“ ສປປລາວ ມີການສໍ້ຣາຊບັງຫຼວງ ໕ເປົາໝາຍ ມີຜູ້ພົວພັນ ໓໔ຄົນ ມູນຄ່າເສັຍຫາຍ ໘໐໐ກວ່າຕືກີບ ແລະ ໑໖ລ້ານໂດນລ່າສະຫະຣັດ~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

ໃນວັນທີ 8 ທັນວາ 2023 ທ່ານວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງກ່າວປາໃສ ຕໍ່ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫລວງສາກົນຄົບຮອບ 20 ປີ ວ່າໄດ້ມີການດຳເນີນຕິດຕາມ-ກວດກາ ແລະ ສືບສວນເປົ້າໝາຍທີ່ມີພຶດຕິກຳສໍ້ລາດບັງຫລວງໄດ້ທັງໝົດ 5 ເປົ້າໝາຍ ມີຜູ້ພົວພັນຢູ່ 34 ຄົນ ມູນຄ່າຄວາມເສຍຫາຍທີ່ພົບເຫັນ 800 ກວ່າຕື້ກີບ ແລະ 16 ລ້ານກວ່າໂດລາສະຫະລັດ.

ຢ່າງໃດກໍຕາມການສໍ້ລາດບັງຫລວງໃນປະເທດລາວຍັງຄົງພົບເຫັນໄດ້ຢູ່ທຸກໆປີແຕ່ບໍ່ສາມາດແກ້ໄຂໄດ້ ແລະ ບໍ່ມີການເປີດເຜີຍວ່າໃຜເປັນຜູ້ທີ່ສໍ້ລາດບັງຫລວງ. ຈາກຂໍ້ມູນໃນປີ 2022 ປະເທດລາວຍັງຄົງເປັນປະເທດທີ່ມີການສໍ້ລາດບັງຫລວງຫຼາຍທີ່ສຸດໃນອາຊຽນດ້ວຍອັນດັບທີ 3 ຮອງຈາກກຳປູເຈຍ ແລະ ມຽນມາ.

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos

#ຖ້າການເມືອງລາວດີ #ລຖບຫຄ