“ ທ່ານສົມບັດ ສົມພອນ ຢູ່ທີ່ໃດ? ໑໐ປີ ນັບຕັ້ງແຕ່ ທ່ານສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນໃນວັນທີ ໑໕ ທັນວາ ໒໐໑໒ ~໑໕ ທັນວາ ໒໐໒໒“


*ຂ່າວຈາກສະຖານທູດຝຣັ່ງເສດປະຈຳສປປລາວ ຄົບຮອບ ໑໐ປີ ໃນການຫາຍສາບສູນຂອງທ່ານສົມບັດ ສົມພອນ:

https://www.facebook.com/1340410427/posts/pfbid02KtmemYsvCfEv4R792jVdPN3b1anxEnBcpazW3Vb74q3cDfawXvpPd1JuNQLvfrKVl/

**ຄຣີບເຖີງການຫາຍສາບສູນຂອງທ່ານສົມບັດ ສົມພອນ :

***ຂ່າວຈາກວິທະຍຸເອເຊັຍເສຣີ ໃນມື້ນີ້ ວັນທີ ໑໕ ທັນວາ ໒໐໒໒ :

ຍື່ນຈົດໝາຍ ໜ້າສະຖານທູຕລາວ ໃນໄທຍ ທວງໃຫ້ຊອກຫາ ທ່ານ ສົມບັດ

ວັນທີ 15 ທັນວາ 2022 ນີ້, ກຸ່ມ Sombath Somphone & Beyond Project (SSBP) ແລະ ເຄືອຂ່າຍພາກປະຊາສັງຄົມ ໃນໄທຍ ແລະ ພາກພື້ນ ພ້ອມເຄືອຂ່າຍຄົນຣຸ້ນໃໝ່ ເພື່ອການປ່ຽນແປງສັງຄົມ ຂອງໄທຍ ໄດ້ເດີນທາງໄປຍັງສະຖານເອກອັຄຣັຖທູຕລາວ ປະຈຳນະຄອນຫຼວງບາງກອກ ເພື່ອຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ໃນວາຣະຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ. ພາຍຫຼັງທີ່ມີການອ່ານຈົດໝາຍເປີດຊອງ ສບັບດັ່ງກ່າວແລ້ວ, ທາງເຄືອຂ່າຍ ກໍໄດ້ຮ່ວມກັນກ່າວຄຳວ່າ “ສົມບັດ ສົມພອນ Where are you?” ເປັນຈຳນວນ 10 ຄັ້ງ ເພື່ອລໍຖ້າຜູ້ແທນ ຈາກສະຖານທູຕລາວ, ແຕ່ພັດບໍ່ມີບຸກຄົນໃດ ອອກມາຮັບໜັງສື.

ຄຣີບໃນການປະທ້ວງຄັ້ງນີ້ :

