“ຄີກຄູ່ສາຍແນນ”~ຈາກຈີຕ ໄຊຍະຄົມ

ຄີກຄູ່ສາຍແນນ

ເພິ່ນວ່າ ບຸບເພສ້າງ ສາຍແນນສາຍມິ່ງ
ມາເປັນ ຄົນຄູ່ສ້າງ ຊອນຊົ້ນຊື່ນໃຈ ເຈົ້າແຫຼ້ວ
ເພິ່ນວ່າ ບຸບເພກໍ້າ ກັມເວນນໍາມາຈ່ອງ
ສອງເປັນສາມ ຄູ່ຊ້ອນ ຊອນໄວ້ບໍ່ແກ່ນສານ ເຊື່ອເນີ

ແຕ່ຫາກ ມາເມື່ອນີ້ ນີນັ່ນນອງນັນ
ສາຍສໍາພັນ ເພພັງ ພາກກັນກໍມີລົ້ນ
ສັບສົນ ຫຼືລວຍລົ້ນ ສອງຄົນເລີ້ມຕ່າງ
ທາງທີ່ດີ ແຍກຍ້າຍ ສະບາຍເບື້ອງບ່ອນໃຈ ເຈົ້າແລ

ໃນເມື່ອ ແພງສີສ້ອຍ ສົມສູ່ຊຽງຊອນ
ກາຍເປັນ ຄີສາມຄຽງ ຄີກກັນບໍຄວນຄ້ອງ
ອື່ນໄກ ມາແຊມຊ້ອນ ສງວນປອງເປັນປ່ອງ
ໃນເມື່ອ ມີໃຫມ່ກ້ຽວ ກ່ຽວຝັ້ນແຄ່ຝັນ ນັ້ນແລ້ວ

ອັນວ່າ ພິພົບນີ້ ເວນຈ່ອງນໍາຈອງ
ແສນຊິ ປົງໃຈຮັກ ອ່ອນຊອນຊົມຊ້ອນ
ກໍຂໍ ພໍພຽງນີ້ ນານປີຊິບ້າປ່ວງ
ແມ້ແຕ່ ໃນພິພົບໜ້າ ຢ່າພານພໍ້ພົບກັນ ອີກເລີຍ

໐໙ ມັງກອນ ໒໐໒໔
ຈິຕ ໄຊຍະຄົມ