ວິທີແຕ່ງກາບ”ຂອງເກົ່າບໍ່ເລົ່າມັນລືມ”ແບບມະຫາສີລາ ວິຣະວົງສ໌~ ສເນີໂດຍ ຈິຕ ໄຊຍະຄົມ

ວິທີຂຽນກາພຍ໌(ກາບ)“ຂອງເກົ່າບໍ່ເລົ່າມັນລືມ”ແບບມະຫາ ສີລາ ວິຣະວົງສ໌ ວິທີຂຽນກາພຍ໌ບັນທັດລະ.7.ຄໍາອົມພຸທໂທ ນະໂມເປັນເຄົ້າຂ້າຊິເວົ້າ ກາພຍ໌ພະມຸນີພະມຸນີ ຢູ່ຫົວເປັນເຈົ້າເວົ້າເມືອໜ້າ ຍັງກວ້າງກວ່າຫລັງອະນິດຈັງ ລູກຫລານເຕັມບ້ານຢ່າຂີ້ຄ້ານ ປະຮີດຄອງທັມໃຫ້ພໍ່າເພັງ ພາວະນາຢ່າຂາດ ວິທີຂຽນກາພຍ໌ບັນທັດລະ.14.ຄໍາ ໃຫ້ຕັກບາດຢ່າຂາດວັນສິນ ໃຫ້ກິນທານຈັງຫັນແມ່ອອກເພິ່ນສອນບອກຢ່າເກີດໂມໂຫ ໂຕສອນໂຕຟັງເອົາຈຶ່ງໄດ້ບາບຢູ່ໃກ້ບຸນນັ້ນຢູ່ໄກ ອະວິໄສຢ່າທໍາໄປໜ້າແນວເຫລັກກ້າມັນຖືກຫີນຊາ ຝູງມັກສາຫມາຍຊົມນໍ້າໃຫຍ່ລາງນົກໃສ່ມາຮ້ອງກໍ້າຂວາ ລາງນົກທາມາຮ້ອງບອກຊື່ໃຫ້ຈື່ໄວ້ຕາມຮີດບູຮານ ຟັງຄວາມຫລານຈື່ເອົາເດີເຈົ້າຍົກໃສ່ເກົ້າຄຸນພໍ່ບິຕາ ຄຸນມານດານົບຫາຢ່າຂາດຢ່າປະຫມາດຄຸນແກ້ວທັງສາມ ເຂົ້າໃນຜາມຢ່າທັດດອກໄມ້ບໍ່ແມ່ນໄຫວ້ຫາເຊື້ອຜີສາງ ບໍ່ແມ່ນທາງທີ່ດີເຫັນຊອບຂ້ອຍຈຶ່ງຄອບຂໍໂຈະໄວ້ກ່ອນ ເຖິງບ່ອນບັ້ນວັນໜ້າພົບກັນ 02 ພະຈິກ

Read more