“ທ່ານປະທານາທິບໍດີສສ ວຽດນາມ ລາອອກຈາກໜ້າທີ່ ”~ຂ່າວຈາກ~VTC NOW

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກແຈ້ງເຫັນດີໃຫ້ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ລາອອກຈາກສະມາຊິກພັກ ແລະ ຕຳແໜ່ງປະທານາທິບໍດີ ຕາມຄຳສະເໜີຂອງທ່ານ ຫງຽນ ຊວນ ຟຸກ.

ຕາມການລາຍງານຂອງ Lao Dong ແລະ TTXVN ວັນທີ 17/01/2023 ທີ່ສຳນັກງານ​ສູນ​ກາງ​ພັກ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ພິຈາລະນາ ​ແລະ

ປະກອບ​ຄຳ​ເຫັນກ່ຽວກັບການເຂົ້າບຳນານຂອງ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ທ່ານ ຫງຽນ ຊວນ ຟຸກ ເຂົ້າຮັບຕຳແໜ່ງປະທານປະເທດບໍດີຫວຽດນາມຕັ້ງແຕ່ວັນທີ 5 ເມສາ ປີ 2021 ແລະ ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ໃນວັນທີ 7 ເມສາ 2016 ຫາ ວັນທີ 2 ເມສາ 2021.

ທ່ານເປັນຜູ້ນຳທີ່ສຳຄັນ ແລະ ປະຊາຊົນຫວຽດນາມເຄົາລົບ.