“ມື້ນີ້ ວັນທີ ໓໐ ພຶສພາ ເປັນວັນອັດຖະມິບູຊາ ຫຼືວັນຖວາຍພຣະເພີງພຣະພຸທເຈົ້າ“~ຂ່າວຈາກຟັງທັມມະ~Listenning Dhamma

👏🙏🏻🍃ມື້ນີ້ເປັນວັນ ອັດຖະມີບູຊາ ຄື ວັນຖວາຍພຣະເພີງພຣະພຸດທະສະຣີຣະຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ຫຼັງຈາກທີ່ພຣະອົງສະເດັດດັບຂັນທະປະຣິນິບພານໄປແລ້ວ ໘ວັນ ຖືເປັນວັນສຳຄັນທາງພຸດທະສາສນາອີກວັນໜຶ່ງ ກົງກັບແຮມ ໘ຄ່ຳ ເດືອນວິສາຂະ (ເດືອນຫົກ). ປີນີ້ກົງກັບ ວັນພະຫັດ ວັນທີ ໓໐ ພຶສະພາ ໒໐໒໔

ນອກຈາກນີ້ ຍັງເປັນວັນຄ້າຍວັນທີ່ພຣະນາງສິຣິມະຫາມາຍາ ຜູ້ເປັນພຸດທະມານດາສິ້ນພຣະຊົນ ຫຼັງຈາກປະສູດ ແລະເປັນວັນຄ້າຍວັນທີ່ພຣະພຸດທະເຈົ້າສະເຫວີຍວິມຸດຕິສຸກ ຕະຫຼອດ ໗ ວັນ ຫຼັງຕັດສະຮູ້ອີກດ້ວຍ.

ສະນັ້ນ, ພວກເຮົາທັງຫລາຍທີ່ເປັນຊາວພຸດ ຄວນລະນຶກເຖິງພຣະພຸດທະຄຸນ ຫຼື ພິຈາຣະນາພຸດທານຸສສະຕິກັມມະຖານ ດ້ວຍການຕັ້ງຈິດໄວ້ ແລະລະນຶກເຖິງຄຸນຂອງພຣະພຸດທະອົງ ເພື່ອນ້ອມຖວາຍເປັນພຸດທະບູຊາ ແລະເພື່ອຝຶກຈິດໃຈຂອງຕົນໃຫ້ເກີດເປັນບຸນກຸສົນ ເພື່ອໃຫ້ເກີດສະມາທິ ແລະເກີດປັນຍາ.

ເພສ: ຟັງທັມ-Listening dhamma

https://m.facebook.com/story.php?story_fbid=pfbid0SE8FrmRU2RVi1WWSmZ6bxTKjpX7tBhXy9XGKJHKbfPs4Vhkb6s7zyc3HAbZPztrml&id=61556177097392