https://www.facebook.com/LaosRFA/videos/1251356762081346/

****ຄຣີບຖແລງຂ່າວຄົບຮອບ 10 ປີ, ທ່ານ ສົມບັດ ຖືກບັງຄັບຫາຍສາບສູນ:

https://www.facebook.com/LaosRFA/videos/1157071048257042/

ຖແລງຂ່າວຄົບຮອບ 10 ປີ, ທ່ານ ສົມບັດ ຖືກບັງຄັບຫາຍສາບສູນ

ພິທີຖແລງຂ່າວ ໃນວາຣະຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ, ເຊິ່ງໄດ້ຈັດຂຶ້ນ ທີ່ສະໂມສອນຜູ້ສື່ຂ່າວຕ່າງປະເທດ ປະຈຳນະຄອນຫຼວງບາງກອກ, ປະເທດໄທຍ ໃນຕອນເຊົ້າ ຂອງວັນທີ 13 ທັນວາ 2022 ນີ້. ມີບັນດາຜູ້ຕາງໜ້າ ຈາກອົງການຈັດຕັ້ງສາກົລ ດ້ານສິດທິມະນຸສ, ອົງການຈັດຕັ້ງພາກປະຊາສັງຄົມສາກົລ ໃນໄທຍ ແລະ ຕລອດເຖິງບັນດາສື່ມວນຊົນໄທຍ ແລະ ຕ່າງປະເທດ ກໍໄດ້ເຂົ້າຮ່ວມ. ຫຼາຍຝ່າຍ ຕ່າງກໍໃຫ້ການຢືນຢັນວ່າ ຈະສືບຕໍ່ທວງຖາມ ທາງການລາວ ໃນທຸກເວທີ ທີ່ມີໂອກາດ ຕໍ່ກັບສິ່ງທີ່ເກີດຂຶ້ນກັບທ່ານ ສົມບັດ ສົມພອນ, ຜູ້ທີ່ຕົກເປັນເຫຍື່ອ ຂອງການຖືກບັງຄັບໃຫ້ຫາຍສາບສູນ ແລະ ຈະບໍ່ປ່ອຍໃຫ້ເຣື່ອງນີ້ ມິດງຽບໄປຕາມການເວລາ. ຖແລງຂ່າວຄົບຮອບ 10 ປີ, ທ່ານ ສົມບັດ ຖືກບັງຄັບຫາຍສາບສູນ

ພິທີຖແລງຂ່າວ ໃນວາຣະຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ, ເຊິ່ງໄດ້ຈັດຂຶ້ນ ທີ່ສະໂມສອນຜູ້ສື່ຂ່າວຕ່າງປະເທດ ປະຈຳນະຄອນຫຼວງບາງກອກ, ປະເທດໄທຍ ໃນຕອນເຊົ້າ ຂອງວັນທີ 13 ທັນວາ 2022 ນີ້. ມີບັນດາຜູ້ຕາງໜ້າ ຈາກອົງການຈັດຕັ້ງສາກົລ ດ້ານສິດທິມະນຸສ, ອົງການຈັດຕັ້ງພາກປະຊາສັງຄົມສາກົລ ໃນໄທຍ ແລະ ຕລອດເຖິງບັນດາສື່ມວນຊົນໄທຍ ແລະ ຕ່າງປະເທດ ກໍໄດ້ເຂົ້າຮ່ວມ. ຫຼາຍຝ່າຍ ຕ່າງກໍໃຫ້ການຢືນຢັນວ່າ ຈະສືບຕໍ່ທວງຖາມ ທາງການລາວ ໃນທຸກເວທີ ທີ່ມີໂອກາດ ຕໍ່ກັບສິ່ງທີ່ເກີດຂຶ້ນກັບທ່ານ ສົມບັດ ສົມພອນ, ຜູ້ທີ່ຕົກເປັນເຫຍື່ອ ຂອງການຖືກບັງຄັບໃຫ້ຫາຍສາບສູນ ແລະ ຈະບໍ່ປ່ອຍໃຫ້ເຣື່ອງນີ້ ມິດງຽບໄປຕາມການເວລາ

*****ແຈ້ງເຕືອນ,ໄຫວ້ອາໄລໃຫ້ທ່ານສົມບັດ ມື້ອື່ນ ວັນອາທີດ ວັນທີ ໑໘ ທັນວາ ທີ່ວັດປ່ານາຄູນນ້ອຍ ເວລາ ໙ໂມງເຊົ້າ – ໑໐ໂມງ໓໐.ການເຊື່ອມຕໍ່ກັບວັດ : https://maps.app.goo.gl/oLbvS6K9wT8Tw7DK7

ຂ້າພະເຈົ້າຕາງໜ້າສະຖານທູດອັງກິດມາຢູ່ທີ່ນີ້ ເພື່ອຮ່ວມງານຄົບຮອບ 10ປີ ກັບການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ. ລັດຖະບານອັງກິດຂໍຮຽກຮ້ອງຕໍ່ກັບທາງລັດຖະບານລາວໃຫ້ເລັ່ງດໍາເນີນການຢ່າງຍຸດຕິທຳ, ສືບສວນໃຫ້ຖີ່ຖ້ວນ ແລະ ໂປ່ງໄສຕໍ່ກັບການຫາຍໂຕໄປຂອງເພິ່ນ.

I represented the British Embassy at a temple event to mark the 10th Anniversary of the disappearance of Sombath Somphone. Representatives from Australia, Canada, the EU, Singapore, UNDP and UNICEF also attended. The British Government urges the Government of Laos to take concrete action and complete an impartial, thorough and transparent investigation into his disappearance.