“ ຂ່າວຄືບໜ້າກ່ຽວກັບ”ແຈັກ”ໃນວັນເສົາ ທີ ໑໓ ພຶສພາ ໒໐໒໓ ~ ຈາກມຸນິທິມະນຸສະຍະ ~ Manushya Foundation

https://www.facebook.com/1911394555809652/posts/pfbid0sz1mH4CmfbHMvknfXjgfM5nYiZ5EHBMYpkADbvrNdBdrm8G6fMC2feV9iHiCCCMXl/?mibextid=afzh1R

12 ພຶດສະພາ 2023 – ທາງມູນນິທິມະນຸສະຍະຍິນດີທີ່ຈະແຈ້ງໃຫ້ທ່ານໄດ້ຮູ້ວ່າ ປັດຈຸບັນນີ້ແຈັກກຳລັງໄດ້ຮັບການເບິ່ງແຍງປິ່ນປົວຈາກແພດທີ່ລາວຕ້ອງການຢູ່ນອກປະເທດລາວເປັນທີ່ຮຽບຮ້ອຍແລ້ວ!

✈️ ການທ້າທາຍໃນສິ່ງທີ່ເປັນໄປໄດ້ຍາກ: ຫົນທາງສູ່ຄວາມປອດໄພ, ສຸຂະພາບ ແລະ ການປິ່ນປົວຂອງແຈັກ

ເນື່ອງຈາກອາການຂອງແຈັກບໍ່ໄດ້ມີທ່າທີວ່າຈະດີຂຶ້ນໃນປະເທດລາວ ຕົວລາວ ແລະ ຄອບຄົວຂອງລາວຈຶ່ງມີຄວາມກັງວົນກ່ຽວກັບສຸຂະພາບຂອງລາວຢ່າງຫຼວງຫຼາຍ ຫາກວ່າບາດແຜນັ້ນບໍ່ໄດ້ຮັບການປິ່ນປົວໂດຍທັນທີ. ຕາມຄຳຮ້ອງຂໍຂອງພວກເຂົາເຈົ້າ, ທາງມູນນິທິມະນຸສະຍະ, ເຊິ່ງໄດ້ຮັບຄຳແນະນຳຈາກຫຼາຍໆສະຖາບັນທີ່ມິປະສົບການດ້ານການອົບພະຍົບທາງການແພດ ໄດ້ສະໜັບສະໜຸນການຍ້າຍຕົວແຈັກໄປທີ່ໂຮງໝໍຕ່າງປະເທດ ເພື່ອໃຫ້ລາວໄດ້ຮັບການເບິ່ງແຍງຈາກແພດສະເພາະທາງຢ່າງຮີບດ່ວນ. ຕາມຄຳຮ້ອງຂໍຂອງທາງຄອບຄົວ ການອົບພະຍົບທາງການແພດຢ່າງຮີບດ່ວນນີ້ ແມ່ນໄດ້ດຳເນີນການເປັນຄວາມລັບຕາມມາດຕະຖານສາກົນ ແລະ ລະບຽບການຮັກສາຄວາມປອດໄພເພື່ອໃຫ້ແນ່ໃຈວ່າການຍ້າຍຕົວຂ້າມປະເທດນັ້ນແມ່ນເປັນໄປຢ່າງສະດວກສຳລັບແຈັກເຊິ່ງເປັນຜູ້ທີ່ໄດ້ຮັບຜົນກະທົບທາງດ້ານຄວາມຮູ້ສຶກຈາກການໂຈມຕີທີ່ກະທົບໄປເຖິງຈິດໃຈຂອງລາວ.

🏥 ໃນວັນທີ 9 ພຶດສະພາ 2023, ແຈັກໄດ້ຖືກອົບພະຍົບທາງການແພດໄປຕ່າງປະເທດ ແລະ ໃນວັນທີ 10 ພຶດສະພາ 2023 ລາວໄດ້ຮັບການຜ່າຕັດທີ່ປະສົບຜົນສຳເລັດເພື່ອ 

(1) ນໍາເອົາກະສຸນອອກຈາກໜ້າເອິກຂອງລາວທີ່ຍັງຄາຢູ່ພາຍໃນ ຈາກການຖືກຍິງທີ່ເກີດຂຶ້ນເມື່ອວັນທີ 29 ເມສາ 2023 ແລະ 

