“ຮຽກຮ້ອງເຖີງພີ່ນ້ອງອົພຍົບລາວເສຣີໃນອົສຕາເລັຍ ໃຫ້ພາກັນກີດກັ້ນ ຍົກເລີກພິທີເຖຣາພິເສກ ແລະຫົດສົງມະຫາເວດ ມະເສໄນ ລອງປະທານສູນກາງສຳພັນພຸທສາສນາ ຂອງແນວລາວສ້າງຊາດ ຈາກສປປລາວ ໃນວັນເສົາ ວັນທີ ໑ ມິຖຸນາ ໒໐໒໔ ນີ້“

“ຂໍຮຽກຮ້ອງເຖີງພີ່ນ້ອງຊາວລາວ ຝ່າຍເສຣີ ທົ່ວໃນປະເທດອົສຕາເລັຍ-ເຈົ້າອາທິການວັດພຣະຍອດແກ້ວ ພ້ອມທັງພຣະສົງທຸກຮູບ ~ປະທານ ແລະ ຄນະກັມມະການວັດທຸກໆທ່ານ ຈົ່ງພ້ອມພຽງກັນກິດກັ້ນ
ບໍ່ໃຫ້ມະຫາເວດ ມະເສໄນ ເຂົ້າໄປໃນວັດພຣະຍອດແກ້ວ ເພື່ອການຫົດສົງໃນຄັ້ງວັນທີ ໓໑~໑ ມິຖຸນາ ໒໐໒໔ ນີ້~ວັດພຣະຍອດແກ້ວ ວັດນີ້ ເປັນວັດຂອງຊູມຊົນລາວອົພຍົບ ທີຖືກຂັບໄລ່ ໜີພັຍຜະເດັດການ
ຄອມມຸນີສ ບໍ່ແມ່ນວັດທີທາງການພັກລັດແຫ່ງສປປລາວໄດ້ມາສ້າງຂື້ນ ການກະທຳໃນຄັ້ງນີ້ ແມ່ນການມາຍຶດເອົາວັດ ແມ່ນຄວາມແອບອ້າງຂອງມະຫາເວດ ແລະຄນະ ທີຈະມາທຳການຫົດສົງແບບ
ຕົວະຊາວລາວເຮົາໃນຊິດເນ ແລະທົ່ວອົສຕາລີ ແລະແອບອ້າງວ່າແມ່ນ”ເຈົ້າໂອວາດວັດພຣະຍອດແກ້ວ
ເປັນຜູ້ນີມົນ ~ ເບີ່ງຕາມຣາຍຣະອຽດນີ້ :

“ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອພສ, ພຣະອາຈານບຸນເສີຍ ເພົາພາສິດ ກຳມະ ການສູນກາງ ອພສ,​ ພຣະອາຈານພຸດທະສອນ ອ່ອນວົງສາ ພ້ອມດ້ວຍຄະນະສົງເດີນທາງປະຕິບັດສາສະນະກິດຕາມການນິມົນຂອງພຣະໃຫຍ່ເຈົ້າອະທິການວັດພຣະຍອດແກ້ວ ເມືອງຊິດນີ່ ປະເທດອັອສເຕເລຍ ລະຫວ່າງວັນທີ 23 ພຶດສະພາ 2024 ຫາ ວັນທີ 6 ມິຖຸນາ 2024”

ຕືນເຖີດຊາວລາວຜູ້ທີຮັກຫອມເສຣີພາບທັງຫຼາຍ ທະຫານຜ້າເຫລືອງ ມາຮອດວັດພຣະຍອດແກ້ວ ຈົ່ງພ້ອມກັນ”ຂັບໄລ່ໃຫ້ອອກຈາກແດນເສຣີຂອງພວກເຮົາໃຫ້ໄດ້ ແລະທຳການຍົກເລີກພິທີເຖຣາພິເສກ
(ຫົດສົງ)ມະຫາເວດ ມະເສໄນ ທີບໍ່ເຄີຍຈຳພັນສາ ຮ່ວມພິທີການຕ່າງໆໃນວັດນີ້ມາກ່ອນ !

                                  ຈາກພວກເຮົາ”ລາວອິສຣະຍຸກໃໝ່໒໑“

(ຂ່າວໃໝ່ລ່າສຸດ!ຈາກສາຍຝ່າຍລາວເສຣີທາງອົສຕາເລັຍແຈ້ງມາໃຫ້ຊາບວ່າ :”ວັດລາວພຣະຍອດແກ້ວ ທັມມະຍານາຣາມ ຂອງຊຸມຊົນຊາວລາວອົພຍົບ ຈະຖືກທາງອົງການພຸທສານາສຳພັນແຫ່ງສປປລາວ ກືນກີນດ້ວຍວິທິແບບໃໝ່ ມາທາງຜ້າເຫລືອງ ໂດຍແອບອ້າງເອົາທາງວັດ ທາງຄນະສົງທຸກວັດ ຊາວພຸດທົ່ວປະເທດອົສຕາລີ ກໍຄືຈະຍຶດອຳນາດຄືດັ່ງປີ໑໙໗໕ ຍຶດວັດອົພຍົບ ທັ້ງໆທີສູນກາງສຳພັນພຸທ
ສາສນາແຫ່ງສປປລາວ ບໍ່ເຄີຍໄດ້ມາສ້າງຫຍັງເລີຍມາກ່ອນ ແລະຈະມີການຫົດສົງພຣະອາຈານມະຫາເວດ ມະເສໄນ ຮອງປະທານອົງການພຸທະສາສນາສຳພັນແຫ່ງສປປລາວໃນວັນທີ ໓໑~໐໑ ມິຖຸນາ ໒໐໒໔ ໜ້ານີ້ “.

*ຊາວລາວທົ່ວທຸກມູມໂລກ ແລະໃນອົສຕາເລັຍ ຕ້ອງອອກມາປົກປ້ອງສິດ ແລະຜົນປະໂຍດ ແລະຄວາມ
ຖືກຕ້ອງເປັນທັມ ບໍ່ໃຫວັດລາວໃນຕ່າງແດນ ຂອງຊຸມຊົນລາວ ຕ້ອງຕົກໄປເປັນຂອງພວກຜະເດັດ
ການພັກລັດລາວວຽດໃນຄັ້ງນີ້!

**ຕືນເຖີດເພື່ອນຮ່ວມຊາດ ຢ່າໃຫ້ວັດລາວຕ້ອງຕົກໄປຢູ່ກຳມືຂອງພວກສວຍໂອກາດອີກ .

***ຕືນເຖີດພີ້ນ້ອງຊາວລາວຝ່າຍເສຣີ ພວກພຣະຜະເດັດການຈຳພວກນີ້ ໜ້າດ້ານທີສຸດ ຈະມາຈຸງດັງ
ເຮົາອີກແລ້ວ!

****ຢ່າໄດ້ຕົກເປັນເຫຍືອຂອງພຣະຄອມມຸນີສອົງນີ້ ທີກຳລັງຈະ“ມາກໍ່ຄວາມວຸ້ນວາຍ ກໍຄື”ການກໍ່ຮ້າຍໃນຊຸມຊົນຊາວລາວອົພຍົບໃນຕ່າງແດນ“

*ຢຸດສ້າງບາບເຖີດມະຫາເວດ ບໍ່ມີໃຜ ແລະວັດລາວ ວັດໃດ ໃນຕ່າງປະເທດ ຕ້ອງການຄວາມ
ຊ່ວຍເຫຼືອຈາກຍາທ່ານ ມີແຕ່ຍາທ່ານເອງໄດ້ສເນີໜ້າໄປທົ່ວ ມາຝຣັ່ງເສດ ບາດນີ້ ກໍມີຂົນຄວ້າຍໃນອົສຕາລີ ບໍ່ຮູ້ວ່າ”ຍາທ່ານມະຫາເວດ ຕ້ອງການຫຍັງແທ້? ຕ້ອງກາສມາເຜີຍແຜ່ສາສນາພຸດ ຢູ່ນອກກໍມີຄຣູບາອາຈານທີມີຄວາມຮູ້ຢ່າງຫຼວງຫຼາຍ ຫຼືຫວັງມາສ້າງຄວາມແຕກແຍກສາມັກຄີຂອງຊາວລາວໃນຕ່າງແດນ ທີບໍ່ມັກຣັດມິຜະເດັດຄອມມຸນີສ ຄືມະຫາເວດ ~ ກັມຈະສນອງຍາທ່ານແນ່ນອນ ບໍ່ເວັ້ນ
ພຣະ ຫຼືຄາຣະວາດ ດັ່ງໄກສອນທີຍຶດອຳນາດໃນປີ໑໙໗໕!!ມັນບໍ່ຕ່າງຫຍັງໃນການກະທຳໃນຄັ້ງນີ້ ກັບການຍຶດອຳນາດຈາກປະຊາຊົນລາວ! )

ຈາກພວກເຮົາ”ລາວອິສຣະຍຸກໃໝ່໒໑“