(ພອນປີໃໝ່ ສາກົນ 2024 )
ປີ ເກົ່າ ລັບເລື່ອນຍ້າຍ ກາຍເລີກ ລາໜີ
ປີ ໃໝ່ ມີມາແທນ ທຽບທຽມ ຊົມໃຊ້
ເຖິງ ຊາວລາວ ຢູ່ໃກ້ ຫລືໄກ ທະວິບອື່ນ ກໍດີ
ຂໍ ໃຫ້ສຸກສືບສ້າງ ຜອງເທົ້າ ຊົ່ວ ການ .
ຂໍສົ່ງພອນ ກ່າວເວົ້າ ໃຫ້ເຖິງທົ່ວ ຄົນລາວ
ຂໍ ໃຫ້ມີ ແສງສີ ສວ່າງໃສ ເໝືອນແກ້ວ
ແນວດີ ຫຍັບມາໃກ້ ແນວຈັງໄຮ ໃຫ້ເຫີນຫ່າງ
ຍູທ່າງ ສຸກຊື່ນຊ້ອຍ ມະໂນແມ້ງ ມ່ວນໃຈ .
ໂຣກ ທີ່ຍັງ ຕິດຄ້າງ ໃຫ້ຫຼິກ ຫ່າງໄກໜີ
ທຸກໂຣກພັຍ ທີ່ມີ ຢ່າໄດ້ ເວີນມາໃກ້
ໃຫ້ ຊາວລາວເຮົາໄດ້ ສຸກຣຶທັຍ ທຸກເມື່ອ
ສຸກທີ່ມີຢູ່ແລ້ວ ທະວີຂື້ນ ກົ່ວເດີມ ພູ້ນເຢີ .
ກັມດີ ໃຫ້ລາວໄດ້ ສົມດັ່ງ ໃຈປະສົງ ແທ້ເນີ
ເປັນປີ ພົງພັນລາວ ກ່າວດີ ບໍ່ມີຮ້າຍ
ຢ່າໃຫ້ລາວ ໝາຍ ຂ້າ ຮາວີ ຄືຄາວກ່ອນ
ຂໍອວຍພອນ ຍາດພີ່ນ້ອງ ໃຫ້ຫາຍເສົ້າ ຕລອດປີ ທ່ານເອີຍ ./.
31/12/2023