(2) ຮັກສາສ້ອມແຊມຄາງກະໄຕ, ແກ້ມ ແລະລິ້ນຂອງລາວທີ່ໄດ້ຮັບບາດເຈັບຢ່າງໜັກໜ່ວງໂດຍກະສຸນໄດ້ທະລຸຈາກແກ້ມຂ້າງໜຶ່ງໄປຫາອີກຂ້າງ. ໃນຂະນະທີ່ຮ່າງກາຍ ແລະ ຈິດໃຈຍັງອ່ອນເພຍ ຕອນນີ້ແຈັກກໍກຳລັງຟື້ນຕົວໄດ້ດີຈາກການຜ່າຕັດ ທີມງານແພດທີ່ມີຄວາມຊ່ຽວຊານໄດ້ເບິ່ງແຍງລາວເປັນຢ່າງດີ ໂດຍຄຳນຶງເຖິງຄວາມເປັນຢູ່ ຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງລາວເປັນຫຼັກ.

🔏 ຄວາມເປັນສ່ວນຕົວ ແລະ ການປ້ອງກັນ: ເຫດຜົນທີ່ບໍ່ມີການລາຍງານກ່ຽວກັບອາການຂອງແຈັກ

ໃນຂະນະທີ່ແຈັກ ຄອບຄົວຂອງລາວ ມູນນິທິມະນຸສະຍະ ແລະ

ຫຼາຍໆອົງກອນທີ່ໃຫ້ການສະໜັບສະໜຸນເຂົ້າໃຈຢ່າງເລິກເຊິ່ງວ່າ ຄົນທີ່ສະໜັບສະໜຸນແຈັກ ແລະ ບັນດາຜູ້ຄົນທີ່ມີຄວາມຫ່ວງໃຍລາວອາດຈະກຳລັງເປັນຫ່ວງທັງລາວ ແລະ ອາການຂອງລາວເມື່ອມີຂ່າວຫຼຸດຮົ່ວອອກມາວ່າລາວໄດ້ຖືກອົບພະຍົບທາງການແພດໄປທີ່ຕ່າງປະເທດ, ພວກເຮົາຈຶ່ງຫວັງວ່າທຸກຄົນຈະເຂົ້າໃຈ ແລະ ເຄົາລົບຄວາມຈຳເປັນໃນການປະຕິບັດຕາມຄຳຂໍຂອງແຈັກເອງ ເຊິ່ງສອດຄ້ອງກັບຂໍ້ກຳນົດ ແລະ ມາດຕະຖານສາກົນສຳລັບຄວາມເປັນສ່ວນຕົວ ແລະ ການຮັກສາຄວາມລັບຂອງຜູ້ກ່ຽວ ເຊິ່ງເປັນການຊ່ວຍໃຫ້ການອົບພະຍົບທາງການແພດໃນຕ່າງປະເທດເປັນໄປໄດ້ຢ່າງໄວວາ ປອດໄພ ແລະ ສະດວກ; ແລະ ເພື່ອສະໜອງການປິ່ນປົວທີ່ຮີບດ່ວນໃຫ້ກັບລາວ.

ເພື່ອໃຫ້ການອົບພະຍົບທາງການແພດສຳເລັດ ພວກເຮົາຂໍແນະນຳໃຫ້ບໍ່ຟ້າວໂພສຕ໌ ຫຼື ເຜີຍແພ່ສິ່ງໃດລົງໃນສື່ສັງຄົມເພື່ອຄວາມປອດໄພແລະ ການຄຸ້ມຄອງຂອງແຈັກ ຄອບຄົວຂອງລາວ ທີມງານມະນຸສະຍະ ແລະ ທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອຢ່າງເປັນຄວາມລັບ.

❤️ ພວກເຮົາຢາກຂໍຂອບໃຈເຖິງທຸກຄົນທີ່ສະໜັບສະໜຸນການອົບພະຍົບທາງການແພດຂອງແຈັກ ເຖິງຄົນທີ່ສູ້ຊີວິດເຮັດວຽກຕັ້ງແຕ່ເຊົ້າຈຳຄ່ຳເພື່ອໃຫ້ມັນເກີດຂຶ້ນໄດ້ໄວ! ເຈົ້າຮູ້ດີວ່າເຈົ້າແມ່ນໃຜ, ພວກເຮົາ ແຈັກ ແລະ ຄອບຄົວຂອງລາວຮູ້ສຶກຂອບໃຈຢ່າງສຸດຊຶ້ງ. ພວກເຮົາຈະເກັບເຈົ້າໄວ້ໃນໃຈຂອງພວກເຮົາສະເໝີ ❤️

