“ແມນແຈສເຕີ ຊີຕີ ແຊ້ມປ້ຽນຢູໂຣບກິລາເຕະບານສໂມສອນຢູໂຣບ ໒໐໒໓“~ຂ່າວຈາກໜັງສື່ພີມກິລາຝຣັ່ງ”ເລກີບເປີ~l’équipe.fr

ແມນແຈສເຕີ ຊີຕີ ທີມສໂມສອນຂອງປະເທດອັງກີດ ໄດ້ເປັນແຊ້ມປ້ຽນລີກທີມສໂມສອນຢູໂຣບ໒໐໒໓ ເປັນຄັ້ງທຳອີດ ໂດຍເອົາຊນະທີມອີນເຕີ ມີລານຂອງປະເທດອິຕາລີ ໑ຕໍ່໐ https://www.facebook.com/mancity/videos/1241019466543781/ https://www.facebook.com/livescore/videos/558221729604039/ https://www.facebook.com/mancity/videos/548137750727621/ ແມນ ຊີຕີ ຕອນພົບເປແອສເຊ : https://www.facebook.com/mancity/videos/202409795901415/ https://l.facebook.com/l.php?u=https%3A%2F%2Fwww.lequipe.fr%2FFootball%2Fmatch-direct%2Fligue-des-champions%2F2022-2023%2Fmanchester-city-inter-milan-live%2F584462&h=AT2n2stbjKTKB4KnyFHj37zdoghgV1nUFY_WyV1MeXSuPv4LdE4tcCZqwh7Tmc1swu8TYO0MzkW0-AJDKQ0TRIZjnz1LPE1Vt4PYtwgL3uoN_iYdDxNiRNuQWVgh&s=1

Read more

ມື້ນີ້ ວັນເສົາ ວັນທີ ໓ ມິຖຸນາ ໒໐໒໓ ເປັນວັນວິສາຂະບູຊາ ປະຈຳປີນີ້”

