“ ລະວັງຕົກເປັນເຫຍື່ອຂອງການເປົ່າຫູ ແລະ ກົນອຸບາຍຈາກພວກຜະເດັດການ! ”ຂ່າວຈາກມຸນິທິມະນຸດສະຍະ ~Manushya Foundation

ລະວັງຕົກເປັນເຫຍື່ອຂອງການເປົ່າຫູ ແລະ ກົນອຸບາຍຈາກພວກຜະເດັດການ! 

ເປັນທີ່ຊັດເຈນແລ້ວວ່າ ການນຳພາຂອງລັດຖະບານ ສປປ ລາວ ແມ່ນໄດ້ເຮັດໃຫ້ຄຸນະພາບຊີວິດການເປັນຢູ່ຂອງປະຊາຊົນລາວຕ້ອຍຕ່ຳລົງເລື່ອຍໆຢ່າງບໍ່ມີທີ່ສິ້ນສຸດ,

ຕາມສະພາບຄວາມເປັນຈິງ ລາຄາສິນຄ້າພາຍໃນປະເທດຍັງຄົງເພີ່ມຂຶ້ນເລື່ອຍໆ ປະຊາຊົນອົດຢາກປາສະຈາກນະໂຍບາຍຊ່ວຍເຫຼືອຈາກທາງລັດຖະບານ ອັດຕາການປຸ້ນຈີ້-ລັກຂະໂມຍເພີ່ມຂຶ້ນເຊິ່ງໃນຫຼາຍໆກໍລະນີຕຳຫຼວດກໍບໍ່ສາມາດຊ່ວຍເຫຼືອເຫຍື່ອໄດ້ ທັງໝົດນີ້ເປັນພຽງຄວາມຈິງສ່ວນໜຶ່ງເທົ່ານັ້ນ ເປັນຄວາມຈິງທີ່ບໍ່ສາມາດປະຕິເສດໄດ້!

ໃນຂະນະດຽວກັນນັ້ນ ຊີວິດການເປັນຢູ່ຂອງພວກຊົນຊັ້ນນຳຊ້ຳພັດເດີນໄປໃນທິດທາງກົງກັນຂ້າມ! ກຸ່ມຄົນເຫຼົ່ານີ້ມີຊີວິດການເປັນຢູ່ທີ່ດີ ພາຍນອກເຮັດທຳທ່າສົນໃຈການເປັນຢູ່ຂອງປະຊາຊົນ ແຕ່ພາຍໃນກໍຍັງຄົງສົນໃຈສະເພາະແຕ່ຜົນປະໂຫຍດສ່ວນຕົວ ແລະ ຂອງພັກພວກຕົນ ພຽງແຕ່ກຸ່ມຄົນເຫຼົ່ານີ້ບາງສ່ວນບໍ່ກ້າສະແດງອອກຍ້ອນຄວາມຢ້ານກົວທີ່ມີຕໍ່ຫາງສຽງຂອງສັງຄົມ.

ປາກົດການດັ່ງກ່າວຈຶ່ງເຮັດໃຫ້ປະຊາຊົນນັບມື້ນັບພາກັນຕັ້ງຄຳຖາມເຖິງການນຳພາຂອງລັດຖະບານ ແລະ ລະບົບການປົກຄອງທີ່ອຳນວຍຄວາມສະດວກໃຫ້ກັບພວກຊົນຊັ້ນນຳໃນການສໍ້ລາດບັງຫຼວງ ແລະ ເຮັດໃຫ້ມີຊ່ອງວ່າງ

ໃນກິດຈະກຳທີ່ມີລັກສະນະຂາຍຊາດ ເຊິ່ງນຳຄວາມຫາຍະນະມາສູ່ສັງຄົມ, ເສດຖະກິດ ກະບວນການຍຸຕິທຳ ແລະ ລະບົບການເມືອງເຮັດໃຫ້ເກີດປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງທີ່ພວກເຮົາໄດ້ເຫັນກັນໃນທຸກໆມື້!

ທີ່ຜ່ານມາ ທາງການລາວມັກທີ່ຈະຄຸກຄາມປະຊາຊົນທີ່ກ້າເວົ້າຄວາມຈິງ ນຳໃຊ້ກົດໝາຍຈຳກັດສິດໃນການສະແດງອອກຂອງປະຊາຊົນ ແລະ ໃນຫຼາຍໆກໍລະນີພວກທາງການລາວກໍເຖິງຂັ້ນນຳໃຊ້ວິທີເປື້ອນໆໃນການປິດປາກປະຊາຊົນ

ເຊິ່ງເປັນອີກປັດໄຈທີ່ເຮັດໃຫ້ປະຊາຊົນສ່ວນຫຼາຍນິຍົມຫັນມາວິຈານລັດຖະບານໃນສື່ສັງຄົມ ໂດຍບໍ່ລະບຸຕົວຕົນ.

