີດຕ່າງໆ ທີ່ຍັງບໍ່ຖືກກ່າວເຖິງ ລວມໄປເຖິງການຕໍ່ຕ້ານແນວຄິດການລ່າອານານິຄົມໃນປະເທດຕ່າງໆ ຢ່າງີ່ເຮົາຮູ້ກັນວ່າການເລືອກປະຕິບັດ ການກົດຂີ່ ແລະ ການຈັດສັນຊັບພະຍາກອນຢ່າງບໍ່ທົ່ວເຖິງເປັນສາເຫດຫຼັກໆຂອງຊີວິດທີ່ຍາກລຳບາກຂອງຄົນຫຼາຍກຸ່ມ ແລະ ເຖິງແມ່ນວ່າຈະຜ່ານໄປຫຼາຍທົດສະວັດກໍຍັງບໍ່ໄດ້ຮັບການແກ້ໄຂ ພວກເຮົາເຊື່ອວ່າການສ້າງຄວາມເທົ່າທຽມທາງສັງຄົມ ເພື່ອສ້າງຄວາມປ່ຽນແປງໃນສັງຄົມ!
#IntersectionalFeminism #EqualityForAll #Equality #SocialJustice #SocialJusticeForAll #IntersectionalJustice #FeministSolidarity #EqualRightsNow #GlobalEquality #WomenLeaders #HumanRightsDefenders #InclusiveJustice #StandForEquality #ChangeMakers #WeAreEqual