“ການຖີ້ມຣະເບີດໃສ່ແກວແດງ ຜູ້ລຸກລານຜືນແຜ່ນແດນຂອງປະເທດລາວຕາມ”ສາຍທາງໂຮຮິມີນ”

https://www.facebook.com/1340410427/posts/pfbid02vprmDJGqz44VCSvBjFjpsts24PDLx5dqUKoLoX1dGcQ94bswC64T5QSJfsDYZM9fl/

ານຖີ້ມຣະເບີດໃສ່ແກວແດງວຽດນາມເຫນືອ ຜູ້ລຸກລານ ທີລ້ວງລໍ້າອາທິປະໄຕຜືນແດນດີນລາວ ມາສ້າງ”ສາຍທາງມໍຣະນະ ຫຼືສາຍທາງໂຮຈິມີນໃນລາວ”ໂດຍການສົມຮູ້ຮ່ວມຄິດຂອງພວກຜະເດັດການຄອມມຸນີສແນວລາວຂາຍຊາດ ໃນຜືນແຜ່ນດີນລາວ ກ່ອນການຍືດອຳນາດໃນປີ ໑໙໗໕!!
ຜູ້ທີບໍ່ຮູ້ຄວາມຈິງ ຄວນຮຽນຮູ້ປະວັດສາດຊາດລາວອັນແທ້ຈີງ”ການຖີ້ມຣະເບີດໃສ່ເຂດຍຶດຄອງຂອງພວກລຸກລານແກວແດງ ແລະຕາມ”ສາຍທາ”ໂຮຈິມີນ”ໃນດີນແດນລາວນັ້ນແມ່ນການຂໍຣ້ອງຂອງຮັຖບານແຫ່ງພຣະຣາຊອານາຈັກລາວ ຊື່ງແນວລາວຂາຍຊາດໄດ້ຊ່ວຍກອງທັບວຽດນາມເຫນືອເຂົ້າມາເອົາດີນແດນລາວ”ສ້າງທາງໂຮຈິມີນ“ເພື່ອນຳກອງກຳລັງແກວແດງຈາກພາກເໜືອ ລົງໄປຕີວຽດນາມໄຕ້ເສຣີ.ສນັ້ນເພື່ອຕັດກຳລັງຂອງວຽດນາມເຫນືອຜູ້ຮຸກລານ ແລະເພື່ອໃຫ້ການລຳລຽງນັ້ນອ່ອນລົງ ຈື່ງ
ໄດ້ມີການຖີ້ມຣະເບີດໃສ່ພວກວຽດນາມເໜືອຜູ້ຮຸກລານ,ຍ້ອນວຽດນາມເໜືອໄດ້ຖືກຖີ້ມຣະເບີດໃສ່ຢ່າງເຈັບແສບ ແລະແສນສາຫັດ ຈື່ງໄດ້ຫລີ້ນເລກົນແບບໃໝ່ ໃຫ້ລູກສະມູນແນວລາວຫົວເປັນແກວ ພວກຂາຍຊາດຍອມເຈຣະຈາໂຮມລາວໃນປີ໑໙໗໓-໗໔ ພໍໄດ້ມີໂອກາດເຂົ້າມາກໍທຳການເຮັດຣັຖະປະຫານ ຍຶດອຳນາດໃນປີ ໑໙໗໕ ໂດຍການນຳຂອງອົງຫຍຽນໄກຊົງ ຫລືໄກສອນ ແກວປອມມາເປັນລາວ ທາດແທ້ກໍແມ່ນແກວແດງຜູ້ລຸກລານ ອີກຊື່ນື່ງແມ່ນ “ອົງໄກສອນ~ລາວປອມ“ແກວປອມມາເປັນລາວ,ຫລາຍກອງພົນທະຫານແກວແດງເຂົ້າມາແບບລັບໆໃນວຽງຈັນ ແລະຫລວງພຣະບາງ ຈັບຄູ່ຮ່ວມສັນຍາໄປຂ້າຖີ້ມຫມົດໃນສູນສຳມະນາ ໖໘ ແຫ່ງ ສູນທີສ້າງຂື້ນສະເພາະຂ້າຄົນຝ່າຍເສຣີ, ປຊຊລາວ ພໍ່ຄ້າ ທະຫານ ຕຳຣວດ ຮ່ວມທັງພຮະບາດສົມເດັດເຈົ້າສີສວ່າງ ວັທນາ,ເຈົ້າຍີງຄຳຜຸຍ ,ອົງມົງກຸດຣາຊກຸມານ ເຈົ້າຟ້າຊາຍ ວົງສວ່າງ ,ຫລາຍກວ່າ ໓໘ພັນກວ່າຄົນຖືກຂ້າໂຫດ ອີກ ໕ ແສນຊິວີດ ໜີທັນ ກສຍເປັນອົພຍົບຍາຍກັນໄປຢູ່ທົ່ວທຸກມູມໂລກ ແລ້ວກະສະຖາປານາໂຕເອງຂື້ນຄອງອຳນາດແບບຜເດັດການ ໂດຍບໍ່ມີການເລືອກຕັ້ງໃດໆ ຢາກຈັບໃຜກະເຮັດຕາມໃຈ ເຂັນຂ້າປຊຊລາວ ການຈັບຕົວທ່ານສົມບັດ ສົມພອນ ທົ່ວໂລກທວງຖາມ ແຕ່ຜູ້ນຳຜະເດັດການລາວວຽດເຮັດຫູຫນວກ ຕາບອດ ບໍ່ຮູ້ ບໍ່ເຫັນ ບໍ່ສົນນຳຄວາມຮ້ອງ ຄຳຕິຂອງນານາຊາດ ແລະປະຊາຊົນລາວທັງຊາດ,ການຈັບກຸມ ບຸນທັນ ທຳມະວົງ ອະດິດຫົວຫນ້ານັກສືກສາລາວໂປໂລຍ ທີ່ໄດ້ປະທ້ວງຮຽກຮ້ອງໃຫ້ມີການປະຕິຮູບປະເທດໄປສູ່ເສຣີພາບປະຊາທິປະໄຕ ,ການຈັບກູມຄຸມຂັງຕິດຄຸເຖີງ ໒໐-໑໒ -໓ ປີ ຂອງຊາຍໜຸ່ມຍີງໜຸ່ມລາວທີໄປເຮັດວຽກຢູ່ເມືອງໄທຍໃນຄວາມ
ຜິດຖານລົງຂໍ້ຄວາມຕ້ານພັກລັດຊື່ໆ ແລະຜູ້ສຸດທ້າຍແມ່ນນາງໝ້ວຍ ທີຮຽກຮ້ອງໃຫ້ຊ່ວຍຜູ້ປະສົບພັຍນໍ້າຖ້ວມຊື່ໆ ກໍຖືກຕິດ ໕ປີ ແລະຖືກປັບໃໝ ໕ລ້ານກີບ.ມີຂ້າເຈົ້າເອົາຂອງຜູ້ອື່ນມາເປັນຂອງຕົນ ຕົວຢ່າງ: ໄດ້ປ່ຽນຊື່ ອະນຸສາວະຣີນັກຣົບເກົ່າ ມາເປັນປະຕູໄຊ ສໍຮາຊບັງຫລວງໃນຄນະນຳພັກລັດລາວວຽດທຳຣ້າຍ
ປ່າໄມ້ ຂາຍຊັບສີນຂອງຊາດ ຂັບໄລ່ປຊຊເຂດຊົນະບົດໃຫ້ອອກທີທຳມາຫາກີນ ນຳເອົາແຮງງານຕ່າງຊາດມາຍາດວຽກເຮັດງານທຳຂອງຄົນລາວໃນຊາດ ຊື່ງສົ່ງຜົນໃຫ້ມີແຮງງານລາວອອກໄປຫາວຽກຢູ່ປະເທດໄທຍຫຼາຍແສນຄົນ,“ລ່າສຸດແມ່ພາກັນໃຫ້ສຳປະທານແກ່ຕ່າງຊາດໃຫ້ແກວແດງ ແລະເຈັກແດງ ມາຂຸດເອົາບໍ່ຄຳ ບໍ່ແຫ່ຕ່າງໆໃນສປປລາວຢ່າງຫຼວງຫຼາຍ ເກືອບວ່າຊີບໍ່ມີອີກແລ້ວໃຫ້ລູກຫຼານໄດ້ຊົມໃຊ້ກັນໃນອານາຄົດ.ນີ້ລະຄວາມຈີງ ນັກຮຽນຮູ້ ປັນຍາຊົນ ພໍ່ແມ່ພີ່ນ້ອງຊາວລາວທຸກທົ່ວໜ້າ ຈົ່ງພາກັນເຊົາໃຫ້ຜູ້ນຳຜເດັດພັກລັດຈຸງດັງອີກຕໍ່ໄປ ພໍແລ້ວ ໔໙ປີຜ່ານມາ ພັກລັດກໍ່ກັມທຳເວນໄວ້ຢ່າງມະຫາສານໃຫ້ແກ່ຊາດ ແລະປຊຊລາວ,ປຊຊລາວ ຈົງພ້ອມກັນລຸກຂື້ນທຳການເມີນເສີຍຕໍ່ການບົງການ ບໍ່ໃຫ້ການຮ່ວມມືໃດໆນຳພວກຜເດັດການ ໂຮມກັນເປັນນໍ້ານື່ງໃຈດຽວສູມໃສ່ໃຫ້ມີການປະຕິຮູບປະເທດຊາດ ຈີກສັນຍາມິຕພາບລາວ~ແກວ ໑໙໗໗ ນັ້ນຖີ້ມ ແລະລົບລ້າງ”ສາຍທາງໂຮຈິມີນໃນຜືນແຜ່ນດີນລາວອັນສົກະປົກ
”ໃຫ້ຊາດລາວເປັນປະເທດທີມີກຽດ ມີເອກຣາດ ເຄົາຣົບສິດທິມະນຸດ ມີສີດເສຣີ ມີປະຊາທິປະໄຕ ອັນແທ້ຈີງຄືດັ່ງທຸກປະເທດໃນໂລກທີຂະເຈົ້າຊົມໃຊ້ ປະເທດລາວເຮົາຈຶ່ງຈະເຣີນໄດ້ ແລະທຸກຄົນຈະຢູ່ຮ່ວມກັນຢ່າງສັນຕິ ອັນແທ້ຈິ່ງ ບໍ່ແມ່ນ ສັນຕິແບບສະບັບປາຍປືນຈີ້ຂອງຄນະກະບົດພັກລັດລາວວຽດໃນປະຈຸບັນ .
