“ຂ້ອຍບໍ່ສາມາດງຽບໄດ້ຄືໃນອະດີດ ຍຸກການປົກຄອງປິດຕາປິດປາກປະຊາຊົນ ໄດ້ຈົບລົງແລ້ວ” ໝວຍ ຫ້ວຍເຮືອງ ໄຊຍະບູລີ ກ່າວ…~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

https://l.facebook.com/l.php?u=https%3A%2F%2Fwww.manushyafoundation.org%2Ffree-muay-from-jail-in-laos&h=AT1jRxlPpRuw4AkUfUwT2XFFNWLMzVom0QPoHYFqL_G3DQFMZElg_mO1j_2FvT4cldEMcrHLWyoMqjri_6KEGhyKo9Ut_y5piokvNFOENdvrial_N1OtnmaFnAnV&s=1

FreeMuay ວັນທີ 12 ກັນຍາ 2019, ນາງ ຫ້ວຍເຮືອງ ໄຊຍະບູລີ ຫຼື ໝວຍ ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ແລະ ນັກປົກປ້ອງສິດທິມະນຸດຍິງຊາວລາວ ທີ່ຖືກເຈົ້າຫນ້າທີ່ຈັບກຸມຂໍ້ຫາ ວິພາກວິຈານການບໍລິຫານຂອງລັດຖະບານ ຜ່ານສື່ສັງຄົມອອນລາຍ ໂດຍລາວຖືກກ່າວຫາວ່າໝິ່ນປະມາດ ແລະ ໂຄສະນາຕ້ານ ສປປ ລາວ ມາດຕາ 117 ຂອງປະມວນກົດໝາຍອາຍາ. 

ໃນປີ 2018 ຫຼັງຈາກເກີດເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໝວຍໄດ້ອອກມາເວົ້າເຖິງຜົນກະທົບຂອງເຫດການດັ່ງກ່າວ ແລະ ຜົນກະທົບຕໍ່ຊຸມຊົນໃນເຂດພາກໃຕ້ຂອງລາວ ໂດຍອັດວິດິໂອເຟສບຸກຂະນະຢ້ຽມຊົມທີ່ພັກຂອງຊາວບ້ານ ທີ່ຕ້ອງໄຮ້ທີ່ຢູ່ອາໄສ, ເມື່ອວັນທີ 5 ກັນຍາ 2019 ລາວໄດ້ອອກມາວິຈານການຕອບສະນອງທີ່ຫຼ້າຊ້າຂອງລັດຖະບານ ໃນການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຫນັກທາງພາກໃຕ້ ແລະ ດຶງຄວາມສົນໃຈໄປທີ່ຄວາມຫຼົ່ມເຫລຼວຂອງລັດຖະບານທີ່ບໍ່ຮຽນຮູ້ຄວາມຜິດພາດຂອງຕົນ, ໂດຍວິດິໂອມີຍອດເຂົ້າເບິ່ງຫຼາຍກກວ່າ 173,000 ຄັ້ງ ແລະ ນຳໄປສູ່ການຈັບກຸມໝວຍ. 

“ຂ້ອຍບໍ່ສາມາດງຽບໄດ້ຄືໃນອະດີດ ຍຸກການປົກຄອງປິດຕາປິດປາກປະຊາຊົນໄດ້ຈົບລົງແລ້ວ” ໝວຍກ່າວ…

ໝວຍຖືກກັກຂັງຈົນເລີ່ມການພິຈາລະນາຄະດີ ຜ່ານໄປໜື່ງເດືອນລາວບໍ່ໄດ້ຮັບອະນຸຍາດໃຫ້ຕິດຕໍ່ກັບຄອບຄົວ ແລະ ທະນາຍຄວາມ, ບໍ່ມີໂອກາດໂຕ້ແຍ້ງຄວາມຖືກຕ້ອງຕາມກົດໝາຍທີ່ກັກຂັງລາວ. ນອກຈາກນີ້ລາວຍັງບໍ່ໄດ້ຮັບອະນຸຍາດໃຫ້ແຕ່ງຕັ້ງທະນາຍຄວາມຂອງຕົນເອງ ສຳລັບການພິຈາລະນາຄະດີໃນປີນັ້ນ, ຫຼັງຈາກການພິຈາລະນາຄະດີທີ່ລະເມີດສິດທິໃນຂະບວນການຍຸຕິທຳຂອງ ໝວຍ ລາວຖືກຕັດສິນຈຳຄຸກ 5 ປີ ແລະ ປັບ 20 ລ້ານກີບ ມາຮອດເດືອນທັນວາ 2023 ລາວຍັງຄົງຢູ່ໃນຄຸກ. 

ພາຍໃຕ້ເງົາຂອງລະບອບຜະເດັດການ ເລື່ອງລາວຂອງ ໝວຍ ກາຍເປັນເຄື່ອງພິສູດເຖິງຄວາມໂຫດຮ້າຍ ທີ່ປະຊາຊົນລາວຕ້ອງອົດທົນຕໍ່ເນື່ອງ. ມູນນິທິມະນຸດສະຍະຕະນັກເຖິງຄວາມຈຳເປັນທີ່ໝວຍຕ້ອງໄດ້ຮັບຄວາມຍຸຕິທຳ ແລະ ຄວາມຕ້ອງການທີ່ຈະບອກຄວາມຈິງກ່ຽວກັບ #WhatsHappeningInLaos ແລະ ຄວາມຍາກລຳບາກຂອງນັກປົກປ້ອງສິດທິມະນຸດຍິງ.

ມະນຸດສະຍະໄດ້ຮຽກຮ້ອງຢ່າງບໍ່ອິດເມື່ອຍ ຕັ້ງແຕ່ເດືອນມີນາ 2020 ຂໍໃຫ້ປ່ອຍ ໜວຍ ອອກຈາກຄຸກ, ການກະທຳດັ່ງກ່າວເປັນສິ່ງທີ່ລັດຖະບານລາວຕ້ອງຮັບຜິດຊອບ ໂດຍການເປີດເຜີຍຄວາມຈິງກັບການໃຊ້ອຳນາດຜະເດັດການອອນລາຍ ແລະ ການກະທຳທີ່ໂຫດຮ້າຍຂອງລະບອບການປົກຄອງ. 

ເຮົາຂໍເຊີນຊວນໃຫ້ທຸກຄົນຮ່ວມນົນນະລົງເພື່ອປ່ອຍໝວຍອອກຈາກຄຸກ

#WeAreManushyan  ມະນຸດເທົ່າທຽມກັນ

#ຖ້າການເມືອງລາວດີ