“ພິທີອັນເຊີນຮູບປັນຂອງ”ພຣະເຈົ້າມະຫາຊີວິດ ສີສວ່າງ ວັທນາ”

https://m.facebook.com/story.php?story_fbid=pfbid0273nkeehs9Rys4hjuuRSCHJdXs1JxhW5wRfuUNR7DBMfLxcDApVNPmAtu6xWTyBQzl&id=61559648921655

Comite Sar Sri Savang Vatthana~ອົງກອນກໍ່ສ້າງ ອານຸສອນສະຖານຂອງ ພຣະບາດສົມເດັດພຣະເຈົ້າມະຫາຊິວິດ ສີສວ່າງ ວັທະນາ

06 nov 2025, Pagode Velouvanaram – Bussy St Georges – France
ວັນພະຫັດ ວັນທີ 06 ພືສຈິກາ ປີ 2025, ວັດ ເວລຸວະນາຣາມ ປະເທດຝຣັ່ງເສດ

ພິທີອັນເຊີນ ຮູບປັ້ນ ຂອງ ຂອງພຣະເຈົ້າ ມະຫາຊີວິດ ສີສວ່າງ ວັທນາ

ນະມັສການ ພຣະເຖຣາ ນຸເຖຣາ,
ກາບຫລອງສະເດັດ ເຈົ້າຟ້າຍິງ ດາລາວັນ ສວ່າງ, ພ້ອມດ້ວຍ ພຣະຍາຕິວົງ ຣາຊວົງລ້ານຊ້າງຮົ່ມຂາວ
ພວກຂ້ານ້ອຍ ໃນນາມ « ອົງກອນກໍ່ສ້າງ ອານຸສອນສະຖານ ຂອງ ພຣະບາດສົມເດັດພຣະເຈົ້າມະຫາຊິວິດ ສີສວ່າງ ວັທະນາ », ຂໍນ້ອມ ຄາຣະວະ ຂອບອົກ ຂອບໃຈ ຢ່າງສຸດຊຶ້ງ ມາຍັງ ສົມເດັດ ອຸປາລີ ເມທີຈານ ຈັນທີ ຈັນທະວັງໂສ ເຈົ້າອາວາດ ວັດ ເວລູວະນາຣາມ, ພ້ອມດ້ວຍຄະນະສົງ ທີ່ໄດ້ມີ ເມດຕາຈິດ ເມດຕາທັມ,ໃຫ້ອະນຸຍາດ ແລະຮອງຮັບເອົາຮຸບປັ້ນ ຂອງພຣະເຈົ້າ ມະຫາຊີວິດ ສີສວ່າງ ວັທນາ , ໃຫ້ພຣະອົງມາປະທັບ, ນະທີ່ ສະຖານທີ່ ອັນສັກສິດແຫ່ງນີ້, ພາຍໄຕ້ ໂພທິສົມພານ ຂອງພຣະສັມມາສັມພຸດທະເຈົ້າ.
ໃນວາຣະ ອັນຊົງກຽດ ມື້ນີ້, ພວກຂ້ານ້ອຍ ຂໍນ້ອມຄາຣະວະ ເຊັ່ນດຽວກັນ ຕໍ່ສົມເດັດ ພຣະຣັຕະນະ ທັມມາຣັງສີ ວຽງໄຊ ສຸດາຣົດ ເຈົ້າອາວາດ ວັດ ພຸທະເມດຕາ, ທີ່ໄດ້ມາເປັນ ເນື້ອນາບຸນຊ່ວຍເສກສັນເສີມສ້າງ ປະກອບພິທີທາງສາສນາເພື່ອຮັບຕ້ອນຮູບປັ້ນ ຣາຊາອົງສຸດທ້າຍ ແຫ່ງອານາຈັກລ້ານຊ້າງ.
ພວກຂ້ານ້ອຍ, ພຽງຮູ້ສຶກ ແລະ ສຳນຶກ ເຖິງໜ້າທີ່ ຂອງລູກບ້ານຫລານເມືອງ, ຢາກຈະ ສະແດງອອກ ເຖິງ ຄວາມກະຕັນຍູ ກະຕະເວທີ ຕໍ່ບັນພຣະບູຣຸດ, ຢາກຈະຍົກສູງ ແລະ ປະຄັບ ປະຄອງ ເອົາໄວ້ ຄຳວ່າ ໜ້າທີ່ ແຫ່ງຄວາມຊົງຈຳ ຈື່ງໄດ້ຈັດຕັ້ງ ອົງກອນນີ້ຂຶ້ນມາ ເມື່ອກາງ ປີ 2023, ຈາກແນວຄິດລີ່ເລີ້ມ ຂອງທ່ານ ພີຣະພັນ ພູນສວັດ, ຊຶ່ງໄດ້ຊັກຊວນ ອວນໃຈ ເພື້ອນສນິດມິດຮັກແພງ ໃຫ້ມີສ່ວນຮ່ວມ ໃນພາຣະກິດ ຄັ້ງນີ້.
ວັດ ແມ່ນສະຖານທີ່ ສັກສິດ ທີ່ເຕົ້າໂຮມ ພຸດທະສາລະນິກະຊົນ, ພ້ອມຍັງ ໃຫ້ຄວາມຮູ້ ແລະ ສະຕິປັນຍາ ແກ່ຝູງຊົນທົ່ວໄປ ໂດຍສະເພາະ ວັດ ເວລູວະນາຣາມແຫ່ງນີ້ ໄດ້ຖືກຈັດໄຫ້ເປັນ ສຸນກາງ ສາສນາ ແລະ ວັທນາທັມ ຢ່າງເປັນທາງການ.
ມື້ນີ້ ວັນພະຫັດ ວັນທີ 06 ພືສຈິກາ ປີ 2025, ພວກຂ້ານ້ອຍ, ລູກບ້ານຫລານເມຶອງ ຂໍນ້ອມຄາຣະວະ, ຍໍມືກົ້ມກາບ ພຣະບາດ ດ້ວຍຄວາມປິຕິຍິນດີ, ຂໍເທີດທູນ:
ພຣະຣາຊະ ຂັນຕິຍະມານະ (ຄວາມອົດທົນ)
ພຣະຣາຊະ ຈາຣິຍະວັດ (ການປະພຶດຕາມວິນັຍ)
ແລະ ພຣະຣາຊະ ສັດທາ ໃນພຸທະສາສນາ
ພວກຂ້ານ້ອຍ ໝັ້ນໃຈແລະເຊື່ອແນ່ວ່າ, ການປະທັບ ຂອງພຣະອົງ ນະທີ່ແຫ່ງນີ້, ຈະເປັນຄະຕິເຕືອນໃຈ ແລະເປັນແວ່ນແຍງ ອັນເສາະໃສ, ກະຕູ້ນ ໃຫ້ອານຸຊົນລຸ້ນຫລັງ ມີອູດົມການ ເສັຍສະລະ, ມີມານະອົດທົນ, ມີຄວາມຊື່ສັດ ຕໍ່ບ້ານເມືອງ, ຍັງຄົງສຳນຶກໄດ້ວ່າ ຕົນມາຈາກໃສ.
ສາທຸ ສາທຸ ສາທຸ