“ ການເຄົາລົບເສລີພາບສື່ນັ້ນ ຫຼຸດລົງຈົນໜ້າກັງວົນ ທັງໃນລະດັບພາກພື້ນ ແລະ ໃນລະດັບໂລກ”~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

ໃນສອງສາມເດືອນທີ່ຜ່ານມາລັດຖະບານລາວໄດ້ດຳເນີນການກວດລ້າງສື່ຕ່າງໆຄັ້ງໃຫຍ່ບໍ່ວ່າຈະເປັນໃນປະເທດ ແລະ ນອກປະເທດ ໂດຍອ້າງວ່າເປັນການໃສ່ຮ້າຍລັດຖະບານ, ສະແດງໃຫ້ເຫັນຄວາມຢ້ານກົວຕໍ່ສື່ຕ່າງໆ ໂດຍສະເພາະສື່ອອນໄລນ໌ໃນປັດຈຸບັນທີ່ລັດຖະບານຄວບຄຸມຍາກ.

ສິ່ງນີ້ສວນທາງກັບສິດທິເສລີພາບຂອງສື່ທີ່ສັງຄົມປະຊາທິປະໄຕຫຼາຍແຫ່ງໃນໂລກຍອມຮັບ ແລະ ປົກປ້ອງເສລີພາບຂອງສື່ ເປັນສິດຂັ້ນພື້ນຖານ ໃຫ້ສື່ມີອິດສະຫຼະໃນການລາຍງານຂ່າວທີ່ເປັນຄວາມຈິງ. ຕັ້ງແຕ່ອະດີດລາວມີຂໍ້ຈຳກັດກ່ຽວກັບເສລີພາບຂອງສື່ ພາບລວມຂອງສື່ຖຶກຄວບຄຸມໂດຍລັດຖະບານ ແລະ ສື່ທີ່ເປັນອິດສະຫຼະຈາກການຄວບຄຸມກໍມີຈຳກັດ ເຮັດໃຫ້ຄວາມສາມາດໃນການສືບສວນ ແລະ ລາຍງານການສໍ້ລາດບັງຫຼວງບໍ່ໄດ້ຄຸນະພາບ.

ສື່ມີບົດບາດສຳຄັນໃນການອຳນວຍຄວາມສະດວກ ແລະ ເສລີພາບໃນການສະແດງອອກ ຊ່ວຍໃຫ້ບຸກຄົນ ແລະ ອົງກອນສາມາດສະແດງຄວາມຄິດເຫັນຂອງຕົນເອງໄດ້. ສື່ຍັງມີຄວາມສຳຄັນໃນການເປີດເຜີຍຄວາມໂປ່ງໃສຂອງລັດຖະບານ ແລະ ຍັງມີໜ້າທີ່ວິຈານການເຮັດວຽກທີ່ບໍ່ໄດ້ຄຸນະພາບຂອງລັດຖະບານ ຕາມສິດ ແລະ ໜ້າທີ່ຂອງພວກເຂົາ. 

ພາບລວມຂອງສື່ໃນປະເທດລາວຕັ້ງແຕ່ປີ 2022 ຮອດປັດຈຸບັນ ມີການຄວບຄຸມຢ່າງເຂັ້ມງວດ ໂດຍມີເສລີພາບສື່ຢ່າງຈຳກັດ, ລັດຖະບານສາມາດລະງັບສຽງທີ່ບໍ່ເຫັນດ້ວຍໄດ້. ນັກຂ່າວໃນປະເທດລາວຕ້ອງປະເຊີນກັບຄວາມທ້າທາຍທີ່ສຳຄັນ ລວມເຖິງການ ການຄຸກຄາມ ແລະ ປິດບັງຕົວຕົນ ເນື່ອງຈາກກັງວົນເລື່ອງຄວາມປອດໄພຂອງຕົນ, ດັ່ງນັ້ນການສືບສວນປະເດັນລະອຽດອ່ອນເຊັ່ນ ການສໍ້ລາດບັງຫຼວງ ເປັນເລື່ອງຍາກ.

ການເພີ່ມຂຶ້ນຂອງໂຊຊຽວມີເດຍ ແລະ ສື່ດິຈິຕອລຕ່າງໆ ສາມາດເປັນທາງເລືອກສຳຫຼັບການແບ່ງປັນຂໍ້ມູນ ແບບບໍ່ເປີດເຜີຍຕົວຕົນ ເຖິງວ່າເຈົ້າຂອງແພລັດຟອມອາດຈະຕ້ອງສ່ຽງຈາກການສະແດງອອກທາງອອນໄລນ໌ໃນສະພາບແວດລ້ອມທີ່ຈຳກັດ ຕາມມາດຕາ 13: ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນໂລນ໌, ຂໍ້ທີ 4: ການນຳເອົາຂໍ້ມູນຄອນພິວເຕີ ທີ່ມີລັກສະນະຊວນເຊື່ອ ຍຸຍົງ ແລະ ສົ່ງເສີມປະຊາຊົນຕໍ່ຕ້ານລັດ.

ອົງກອນ Reporters Without Borders ລາຍງານວ່າ ການເຄົາລົບເສລີພາບສື່ນັ້ນ ຫຼຸດລົງຈົນໜ້າກັງວົນ ທັງໃນລະດັບພາກພື້ນ ແລະ ໃນລະດັບໂລກ. ໜ່ວຍງານ Committee to Protect Journalists ລາຍງານວ່າ ໃນປີ 2017 ມີນັກຂ່າວ 46 ຄົນ ຖືກຂ້າຂະນະທີ່ປະຕິບັດໜ້າທີ່ ແລະ ໜ່ວຍງານ The International News Safety Institute ໄດ້ລາຍງານວ່າໃນປີ 2018 ມີນັກຂ່າວຖືກຂ້າໃນຂະນະທີ່ປະຕິບັດໜ້າທີ່ຈຳນວນ 33 ຄົນ ແບ່ງອອກເປັນທະວີບອາເມຣິກາ 10 ຄົນ, ເອເຊຍ 22 ຄົນ ແລະ ຢູໂຣບ 22 ຄົນ ແລະ ໜຶ່ງໃນສາເຫດຫຼັກແມ່ນຖືກກຸ່ມຜູ້ມີອິດທີພົນທາງດ້ານການເມືອງ ແລະ ສາສະໜາຂ້າປິດປາກ.

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos

#ຖ້າການເມືອງລາວດີ #ລຖບຫຄ