“ ຄົບຮອບ ໗໕ ປີ ວັນສິດທິມະນຸດສາກົນ ~໑໐ ທັນວາ ວັນສິດທິມະນຸດສາກົນ ໑໐ ທັນວາ ໑໙໔໘~໑໒ ທັນວາ ໒໐໒໓ “~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

໑໐ ທັນວາ ວັນສິດທິມະນຸດສາກົນ ໑໐ ທັນວາ ໑໙໔໘ ~໑໐ ທັນວາ ໒໐໒໓

ວັນສິດທິມະນຸດສາກົນ ກົງກັບວັນທີ 10 ທັນວາຂອງທຸກໆປີ ເປັນການລະນຶກເຖິງວັນທີ່ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດໄດ້ຮັບຮອງຖະແຫຼງການສາກົນວ່າດ້ວຍສິດທິມະນຸດ (UDHR) ໃນປີ 1948. ໄລຍະທ້າຍຂອງສົງຄາມໂລກຄັ້ງທີສອງ ໄດ້ສົ່ງຜົນກະທົບທາງດ້ານຮ່າງກາຍ ແລະ ຈິດໃຈແກ່ມວນມະນຸດ, ຄວາມຮຸນແຮງ ແລະ ການສູນເສຍໄດ້ກໍ່ໃຫ້ເກີດເປັນພະລັງຄັ້ງໃຫຍ່ ໃນການສ້າງຕັ້ງສະຫະປະຊາຊາດ ແລະ ຖະແຫຼງການວ່າດ້ວຍສິດທິມະນຸດ ເປັນເອກະສານສຳຄັນທີ່ສະຫຼຸບສິດທິ ແລະ ເສລີພາບຂັ້ນພື້ນຖານທີ່ທຸກຄົນມີສິດ ໂດຍບໍ່ຕ້ອງຄຳນຶງເຖິງສັນຊາດ, ຊົນເຜົ່າ, ສາສະໜາ ແລະ ສະຖານະໃດໆ.

ວັນດັ່ງກ່າວ ເຮັດໜ້າທີ່ເປັນເຄື່ອງເຕືອນໃຈເຖິງຄວາມສຳຄັນຂອງການສົ່ງເສີມສິດທິມະນຸດທົ່ວໂລກ ມື້ນີ້ເປັນໂອກາດທີ່ຈະສ້າງຄວາມຄຳນຶງກ່ຽວກັບບັນຫາ ແລະ ຄວາມສ່ຽງດ້ານສິດທິມະນຸດ, ສະເຫຼີມສະຫຼອງຄວາມກ້າວໜ້າທີ່ເກີດຂຶ້ນ ແລະ ສະໜັບສະໜຸນໃຫ້ທຸກທຸກຄົນຄຳນຶງເຖິງເລື່ອງສິດທິມະນຸດຢ່າງເຕັມທີ່.

ວັນແຫ່ງການສະເຫຼີມສະຫຼອງວັນສິດທິມະນຸດ ບໍ່ໄດ້ຈຳກັດຢູ່ພຽງມື້ດຽວ ຄວາມພະຍາຍາມໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ຍັງຄົງດຳເນີນຕໍ່ໄປ ແລະ ວັນສິດທິມະນຸດຍັງເຮັດໜ້າທີ່ເປັນເຄື່ອງເຕືອນໃຈເຖິງການເຮັດວຽກຢ່າງຕໍ່ເນື່ອງໃນການສ້າງໂລກທີ່ສິດທິມະນຸດໄດ້ຮັບການເຄົາລົບ ແລະ ຍຶດຖືໃນລະດັບສາກົນ.

#WeAreManushyan ♾ ມະນຸດເທົ່າທຽມກັນ