
ໂຊກດີປີໃໝ່ສາກົນ ໒໐໒໔
ໃນປີໃໝ່ສາກົນນີ້ ຂໍໃຫ້ເຈົ້າຈົ່ງ ນອນຫລັບໃຫ້ໄດ້ເງິນໝືນ
ນອນຕື່ນ ໃຫ້ໄດ້ເງິນເເສນ ເເບ່ນມືມາ ໃຫ້ໄດ້ເເກ້ວມະນີໂຄດ
ໂທດຮ້າຍຢ່າມາພານ ມານຮ້າຍຢ່າມາບຽດ ຄວາມຂີ້ດຽດຈັ່ງໄຮ
ຢ່າໄດ້ມີມາໄກ້ ຂໍໃຫ້ເຈົ້າຈົ່ງຍັ້ງຍື່ນຢື່ນຍົ່ງ ຄົງກະພັນ ອັນປະເສີດ
ເລີດລໍ້າອັມມະຕະ ຈົ່ງຢັ້ງຢື່ນ ຍື່ນຕົ້ນ ພົ້ນໄພ່ເໝືອນຕົ້ນໄມ້ມະນີໂຄດ
ທີ່ໄດ້ຢື່ນເດັ່ນໂດດໂປດປານ ຢູ່ໝ້ານານນໍ້າຫລີ່ຜີ….!!!
ຕໍ່ຈາກນີ້ໄປ ຂໍໄຫ້ເຈົ້າຈົ່ງມີເເຕ່ ຄວາມສຸກກຸມສຸມເຢັ່ນ ຮ້າຍຢ່າເຫັນ ເໝັນ
ຢ່າຮູ້ ອັນຕະລາຍສັດຕຮູ ຢ່າມາບຽດບຽນໄດ້ ໃຫ້ມີເເຕ່ຄວາມຮັກຄວາມເເພງ
ຢ່າເເໜງຢ່າໜ່າຍ ຢ່າຮ້າຍຢ່າຂາດ ຢ່າບາດຢ່າໝາງ ຢ່າຮ້າງຢ່າປະ
ຢ່າລາຢ່າເລີກ ໄຫ້ມີເເຕ່ຄວາມເບີກຄວາມບານ ຫ້າວຫານ ຊານໄຊ
ໂຊກດີສີວິໄລ ໂຊກໄຊ ມະຫາສານ ໂຊກລາບ ມະໂຫລານ…..!
ເບີກບານ ມະໂຫລີ………..ອາຍຸ ວັນໂນ ສຸກຂັງ ພຣະລັງ ….!!!
ໄຊຍະຕຸພະວັງ ໄຊຍະມັງ ຄະລັງ..!…ສາທຸ …ຢູ່ດີມີເເຮງ……!!!
… ເເຂງຂັນ ໝັ້ນຢື່ນ ໝັ້ນຢື່ນ…!!!~ຈາກຂວັນຟ້າຜ່າ