ບໍ່ວ່າຄວາມຈິງຈະໂຫດຮ້າຍພຽງໃດ ‘ຄົນຂອງລັດ’ ກໍຍັງກ້າທີ່ຈະກ່າວຫາປະຊາຊົນວ່າສິ່ງທີ່ພວກເຮົາກຳລັງເຮັດນັ້ນ ແມ່ນເປັນການໂຈມຕີລັດຖະບານ ເຖິງແມ່ນວ່າປະຊາຊົນຈະພຽງແຕ່ ‘ຕັ້ງຄຳຖາມ’ ແລະ ‘ອອກຄຳຄິດເຫັນ’ ຕໍ່ບັນຫາຕ່າງໆ ຄົນພວກນີ້ກໍຈະດູໝິ່ນປະຊາຊົນວ່າເປັນພວກເຊື່ອຄົນງ່າຍ ປ້ອຍດ່າສາບແຊ່ງປະຊາຊົນທີ່ເຫັນຕ່າງວ່າເປັນຂີ້ຂ້າພວກຕ່າງປະເທດ ແລະ ເຮັດເພື່ອເງິນສະກຸນຕ່າງປະເທດ ທັງໝົດນີ້ເປັນພຶດຕິກຳທີ່ເອີ້ນວ່າ ‘ຜະເດັດການ’ ຢ່າງຈະແຈ້ງ ສະແດງໃຫ້ເຫັນວ່າພວກທາງການລາວກຳລັງອາໃສຢູ່ໃນກະລາ, ລ້າງສະໝອງປະຊາຊົນ, ດູຖູກປະຊາຊົນ, ບໍ່ຮັບຟັງ ແລະ ຍັງບັງຄັບໃຫ້ປະຊາຊົນແນມໂລກໄປໃນທາງທີ່ບິດເບືອນໄປຈາກຄວາມຈິງ.

ພວກຄົນກຸ່ມນີ້ຈະຫາໂອກາດລ້າງສະໝອງປະຊາຊົນທຸກເມື່ອ ທຸກເວລາ ທຸກສະຖານທີ່ ບໍ່ວ່າຈະເປັນການປະຊຸມ, ງານສຳມະນາ ຫຼື ແມ່ນແຕ່ໃນສະຖານທີ່ການສຶກສາ ໂດຍສ່ວນຫຼາຍຈະມາໃນຮູບແບບການເວົ້າກ່ຽວກັບ ‘ການນຳໃຊ້ສື່ສັງຄົມ’ 

ເຊິ່ງກໍຈະມີໂຄງຮ່າງການເວົ້າທີ່ຄ້າຍຄືກັນ ຕົວຢ່າງເຊັ່ນ:

-ໂຍງເລື່ອງບັນຫາເສດຖະກິດໄປກ່ຽວຂ້ອງກັບສົງຄາມຂອງມະຫາອຳນາດ ໂດຍບໍ່ອີງຕາມຄວາມຫຼັກການເສດຖະກິດ ແຕ່ອີງຕາມບັນຫາພູມິສາດການເມືອງແທນ

-ເປົ່າຫູປະຊາຊົນວ່າ ‘ທຸກປະເທດກໍກຳລັງປະເຊີນບັນຫາເຊັ່ນດຽວກັບປະເທດລາວ’  ໂດຍບໍ່ແນມເບິ່ງຄວາມແຕກຕ່າງດ້ານນະໂຍທາງສັງຄົມ-ເສດຖະກິດ, ການຈັດສັນຊັບພະຍາກອນ, ຄວາມໂປ່ງໃສດ້ານການຈັດເກັບພາສີ ແລະ ງົບປະມານການໃຊ້ຈ່າຍຂອງລັດຖະບານ

-ມີການພາດພິງເຖິງຊື່ນັກເຄື່ອນໄຫວ ຫຼື ປະເທດທີີ່ມີອຸດົມການຕ່າງຈາກຕົນໂດຍຕີລາຄາ ແລະ ປູກຝັງວ່າທັງໝົດນັ້ນແມ່ນສັດຕູຂອງຊາດ ເຊິ່ງເປັນການພະຍາຍາມປູກຝັງຄວາມກຽດຊັງໃຫ້ກັບໄວໜຸ່ມລາວ.

ພວກເຮົາຮູ້ດີວ່າ ໄວໜຸ່ມລາວທຸກມື້ນີ້ເລີ່ມມີຄວາມຄິດເປັນຂອງຕົນ, ຮູ້ການແຍກແຍະ, ມີສັັກສີ ແລະ ຄວາມເຊື່ອທີ່ຕ່າງຈາກພວກຜະເດັດການ ທັງໝົດນີ້ແມ່ນຍ້ອນຄວາມສະຫຼຽວສະຫຼາດໃນການບໍລິໂພກສື່ ຮູ້ຄວາມແຕກຕ່າງລະວ່າງ ‘ສຽງຂອງປະຊາຊົນ’ ກັບ ‘ໂຄສະນາຊວນເຊື່ອ’

ສະນັ້ນຈົ່ງພາກັນມີສະຕິ ລະວັງກົນອຸບາຍຂອງຜະເດັດການ ແລະ ບໍ່ຕົກເປັນເຫຍື່ອຂອງໂຄສະນາຊວນເຊື່ອຈາກພວກຜະເດັດການ!

#WeAreManushyan ♾ ມະນຸດເທົ່າທຽມກັນ

#ລັດຖະບານລາວ #WhatsHappeningInLaos