ມັນເປັນການລົງຄະແນນສຽງທີ່ສຳຄັນທີ່ສຸດໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດກ່ຽວກັບຢູເຄຣນ ນັບຕັ້ງແຕ່ຄັ້ງທຳອິດທີ່ກ່າວປະນາມການເລີ່ມຕົ້ນສົງຄາມ. ປະຊາຄົມໂລກໄດ້ປະນາມຢ່າງຮຸນແຮງໃນວັນພຸດທີ ໑໒ ຕຸລານີ້ວ່າ “ການເຊື່ອມໂຍງຍຶດຄອງຢ່າງຜິດກົດໝາຍ”ຂອງຣັດເຊັຍໃນຢູເຄຣນ.໑໔໓ ປະເທດໃນຈຳນວນ ໑໙໓ ໄດ້ລົງຄະແນນສຽງເຫັນດີຕໍ່ມະຕິທີ່ນຳມາໂດຍຢູເຄຣນ ແລະ ສະນັບສະນູນໂດຍສະຫະພາບເອີຣົບ.~ຂ່າວຈາກວິທະຍຸຝຣັ່ງສາກົນRFI: