
ຄຸນຄ່າຂອງຄົນ
ບົນບອກເບື້ອງ ຄຸນຄ່າຂອງຄົນ
ແດ່ ເພື່ອນຝູງ ທັງຫລາຍ ຍາດລາວຄາວນີ້
ຄຳວ່າ ຄຸນຄ່ານີ້ ມີມາກ ໜັກໜາ
ແຕ່ ບາງຄົນ ບໍ່ຍອມຄິດ ຍ້ອນ ຄາດເຄືອງຄວາມແຄ້ນ
ທຳທ່າ ຈິດໃຈ ເອື້ອ ສາມັກຄີ ຮັກຫໍ່
ແຕ່ ບໍ່ເປັນດັ່ງເວົ້າ ເພາະໃຈເຈົ້າ ບໍ່ແນ່ຈິງ
ປາກກ່າວຕ້ານ ເວົ້າມ່ວນຊວນຫົວ
ພົວພັນພົບ ເພີດເພີນ ພົງເຊື້ອ
ຄັນເພິ່ນ ອາໄສໄດ້ ຍາມໃດກໍ່ຫຸ້ມຫໍ່
ບາດວ່າ ເຫີນຫ່າງຢ້າຍ ກໍລືມ ເລື້ອຍເປື່ອຍດາຍ
ຄວາມດີ ທີ່ທຳໄວ້ ຫລາຍພັນ ຮ້ອຍເທື່ອ
ບໍ່ໄດ້ ເຫລືອທໍ່ກ້ອຍ ສູນສ້ຽງ ສ່ວນບຸນ
ຢ່າໄດ້ ອາຄາດແຄ້ນ ຫວັງຄ່າ ທຽມຍົດ
ອົດສາ ແນມຄືນຫລັງ ຊົ່ວດີ ຖນອນໄວ້
ທຳຈິດໃຈ ຍາວກວ້າງ ຈະຍືນຍົງ ໂຍກຍ່ານ
ຢ່າໄດ້ ໄລລະຖີ້ມ ຄຸນຊັ້ນ ຊ່ຳຄົນ ແທ້ ເນີ ./.