ມື້ນີ້ແມ່ນ 🙏ວັນວິສາຂະບູຊາ  ພສ.໒໕໖໖ ຕຮົງກັບວັນເສົາ ທີ ໓ ເດືອນມີຖຸນາ(ເດືອນ໖) ເປັນວັນເພັງ ໑໕ຄ່ຳ ປີເທາະ.ເປັນວັນສຳຄັນທາງພຸດທະສາສນາ. ມີການເຮັດບູນ ຟັງເທດ ບູຊາພຣະ ເພື່ອໃຫ້ເກິດຄວາມສະງົບສຸກໃຈ ໃນວັນນັ້ນ. ວິສາຂະບູຊາໝາຍເຖີງ ການບູຊາໃນວັນເພັງເດືອນ໖. ຖ້າປີໃດມີເດືອນ ໘ ສອງຫົນ ກໍຈະເລື່ອນໄປກາງເດືອນ໗. ວິສາຄະບູຊາ ເປັນວັນສຳຄັນທີ່ສຸດ:  ໑.ເປັນວັນປະສູດຂອງເຈົ້າຊາຍສີທັດຖະ ທີ່ສວນລູມພິນີວັນ ໃນວັນເພັງເດືອນ ໖ ຕົງກັບວັນເສົາ ຂື້ນ ໑໕ຄ່ຳ ປີເທາະກ່ອນ ພຸດທະສັກກະຣາດ໘໐ປີ ເມື່ອພຣະນາງສີຣິມະຫາມາຍາ ພຣະມະເຫສີຂອງ ພຣະເຈົ້າສຸດໂທທານະ ແຫ່ງກຸງກະບີນລະພັດ ຊົງພຣະຄັນໃກ້ຈະປະສູດ(ອອກລູກ) ພຣະນາງໄດ້ຮັບອະນຸຍາດໄປປະສູດທີ່ກຸງເທວະຫະ ທີ່ເປັນນະຄອນ ບ້ານເກີດຂອງນາງຕາມປະເພນີນິຍົມໃນສະມັຍນັ້ນ. ຂະນະທີ່ພຣະນາງໄດ້ຍຸດພັກຜ່ອນຢູ່ກ້ອງຕົ້ນສາລະ  ສວນ​ລຸມພິນີວັນ ພຣະນາງກໍໄດ້ ປະສູດພຣະໂອຣົດ ທີ່ກ້ອງຕົ້ນສາລະຕົ້ນນັ້ນ ຈື່ງໄດ້ຖວາຍພຣະນາມວ່າ ສີທັດຖະ ຊື່ງຕໍ່ມາພຣະອົງກໍໄດ້ອອກບວດ ຈົນບັນລຸ ສັມມາສັມໂພທິຍານ(ຍານອັນປະເສິດສູງສຸດ) ສຳເລັດເປັນພຣະອໍລະຫັນ ສັມມາສັມພຸດທະເຈົ້າ ຈື່ງຖືວ່າວັນນີ້ເປັນວັນປະສູດ​ຂອງພຣະພຸດທະເຈົ້າ.                              ໒.ຕັດສະຮູ້ ທີ່ກ້ອງຕົ້ນສີມະຫາໂພ ຮິມຝັ່ງແມ່ນ້ຳ ເນລັນສະລາ ບ້ານອຸຣຸເວລາ ເມື່ອວັນເພັງ ເດືອນ ໖ ກ່ອນພຸດທະສັກກະຣາດ ໔໕ປີການຕັດອະຣິຍະສັດສີ່ ຄືປະເສີດ ໔ ປະການຂອງພຣະພຸທະເຈົ້າ ສູງສຸດບໍ່ມີຜູ້ໃດສະເໝີເໝືອນ ຈື່ງຈັດເປັນວັນສຳຄັນ ເພາະເປັນວັນທີ່ເກິດມີພຣະພຸດທະເຈົ້າເກີດຂື້ນໃນໂລກ.ຊາວພຸດທົ່ວໄປ ຈື່ງເອີ້ນວ່າ ວັນວິສາຂະບູຊາ ວ່າ (ພຣະພຸດ) ອັນມີປະວັດວ່າ ພຣະມະຫາບູຣຸດໄດ້ຊົງບຳເພັນພຽນກ້ອງຕົ້ນສີມະຫາໂພ ຊົງບັນລຸ(ປຸເພນິສານຸດຕະຍານ) ຄືຊົງຣະລຶກ ອະດີດຕະຊາດໄດ້ທັງຂອງຕົນເອງ ແລະ ຜູ້ອື່ນ. ຍາມສອງ. ຊົງບັນລຸ(ຈະຕຸບປາຕະຍານ) ຄືຊົງຮູ້ແຈ້ງການເກີດ ແລະດັບຂອງສັພສັດທັງຫລາຍ. ຍາມສາມ. ຊົງບັນລຸ(ອາສະວັກຂະຍານ) ຄືຮູ້ວິທີກຳຈັດກິເລດດ້ວຍອາຣິຍະສັດສີ່ (ທູກສະມຸໄທ- ນິໂລດມັກ) ໄດ້ຕັດສະຮູ້ ເປັນສັມມາສັມພຸທະເຈົ້າ ໃນຄືນວັນເພັງ​ເດືອນ ໖ ຊື່ງ​ພຣະອົງມີອາຍຸໄດ້ ໓໕ພັນສາ. ທັມມະ ທີ່ພຣະອົງໄດ້ຕັດສະຮູ້ (ອາຣິຍະສັດສີ່)  ໑.ຄືຄວາມລຳບາກ ຄວາມບໍ່ສະບາຍດກາຍ ບໍ່ສະບາຍໃຈ.  ໒.ສະມຸໄທ ຄືເຫດທີ່ເຮັດໃຫ້ໃຈເກິດທຸກ

Read more