ສູ້ ສູ້ ລາວໃນນອກຈົງເວົ້າເປັນສຽງດຽວ“ບໍ່ເອົາຜູ້ນຳຜເດັດການຄອມມຸນີສພັກລັດລາວຫົວເປັນແກວ“ ສູ້ໃຫ້ມີການປ່ຽນແປງຈາກຣະບອບຄອມມຸຍນີດຜເດັດການໄປສູ່ການເລືອກຕັ້ງຢ່າງເສຣີ “ລາວຮັກລາວ“.
“ລາວຝ່າຍເສຣີ ໄດ້ເສັຍບັ້ນຣົບບັ້ນນື່ງເທົ່ານັ້ນໃນປີຍຶດອຳນາດ໑໙໗໕,ແຕ່ຍັງບໍ່ໄດ້ເສັຍປະເທດຊາດ ແລະປະຊາຊົນຄົນດີຂອງຊາດໄປໝົດເທື່ອ ພວກເຮົາ ຕ້ອງກູ້ກຽດຊາດ ນຳເອົາເອກຣາດ ແລະປະຊາທິປະໄຕອັນແທ້ຈີງກັບຄືນມາໃຫ້ແກ່ຊາດ ແລະປະຊາຊົນລາວ – ປະເທດລາວຈື່ງມີສັນຕິພາບ ແລະຄວາມສງົບສຸກໃນອານາຄົດອັນແທ້ຈີງໄດ້“,ຈີນແດງ ແລະອາດີດໂຊວຽດ ກໍຄືຣັດເຊັຍໃນປະຈຸບັນ ແມ່ນ ຂຸນເສີກບ້າເສີກສົງຄາມ ຍາມໃດ ກໍມາຍຸແຍ່ໃຫ້ລາວເຮົາແຕກຄວາມສາມັກຄີ ແລະສົ່ງເສີມຣັດທິອຸບາດຜະເດັດການຄອມມຸນີສ ໃຫ້ທຳລາຍແນວຄິດເສຣີໃນທົ່ວໂລກ ແມ່ນພວກກໍ່ການຮ້າຍສາກົນໃນຂນະນີ້.
“ພວກເຮົາ ຂໍອຸທີດຕົນທຳພາຣະກີດຊາດ ຂັບໄລ່ນັກລ່າຫົວຂື້ນແບບໃໝ່ ກໍຄືແກວແດງໃຫ້ອອກຈາກປະເທດລາວ ເພື່ອນຳເອົາເອກຣາດ ແລະປະຊາທິປະໄຕ ອັນແທ້ຈີງກັບຄືນມາໃຫ້ຊາດ ແລະປະຊາຊົນລາວທັງຊາດ ໄດ້ຢູ່ເຢັນສງົບສຸກຕະລອດຊົ່ວກາລນານ.
ຈາກພວກເຮົາ”ລາວອິສຣະຍຸກໃໝ່໒໑.

*ຄຣີບເວົ້າເຖີງການຖີ້ມຣະເບີດຂອງກອງທັບອາກາດແຫາງພຣະຣາຊອານາຈັກລາວ ໃສ່ແກວແດງຜູ້ລຸກ
ລານ ຕາມ”ສາຍທາງໂຮຈິມີນ ໃນຜືນແຜ່ນດີນລາວ :

** ໄປຟັງສຽງເພັງໂຄສນາຊວນເຊື່ອຂອງພວກຜະເດັດການຄອມມຸນີສ ໃນການແອບອ້າງ”ສ້າງສາຍທາງໂຣຈິມີນໃນລາວ” :