ຂ່າວດ່ວນ : NATO ເນັ້ນໜັກເຖິງຂະໜາດຄວາມສູນເສັຍອັນມະຫາສານຂອງຝ່າຍຣັດເຊັຍໃນສົງຄາມຢູເຄຣນ. ອີງຕາມທ່ານ Mark Rutte, ເລຂາທິການໃຫຍ່ຂອງ NATO ~ຂ່າວຈາກ~International new

https://m.facebook.com/story.php?story_fbid=pfbid02WGCi6W7wf9aBAC4AEVjwmN4Jsu9GsbTkFXmYSQ9ZcN967XD25RSQbCih5kJqqHQMl&id=100064292583243

🔴🇷🇺ຂ່າວດ່ວນ : NATO ເນັ້ນໜັກເຖິງຂະໜາດຄວາມສູນເສັຍອັນມະຫາສານຂອງຝ່າຍຣັດເຊັຍໃນສົງຄາມຢູເຄຣນ. ອີງຕາມທ່ານ Mark Rutte, ເລຂາທິການໃຫຍ່ຂອງ NATO, ມົສະກູກຳລັງສູນເສັຍກອງທັບໄປລະຫວ່າງ ໒໐ ໐໐໐ ຫາ ໓໕ ໐໐໐ຄົນ (ເສັຍຊີວິດ) ໃນແຕ່ລະເດືອນ, ເຊິ່ງສະເລັ່ຍແລ້ວມີຜູ້ເສຍຊີວິດຫຼາຍກວ່າ ໑ ໐໐໐ ຄົນຕໍ່ມື້. ນັບຕັ້ງແຕ່ການບຸກໂຈມຕີ ເລີ່ມຕົ້ນຂຶ້ນໃນເດືອນກຸມພາ ປີ໒໐໒໒, ມີລາຍງານວ່າທະຫານຣັດເຊັຍຫຼາຍກວ່າ ໑,໒ ລ້ານຄົນ ໄດ້ເສັຍຊີວິດ ຫຼື ໄດ້ຮັບບາດເຈັບ. ເພື່ອສະແດງໃຫ້ເຫັນເຖິງສະຖານະການທີ່ທ່ານອະທິບາຍວ່າ “ບໍ່ສາມາດສືບຕໍ່ໄດ້” ສຳລັບມົສະກູ, ທ່ານ Mark Rutte ໄດ້ຍົກຕົວຢ່າງປຽບທຽບກັບປະຫວັດສາດວ່າ: ຕະຫຼອດໄລຍະເວລາຂອງສົງຄາມໃນອັຟການິສະຖານໃນຊຸມປີ ໑໙໘໐, ກອງທັບໂຊວຽດໄດ້ສູນເສັຍກຳລັງພົນປະມານ ໑໕ ໐໐໐ ຫາ ໒໐ ໐໐໐ ຄົນ ໃນໄລຍະເວລາ ໙ ຫາ ໑໐ ປີ; ແຕ່ໃນປັດຈຸບັນ, ຣັດເຊັຍພັດປະສົບກັບຄວາມສູນເສັຍໃນລະດັບດັ່ງກ່າວພາຍໃນເວລາພຽງເດືອນດຽວເທົ່ານັ້ນ. NATO ລະບຸວ່າ ອັຕາການສູນເສັຍກຳລັງພົນນີ້ ສ້າງຄວາມກົດດັນຢ່າງໜັກໜ່ວງຕໍ່ຄວາມພະຍາຍາມໃນການຮັບສະໝັກທະຫານຂອງຣັດເຊັຍ, ເຊິ່ງບັງຄັບໃຫ້ຣັຖະບານຣັດເຊັຍ (Kremlin) ຕ້ອງເພີ່ມເງິນໂບນັດສຳລັບຜູ້ສະໝັກເຂົ້າກອງທັບຢ່າງຕໍ່ເນື່ອງ ເພື່ອຫຼີກລ່ຽງການປະກາດລະດົມພົນຄັ້ງໃຫຍ່ອີກຄັ້ງໜຶ່ງ, ເຊິ່ງເປັນມາດຕະການທີ່ບໍ່ໄດ້ຮັບຄວາມນິຍົມໃນຣັດເຊັຍ.