“ໂຊກດີປີໃໝ່ສາກົນ ໒໐໒໔“~ຈາກຂວັນຟ້າຜ່າ

ໂຊກດີປີໃໝ່ສາກົນ​ ໒໐໒໔
ໃນປີໃໝ່ສາກົນນີ້​ ຂໍໃຫ້ເຈົ້າຈົ່ງ ນອນຫລັບໃຫ້ໄດ້ເງິນໝືນ
ນອນຕື່ນ ໃຫ້ໄດ້ເງິນເເສນ ເເບ່ນມືມາ ໃຫ້ໄດ້ເເກ້ວມະນີໂຄດ
ໂທດຮ້າຍຢ່າມາພານ ມານຮ້າຍຢ່າມາບຽດ ຄວາມຂີ້ດຽດຈັ່ງໄຮ
ຢ່າໄດ້ມີມາໄກ້ ຂໍໃຫ້ເຈົ້າຈົ່ງ​ຍັ້ງຍື່ນຢື່ນຍົ່ງ ຄົງກະພັນ ອັນປະເສີດ
ເລີດລໍ້າອັມມະຕະ ຈົ່ງຢັ້ງຢື່ນ ຍື່ນຕົ້ນ ພົ້ນໄພ່ເໝືອນຕົ້ນໄມ້ມະນີໂຄດ​
ທີ່ໄດ້ຢື່ນເດັ່ນໂດດ​ໂປດປານ ຢູ່ໝ້ານານນໍ້າຫລີ່ຜີ….!!!
ຕໍ່ຈາກນີ້ໄປ ຂໍໄຫ້ເຈົ້າຈົ່ງມີເເຕ່ ຄວາມ​ສຸກກຸມສຸມເຢັ່ນ ຮ້າຍຢ່າເຫັນ ເໝັນ
ຢ່າຮູ້​ ອັນຕະລາຍ​ສັດຕຮູ ຢ່າມາບຽດບຽນໄດ້ ໃຫ້ມີເເຕ່ຄວາມຮັກຄວາມເເພງ
ຢ່າເເໜງຢ່າໜ່າຍ ຢ່າຮ້າຍຢ່າຂາດ ຢ່າບາດຢ່າໝາງ ຢ່າຮ້າງຢ່າປະ
ຢ່າລາຢ່າເລີກ ໄຫ້ມີເເຕ່ຄວາມເບີກຄວາມບານ ຫ້າວຫານ ຊານໄຊ
ໂຊກດີສີວິໄລ ໂຊກໄຊ ມະຫາສານ​ ໂຊກລາບ ມະໂຫລານ…..!
ເບີກບານ ມະໂຫ​ລີ………..ອາຍຸ​ ວັນໂນ ສຸກຂັງ ພຣະລັງ ….!!!
ໄຊຍະຕຸພະວັງ ໄຊຍະມັງ ຄະລັງ..!…​ສາທຸ …​ຢູ່ດີມີເເຮງ……!!!
… ເເຂງຂັນ​ ໝັ້ນຢື່ນ ໝັ້ນຢື່ນ…!!!~ຈາກຂວັນຟ້າຜ່າ