“ ໑ ໃນ ນາງສັງຂານຫຼວງພຣະບາງປີ໒໐໒໓ ນີ້ ເຈົ້ານາງສິຣິໂສມ ສະຫວ່າງ ເປັນຫຼານສາວເຈົ້າຍີງມະນີໄລ ສະຫວ່າງ “

https://www.facebook.com/ELEGANTLAOSOFFICIAL/videos/605947284766246/

ຮອງນາງສັງຂານ ຫຼວງພະບາງ ເປັນເຈົ້າຟ້າຍິງ “ສິຣິໂສມ ສະຫວ່າງ” (ຖ້າເປັນສະໄຫມແຕ່ກ່ອນ ) ເປັນຫຼານສາວເຈົ້າຫຍິງມະນີໄລ ສະຫວ່າງ

April 19, 2023 ByFC

ນາງສັງຂານ ລູກສາວຄົນທີ 6 ຂອງພະຍາກະບິນລະພົມ “ກິມິທາເທວີ” ໂດຍນາງສັງຂານຫຼວງພະບາງ “ສຸນິດາ ນະຄອນສັກ” ອັນດັບ 2 ໝາຍເລກ13 ສິລິໂສມ ສະຫວ່າງ

ອັນດັບ3 ໝາຍເລກ 4 ສຸພາວະດິ ຈັນເທລີ ອັນດັບ4 ໝາຍເລກ 29 ນາຕາລີ ຈັນທະຫົງ ອັນດັບ5 ໝາຍເລກ 24 ເທບທິດາ ພັນທະສຸກ ອັນດັບ6 ໝາຍເລກ 18 ຈິນຕະນາ ສີອັກຄະພົມ ອັນດັບ7 ໝາຍເລກ 23 ຫຼີ້ນ່າ ສິນຈະເລີນທຳ

ແລະ ອີກ 1 ຄົນທີ່ຖືກກ່າວເຖິງຫຼາຍທີ່ສຸດ ກໍຄື ອັນດັບ 2 ໝາຍເລກ13 ສິລິໂສມ ສະຫວ່າງ ເຊິ່ງຫຼາຍຄົນບອກວ່າ ນ້ອງງາມ ແລະ ມີເຊື້ອເປັນເຈົ້າຟ້າ

Alick Sumoonthong ໂພສວ່າ ມີເລື່ອງຊິມາເວົ້າສູ່ຟັງ ບໍ່ໄດ້ຮູ້ຈັກນ້ອງເປັນການສວນໂຕໃດໆ ຈົນເຫັນນ້ອງມາປະກວດນາງສັງຂານ ຈັ່ງຮູ້ວ່ານ້ອງມີສັກ ເປັນເຈົ້າຟ້າຍິງ ສິຣິໂສມ ສະຫວ່າງ (ຖ້າເປັນສະໄຫມແຕ່ກ່ອນ ) ເຄີຍເຫັນນ້ອງໂຕຈິງເທື່ອຫນຶ່ງຕອນໄປຫລວງພະບາງ ກ່ອນນ້ອງຊິມາປະກວດ ບອກໄດ້ເລີຍວ່າເບິ່ງແລ້ວເບິ່ງອີກ ນ້ອງບໍ່ແມ່ນຜູ້ຍິງທີ່ງາມແບບພີມນິຍົມ ແຕ່ນ້ອງເປັນຜູ້ຍິງທີ່ມີຮູບຫນ້າຮ້ອງໄດ້ວ່າຫນ້າຄົນມີບຸນ ງາມແບບສະງ່າລາສີ ງາມແບບຜູ້ດີມາເກິດ ງາມແບບເບິ່ງບໍ່ເບື່ອ ນີ້ແລະນໍເຂົາຈັ່ງຮ້ອງວ່າງົດງາມດັງເຈົ້າຍິງ

ເຄື່ອງຊົງ – ເຄື່ອງປະດັບບູຮານຂອງຕະກຸນສະຫວ່າງ ທີ່ມາປະດັບໃຫ້ ຮອງນາງສັງຂານ ຊື່ວ່າ ” ສິຣິໂສມ ສະຫວ່າງ ” ບໍ່ຮູ້ວ່າ ອີກຈັກເຊັ່ນຄົນ ຈື່ງຈະໄດ້ເຫັນເຄື່ອງຊົງ-ເຄື່ອງປະດຫບ ຂອງຕະກຸນສະຫວ່າງ ຄົບແບບນີ້ ຮີບເບິ່ງໄວໆ ເປັນບຸນຕາແທ້ໆໂອ໋ ບໍ່ແມ່ນພິທີ່ສຳຄັນ ບໍ່ແມ່ນໃຜກະຊິໄດ້ໃສ ຕ້ອງມີບຸນ-ຕ້ອງມີພິທີສຳຄັນຮອດແທ້ໆ ເຊິ່ງເປັນເຄື່ອງຊົງ-ເຄື່ອງປະດັບທີ່ມີຄຸນຄ່າທາງປະຫວັດສາດ ແລະມີຄຸ່ນຄ່າທາງດ້ານຈິດໃຈ ເປັນຕົ້ນແບບຂອງຄວາມງົດງາມ ທີ່ນ້ອຍຄົນຈະເຫັນ…ແລະມື້ນີ້ໄດ້ເຫັນແລ້ວ .

ໝາຍເຫດ : ຕະກຸນນີ້ຄົນຫລວງພຣະບາງຮູ້ດີ
ຮອງອັນດັບ 1 ນາງສັງຂານ ຫຼວງພຣະບາງ ປີ ຈສ 1385 ( ຄສ 2023 ) Som Silisom
Make up and costume : Muennar parmai
ຂໍຂອບໃຈຮູບພາບຈາກ : Tear gallery

ນາງສິລິໂສມ ສະຫວ່າງ ເປັນຫຼານສາວຂອງເຈົ້າຫຍິງມະນີໄລ ສະຫວ່າງ ພະຊາຍາຂອງອົງມົງກຸດຣາຊກຸມານ ເຈົ້າຟ້າຊາຍວົງສະຫວ່າງ
ເລີ້ງເຄີ້ງ ທີ່ເປັນມົງກຸດສວມໃສ່ໃຫ້ນາງສັງຂານຫຼວງພະບາງ ແຕ່ກ່ອນຖືເປັນມົງກຸດທີ່ມີໄວ້ສອມໃຫ້

ບັນດາເຈົ້າຫຍິງເຊື້ອພະວົງຂອງຣາຊວົງລາວໃນພິທີສົມລົດ
ແຕ່ປະຈຸບັນໃຊ້ເພື່ອສວມໃຫ້ຜູ້ຊະນະການປະກວດນາງສັງຂານ