
ໃນກະລະຄັ້ງນື່ງ ທີຜ່ານມາຫມໍ່ໆນີ້ ໄດ້ມີ “ເຮືອ ເພື່ອຜົນປະໂຍດສ່ວນຕົວ“ ໄດ້ເດີນທາງມາຈາກທ່າເຮືອເມືອງ“ເລີອາວເວີ“ ລ່ອງ ລອຍມາທຽບທ່າວັດລາວເມືອງ“ບູດຊີ ແຊງຊອກ“ໂດຍການກຳກັບຂອງຄນະສົ່ງຈາກສປປລາວ ແລະຄນະລາວເປັນກາງພວກນື່ງ ກໍໄດ້ນິມົນເຈົ້າອາທິການວັດ ໃຫ້ມາ“ລົງເຮືອລຳດັ່ງກ່າວຮ່ວມ“ຊື່ງໄດ້ມີຄຣີບວິເດໂອທີກ່າວເຖີງວັດໃນອາດີດຂອງສົມເດັດພຣະອາຈານ ທີ່ໄດ້ສະລະປະຖີ້ມມາ ເພື່ອ“ສິດເສຣີພາບ ຫຼືບໍ່ຮັກມັກໃນຣະບອບຜະເດັດການຄອມມຸນີສ ຫຼັງຍືດອຳນາດໃນປີ ໑໙໗໕ ,ພຣະອາຈານໃຫຍ່ ໄດ້ສູ້ຊິວີດເປັນພຣະອົພຍົບຂອງຊາວລາວມາຍາວນານ ຜ່ານຜ່າອຸປສັກມາ ຈາກອາສັຍໃນຫ້ອງແຖວຄູ້ມ“ບາກແບດ“ ເຮືອນເຊົ້າທີ່ເມືອງໂກແນດ ຈົນໄດ້ມີວັດເວລຸວະນະຣາມທີ໑ ທີ່ເມືອງວີລີເອເລີແບນ ຕໍ່ມາກໍ່ໄດ້ໄປສ້າງວັດໃໝ່ ທີ່ເມືອງ“ຊາມີຍີ“ ຈົນໃນທີສຸດ ກໍໄດ້ສ້າງວັດລາວ ທີໃຫຍ່ທີສຸດໃນຝຣັ່ງເສດ ຂື້ນທີເມືອງ“ບູດຊີແຊງຊອກ.ແຕ່ວັນເວລາກໍໄດ້ປ່ຽນໄປ ຈິດໃຈຂອງຄົນ ຫຼືພຣະ ກໍປ່ຽນໄປ ພຣະອາຈານ ກໍຮັບການນິມົນ ຈາກ“ພວກຄນະເພື່ອຜົນປະໂຍດສ່ວນຕົວຄນະນື່ງ ທີທີໄດ້ເກັຍກອມ ໃຫ້ຮັບຮູ້ຈຸດປະສົງ ແລະແນວຄິດ ເພື່ອຈະໄດ້ລ່ອງລອຍໄປກັບ“ເຮືອ ເພື່ອຜົນປະໂຍດສ່ວນຕົວ“ດັ່ງກ່າວ ແລະຂ່າວລ່າສຸດ ແມ່ນ“ໄດ້ມີຄົນທີເຄີຍໄປຮັບຕ້ອນ ແລະຮັປທານຮ່ວມພາເຂົ້ານຳຜູ້ນຳຜະເດັດການຄອມມຸນີສພັກລັດ ມີຊື່ໃນຄນະ“ກັມມະການສ້າງຕັ້ງອານຸສອນສຖານ ພຣະເຈົ້າມະຫາຊິວີດ ສຣີ ສວ່າງ ວັທນາ ຮ່ວມ“ເປັນຄນະ ນັບວ່າ ເປັນຄົນມີພາຫະນະຫຼາຍ ດັ່ງນັ້ນ ອຳນາດຂອງຄົນມີເງີນ ຊື້ໄດ້ທຸກຢ່າງ ເປີດໄດ້ທຸກປະຕູ ແຕ່ອານິຈາ ກາຍເປັນຄົນຮັບຮູ້ຣະບອບຜະເດັດການ ແລະໄດ້ຜົສປະໂຍດຈາກຣະບອບນີ້ມາຕະລອດ.ແຕ່ເປັນຄົນຮັບຮູ້ຣະບອບຜະເດັດການ ແລະໄດ້ຜົນປະໂຍດຈາກຣະບອບນີ້ມາຕະລອດ.
ຈາກພວກເຮົາ“ລາວອິສຣະຍຸກໃໝ່໒໑“