“ີ໕ເຫດຜົນ ເປັນຫຍັງລັດຖະບານ ຕ້ອງຟັງສຽງປະຊາຊົນ”~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

https://www.facebook.com/100066378376617/posts/pfbid0MraHDttB9ua5sZN2dzo5Paiv4C4PKqadbtSCzzYWQZ8z6m1b6KJnUQiGygptNBAkl/

5 ເຫດຜົນ ເປັນຫຍັງລັດຖະບານ ຕ້ອງຟັງສຽງປະຊາຊົນ: 

1. ການເປັນຕົວແທນ ແລະ ຄວາມໜ້າເຊື່ອຖື 

ລັດຖະບານເປັນຕົວແທນຂອງຜົນປະໂຫຍດ ແລະ ຄວາມຕ້ອງການຂອງປະຊາຊົນ ການຮັບຟັງປະຊາຊົນຈະຊ່ວຍໃຫ້ຜູ້ນຳເຂົ້າໃຈມຸມມອງ ແລະ ຂໍ້ກັງວົນຂອງສັງຄົມ ການເປັນຕົວແທນນີ້ມີຄວາມສຳຄັນຫຼາຍໃນການຕັດສິນໃຈ ໂດຍອາໄສຂໍ້ມູນທີ່ເປັນປະໂຫຍດຕໍ່ຊຸມຊົນໃນວົງກວ້າງ. ລັດຖະບານທີ່ຮັບຟັງປະຊາຊົນມີທ່າອ່ຽງວ່າຈະໄດ້ຮັບຄວາມເຊື່ອໃຈຫຼາຍຂຶ້ນ, ຄວາມເຊື່ອໃຈເປັນສິ່ງຈຳເປັນຕໍ່ຄວາມໝັ້ນຄົງ.

2. ປະສິດທິພາບຂອງນະໂຍບາຍ

ນະໂຍບາຍ ແລະ ການຕັດສິນໃຈຕ່າງໆ ມີທ່າອ່ຽງທີ່ຈະປະສົບຄວາມສຳເລັດຫຼາຍຂຶ້ນ, ຄວາມຕ້ອງການ ແລະ ປະສົບການຂອງປະຊາກອນ ໄດ້ຮັບການຮັບຟັງ ລັດຖະບານກໍສາມາດລວບລວມຂໍ້ມູນຄົບຖ້ວນ ແລະ ກົງກັບເປົ້າໝາຍ.

3. ຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງ

ເມື່ອເວລາຜ່ານໄປ ສັງຄົມມີວິວັດທະນາການ ແລະ ຄວາມທ້າທາຍເກີດຂຶ້ນ ລັດຖະບານສາມາດປັບຕົວ ໃຫ້ເຂົ້າກັບສະຖານະການທີ່ປ່ຽນແປງ ແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ຍັງຄົງສາມາດຕອບສະໜອງຄວາມຂອງປະຊາຊົນໄດ້ ດ້ວຍການຕິດຕາມສຽງຂອງປະຊາຊົນ.

4. ສິດທິມະນຸດ

ການຮັບຟັງປະຊາຊົນ ສອດຄ່ອງກັບຫຼັກສິດທິມະນຸດ ແລະ ສັກສີຄວາມເປັນມະນຸດ, ການເຄົາລົບມຸມມອງ ແລະ ປະສົບການຂອງແຕ່ລະຄົນ ມີສ່ວນຊ່ວຍໃຫ້ສັງຄົມເຂົ້າໃຈຄວາມສຳຄັນກັບຄຸນຄ່າ ແລະ ຄວາມເທົ່າທຽມກັນໃນສັງຄົມ.

5. ການມີສ່ວນຮ່ວມຂອງພົນລະເມືອງ

ການຮັບຟັງສຽງຂອງປະຊາຊົນ ສົ່ງເສີມການຮ່ວມມື ແລະ ການມີສ່ວນຮ່ວມຂອງພົນລະເມືອງ, ເມື່ອປະຊາຊົນຮູ້ສຶກວ່າສຽງຂອງຕົນມີຄວາມສຳຄັນ ພວກເຂົາຈະກະຕືລືລົ້ນຫຼາຍຂຶ້ນ ລວມເຖິງການລົງຄະແນນສຽງ, ການສະໜັບສະໜຸນ ແລະ ການມີສ່ວນຮ່ວມໃນສັງຄົມ. 

#WeAreManushyan ♾ ມະນຸດເທົ່າທຽມກັນ 

#ສຽງຂອງພວກເຮົາ