“ຊາວບ້ານ 6 ຄົນຖືກຈັບຍ້ອນອອກມາປະທ້ວງ ທວງຄືນທີ່ດິນ”~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

https://www.facebook.com/100066378376617/posts/pfbid02RVgVwFZaLRJHDYuogEvW6ugEcUdaRS7z9cZJFXPGZysAn69znwzWaerVBeSiLm14l/

ຊາວບ້ານ 6 ຄົນຖືກຈັບຍ້ອນອອກມາປະທ້ວງ ທວງຄືນທີ່ດິນ. 

23 ມັງກອນ 2024 ທີ່ຜ່ານມາ ປະຊາຊົນບ້ານຊ້າງ ແຂວງຊຽງຂວາງ ໄດ້ລວມຕົວປະທ້ວງເພື່ອຂໍຄວາມເປັນທຳຈາກຂັ້ນເທິງ ເພາະເຈົ້າຫນ້າທີ່ຂອງລັດໄດ້ນຳເອົາທີ່ດິນຂອງປະຊາຊົນ ໄປໃຫ້ບໍລິສັດເອກະຊົນເຊົ່າເພື່ອນຳເອົາໄປດຳເນີນທຸລະກິດ. 

ອີງຕາມຂໍ້ມູນຂອງ RFA ໄດ້ລາຍງານວ່າ ຄະນະບ້າານ 4 ຄົນໄດ້ຖືກຈັບໃນຕອນສວາຍຂອງມື້ປະທ້ວງ ແລະ 24 ມັງກອນ ເຈົ້າຫນ້າທີ່ບ້ານທີ່ເປັນສະຫະພັນແມ່ຍິງ 2 ຄົນກໍຖືກຈັບເຊັ່ນດຽວກັນ ເນື່ອງຈາກເຂົ້າໄປສົ່ງອາຫານ ໃຫ້ແກ່ຜູ້ຖືກຈັບ ເຈົ້າຫນ້າທີ່ເລີຍຈັບໂຕພວກເຂົາໄວ້ເລີຍ. 

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos