
ລັດຖະບານລາວ ຄ່ອຍຈັບຕາ ແລະ ຄວບຄຸມສຽງຂອງປະຊາຊົນແນວໃດ?
ການສະແດງຄວາມຄິດເຫັນຂອງປະຊາຊົນລາວ ຍັງຄົງຖືກຈຳກັດ ບໍ່ວ່າຈະອາດີດຈົນເຖິງປະຈຸບັນ ໂດຍທີ່ສິດທິຂັ້ນພື້ນຖານທີ່ປະຊາຊົນ ຫຼື ມະນຸດທຸກຄົນຄວນມີ ຖືກລັດຖະບານຄວບຄຸມ. ການວິຈານການບໍລິຫານຂອງລັດຖະບານ ຖືເປັນເລື່ອງປົກກະຕິທີ່ທົ່ວທຸກມຸມໂລກສາມາດສະແດງຄວາມຄິດເຫັນໄດ້ຢ່າງເສລີ ແຕ່ກັບກັນປະເທດລາວເປັນໜື່ງໃນປະເທດທີ່ ການສະແດງຄວາມຄິດເຫັນຕ້ອງຢູ່ໃນຂອບເຂດ ແລະ ບໍ່ສາມາດທີ່ຈະເວົ້າອອກມາໄດ້ ບໍ່ວ່າຈະໜ້ອຍ ຫຼື ຫຼາຍກໍ່ບໍ່ວາຍທີ່ຈະຖືກຕາມຕົວມາສຶກສາອົບຮົມ.
ລັດຖະບານຄ່ອຍຄວບຄຸມສື່ມວນຊົນ, ໜັງສືພິມ, ອິນເຕີເນັດທັງພາຍນອກ ແລະ ຕ່າງປະເທດ ເພື່ອປົກປິດ ຄວບຄຸມການກະຈາຍຂ່າວທີ່ເປັນຜົນເສຍຕໍ່ອຳນາດຂອງລັດ. ເມື່ອໃດກໍ່ຕາມທີ່ມີການເຄື່ອນໄຫວຂອງບຸກຄົນ ຫຼື ກຸ່ມຄົນທີ່ອອກມາສະແດງຄວາມຄິດເຫັນຕໍ່ການບໍລິຫານຂອງລັດ ພວກເຂົາກໍ່ຈະຖືກຕິດຕາມຢ່າງໃກ້ສິດ ຖືກຄຸມຄາມ ແລະ ກັ້ນແກງໂດຍໃຊ້ອຳນາດບໍ່ວ່າຈະທາງກົງ ແລະ ທາງອ້ອມເພື່ອໃຫ້ເກີດຄວາມຢ້ານກົວ ແລະ ບໍ່ກ້າໃຊ້ສິດເສລີພາບໃນການສະແດງຄວາມຄິດເຫັນຂອງຕົນອີກ ຫຼື ຮ້າຍໄປກວ່ານັ້ນແມ່ນຫາຍສາບສູນ ແລະ ຖືກສັ່ງຂ້າ.
ເສລີພາບໃນການສະແດງຄວາມຄິດເຫັນຂອງປະຊາຊົນລາວຖືກຈຳກັດເລື້ອຍມາ ຈົນມາຮອດປະຈຸບັນລັດບໍ່ສາມາດທີ່ຈະຄວບຄຸມ ແລະ ປິດບັງຂ່າວສານທີ່ເປັນຜົນກະທົບກັບລັດເອງໄດ້ ເພາະປະຈຸບັນປະຊາຊົນເລີ່ມເຂົ້າເຖິງອິນເຕີເນັດ ແລະ ຫາຂໍ້ມູນໄດ້ງ່າຍຂື້ນ ເຊິ່ງເປັນຜົນກະທົບທີ່ລັດບໍ່ສາມາດຈະຄວບຄຸມໄດ້ຄືແຕ່ກ່ອນ ເພາະມີທັງສື່ອິດສະຫຼະ ເພຈຕ່າງໆທີ່ອອກມາເຄື່ອນໄຫວກ່ຽວກັບປະຊາທິປະໄຕ ແລະ ດ້ານມືດຂອງລັດຖະບານລາວທີ່ຄ່ອຍກັ້ນແກ้ງປະຊາຊົນ.
ປະຊາຊົນສ່ວນໃຫຍ່ເລີ່ມຕາສະຫວ່າງ ແລະ ກ້າທີ່ຈະສະແດງຄວາມຄິດເຫັນຕໍ່ການບໍລິຫານຂອງລັດຫຼາຍຂື້ນ ເນື່ອງຈາກສະພາບເສດຖະກິດປະເທດລາວເຂົ້າຂັ້ນວິກິດ ປະຊາຊົນເລີ່ມພາກັນຕື່ນຮູ້ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດຫຼາຍຂື້ນ ເປັນເຫດໃຫ້ລັດເລີ່ມຫາວິທີທາງເພື່ອປາບປາມສື່ອິດສະຫຼະ ທັງໃນ ແລະ ຕ່າງປະເທດ ບັງຄັບໃຫ້ສື່ ແລະ ເພຈຈຳເປັນຕ້ອງລົງທະບຽນເຂົ້າໄປຢູ່ໃນການຄວບຄຸມຂອງລັດ. ພ້ອມທັງໃຊ້ສື່ທີ່ຢູ່ໃນການຄວບຄຸມຄ່ອຍປະໂຄມຂ່າວ ຍ້ອງຍໍການບໍລິຫານຂອງລັດ ແລະ ໃຊ້ຄຳວ່າ “ຂ່າວປອມ” ກັບເພຈທີ່ອອກມາເປີດເຜີຍຂໍ້ມູນທາງການເມືອງ ແລະ ປະເດັ້ນສັງຄົມຕ່າງໆ.
#WeAreManushyan ♾ ມະນຸດເທົ່າທຽມກັນ
#WhatsHappeningInLaos
#ຖ້າການເມືອງລາວດີ #ລຖບຫຄ