ສູພາສິດລາວ
10ປີ – ອາບນ້ຳບໍ່ໜາວ
20 – ກ້ຽວສາວບໍ່ເບື່ອ
30 – ເສືອສູ້ທຸກທ່າ
40 – ລາເມືອກ່ອນໄກ່
50 – ໄປນານັ່ງເຈົ່າ
60 – ເປົ່າຄຸ່ຍບໍ່ດັງ
70 – ເດີນທາງບໍ່ຕຣົງ
80 – ລົງດິນບໍ່ໄດ້
90 – ຂີ້ໄຫລບໍ່ຮູ້
100 – ໄຂ້ກະຕາຍ ບໍໄຂ້ກະຕາຍ
– ສັດສີ່ຕີນ ຍັງຮູ້ພະລາດ ນັກປາດ ຍັງຮູ້ຫລົງ
– ຫົງຄຳ ຍັງຖືກໜ້ອງ – ຄວາຍບັກເຖິດຕໍ້ ຍັງຕຶ່ນໄຖ
– ຄົບຄົນ ໃຫ້ເບິ່ງໜ້າ ຊື້ຜ້າ ໃຫ້ເບິ່ງເນື້ອ ຣະວັງເສືອຊ້ອບເລັບ
– ນ້ຳຂື້ນ ປາກິນມົດ ນ້ຳໝົດ ມົດກິນປາ
– ປາໃຫຍ່ ກິນປານ້ອຍ ປາສ້ອຍກິນປາຊິວ
– ປາຊິວ ບໍ່ມີແນວກິນ ກິນຂີ້ເຈົ້າຂອງ
– ກວາງກິນໝາກຂາມປ້ອມ ໄປຄາກົ້ນລະມັ່ງ ລະມັ່ງຂີ້ບໍ່ໄດ້ ສາມມື້ກະຕ່າຍຕາຍ
– ໝັ່ນເທື່ອດຽວ ຫລັງມ້ານ ຄ້ານເທື່ອດຽວ ຫລັງຫັກ
– ໄມ້ລຳດຽວ ຍັງຕ່າງປ້ອງ ພີ່ນ້ອງແມ່ດຽວ ຍັງຕ່າງຈິດຕ່າງໃຈ
– ຄຸນພໍ່ ທໍ່ ພູເຂົາກ້າ ຄຸນແມ່ເທົ່າຟ້າ ກັບດິນ
– ໜູກັດຮູບ ຈຶ່ງຮູ້ຄຸນແມວ ລູກແຂວນແອວ ຈຶ່ງຮູ້ ຄຸນພໍ່ແມ່
– ຄວາມກະຕັນຍູ ນັ້ນ ເປັນຂອງໜັກປາດ ພຣະບາດເຈົ້າ ຍໍຍ້ອງວ່າດີ
– ຊາດທີ່ເປັນຄົນນີ້ ໃຫ້ທຳພຽນຄືນົກເຈົ່າ ບາດວ່າບິນເຜັ່ນຜ້າຍ ຄືຂາວແຈ້ງດັ່ງນົກຍາງ
– ຢູ່ຄົນດຽວ ໃຫ້ຣະວັງຄວາມຄິດ ຢູ່ຮ່ວມມິດ ໃຫ້ຮະວັງວາຈາ
– ງົວຕົວດຽວ ກິນຫ້ຽາແຍກໝູ່ ຫາບໍ່ພໍ້ ກໍເສືອກິນ
– ຝົນຊິຕົກ ຟ້າແຈ້ງ ຝົນຊິແລ້ງ ຟ້າມືດ ຟ້າມົວ – ຜົວຊິໜີ ຢ່າຕີລູກຕີເຕົ້າ
– ມັກງ່າຍ ໄດ້ຍາກ ມັກລຳບາກ ໄດ້ດີ
– ເງິນເຕັມຖົງ ຢ່າໄດ້ ອວດອ້າງ ຜູ້ເພິ່ນກວ້າງ ມີມາກກວ່າໂຕ
– ຜູ້ມີກິນ ກິນພໍຮາກ ຜູ້ລຳບາກ ອຶດຢາກຈົນຕາຍ
– ນ້ຳໄຫລ ບໍ່ຖ້າປາ ເວລາ ບໍ່ຖ້າຄົນ
– ຢ່າເຊື່ອ ໃຈທາງ ຢ່າວາງໃຈຄົນ ມັນຊິຈົນໃຈໂຕເອງ
– ຄົນທຸກໃຊ້ຂອງດີ ຄົນມີໃຊ້ຂອງຂາດ
– ຄົນຫລັກ ຄ້າໃກ້ ຄົນໃບ້ ຄ້າໄກ
– ລາຍຄົນ ລາຍໃນ ລາຍເສືອ ລາຍນອກ
– ທຸກເພິ່ນບໍ່ວ່າດີ ມີເພິ່ນຈຶ່ງວ່າພີ່ນ້ອງ ລູງປ້າຈຶ່ງວ່າຫລານ
– ທຸກບໍ່ມີເສື້ອຜ້າ ຝາເຮືອນເພ ກະພໍຢູ່ – ທຸກບໍ່ມີເຂົ້າຢູ່ທ້ອງຊິນອນລີ້ ຢູ່ຈັ່ງໃດ
– ຢາກທຸກ ໃຫ້ເປັນນາຍຄົນ ຢາກສົນລະວົນ ໃຫ້ເອົາເມັຽນ້ອຍ – ຢາກໃຫ້ເຂົາປ້ອຍ ໃຫ້ຂີ້ໃສ່ແຄມທາງ
– ຢາກຈົນ ໃຫ້ຂີ້ຖີ່ ຢາກຮັ່ງມີ ໃຫ້ທານ
– ມັນຊັງໂຕ ຢ່າໂງສັ່ງຕອບ ວ່າໂຕກະດັກ ເຂົາແຮງກະດໍ້
– ຢາກໃຫ້ເພີ່ນຮັກ ຕ້ອງຮັກເພີ່ນກ່ອນ