ພວກເຮົາກຳລັງລໍຖ້າໃຫ້ແຈັກກັບມາມີສຸຂະພາບທີ່ແຂງແຮງຄືເກົ່າ ລາວຈຶ່ງຈະສາມາດເລົ່າເລື່ອງລາວຂອງລາວໃຫ້ກັບຄົນທັງໂລກໄດ້ຟັງແລະ ສະແດງຄວາມຂອບໃຈໃຫ້ກັບທຸກໆຄົນ ນັບຕັ້ງແຕ່ຄົນທີ່ບໍລິຈາກຄ່າໃຊ້ຈ່າຍໃນໂຮງໝໍ ຈົນເຖິງຄົນທີ່ມີຈິດໃຈຢາກຈະບໍລິຈາກ ຫຼື ຄົນທີ່ຍັງສືບຕໍ່ບໍລິຈາກ ແລະ ເຖິງຄົນທີ່ເຮັດວຽກຢ່າງໜັກ ແລະ ຢ່າງເປັນຄວາມລັບເພື່ອສຸຂະພາບ ແລະ ຄວາມປອດໄພຂອງລາວ ໂດຍທີ່ບໍ່ໄດ້ຫວັງສິ່ງຕອບແທນ ແຕ່ເຮັດອອກມາຈາກໃຈຂອງເຂົາເຈົ້າ. 

🙏 ນອກຈາກນີ້ ເຮົາຍັງຢາກຂໍຂອບໃຈເຖິງບັນດາອົງກອນຊ່ວຍເຫຼືອສຸກເສີນທີ່ໜ້າອັດສະຈັນທັງໝົດ ເຊິ່ງຂະນະນີ້ກຳລັງເຮັດວຽກຮ່ວມກັບເຮົາເພື່ອຈັດຫາຄວາມຊ່ວຍເຫຼືອດ້ານການເງິນທີ່ດີທີ່ສຸດໃຫ້ກັບແຈັກສຳລັບການປິ່ນປົວຂອງລາວ 🙏

✊🏼 ການສະແຫວງຫາຄວາມຍຸຕິທຳຢ່າງບໍ່ຢຸດຢັ້ງເພື່ອແຈັກ

ການຮຽກຮ້ອງ #JusticeForJack ຂອງມູນນິທິມະນຸສະຍະຈະບໍ່ມີວັນຖືກກີດຂວາງ ຫຼື ເຮັດໃຫ້ຢຸດນິ່ງໄດ້. ພວກເຮົາຈະສູ້ຕໍ່ໄປຢ່າງບໍ່ອິດເມື່ອຍຈົນກວ່າຜູ້ທີ່ຮັບຜິດຊອບໃນການພະຍາຍາມຄາດຕະກຳແຈັກຈະຖືກພົບເຫັນ ແລະ ນຳມາຮັບຜິດຊອບຕໍ່ຄະດີອາຊະຍາກຳທີ່ພວກເຂົາໄດ້ກໍ່ໄວ້. ຄວາມມຸ່ງໝັ້ນຂອງພວກເຮົາໃນການສົ່ງເສີມສິດທິມະນຸດ  ແລະ ປົກປ້ອງສັກສີ; ແລະ ຄວາມເຄົາລົບເຖິງນັກປົກປ້ອງສິດທິມະນຸດ ແລະ ນັກເຄື່ອນໄຫວທຸກຄົນທີ່ອອກມາເວົ້າຄວາມຈິງຕໍ່ຕ້ານອຳນາດນັ້ນນັບມື້ນັບແຂງແຮງຂຶ້ນກວ່າເກົ່າ!

🙏 ພວກເຮົາຂໍຂອບໃຈເປັນຢ່າງສູງທີ່ທຸກຄົນມີຄວາມເຂົ້າໃຈຕໍ່ສະຖານະການ ແລະ ພວກເຮົາຢາກຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ທຸກຄົນທີ່ມີສ່ວນຮ່ວມໃນການສະໜັບສະໜຸນແຈັກຕະຫຼອດການເດີນທາງຂອງລາວ. ພວກເຮົາຈະແຈ້ງອາການຂອງແຈັກ ແລະ ຄວາມຄືບໜ້າກ່ຽວກັບລາວອີກຕື່ມ! ຄອຍຕິດຕາມເດີ!

#WeAreManushyan ♾ ມະນຸດເທົ່າທຽມກັນ

#ຂັບເຄື່ອນດ້ວຍຄີບອດ #ແຈັກຕ້ອງບໍ່ຕາຍຟຣີ #MilkTeaAlliance #DemocracyNow #WhatsHappeningInLaos

🔗 ອ່ານຂ່າວລະອຽດຢູ່ໃນເວັບໄຊທ໌ຂອງພວກເຮົາ👉https://bit.ly/3psAsks