ກາບກອນ”ຂໍ້ຄິດດີໆ”- ຈາກໜູທອງ ວົງຄຳຫຼ້າ

ຂໍ້ຄິດດີໆ

ເຮົານັ້ນມີ ເວລາຫວ່າງ ລອງ ທົບທວນ ໂຕເອງ ເບິ່ງ
ໃຫ້ຮູ້ ຈິດສຳນຶກ ສ້າງ ເຮົາແທ້ ຮອດບ່ອນໃດ
ຊີວິດເຮົາ ນັບມື້ສັ້ນ ວັນເວລາ ນັບມື້ຜ່ານ ໄປໄວເດີ
ຢ່າໄດ້ ໄລລະຮ້າງ ວາງໄວ້ ບໍ່ຮ່ຳເພິງ ເຈົ້າເອີຍ.
ອາຣົມ ລົບ ມັນ ຈະມາທຳຮ້າຍ ທຳຣາຍ ເຮົາຢູ່ທຸກເມື່ອ
ອາຣົມ ບວກ ແລ່ນເຂົ້າ ໃຫ້ພອນ ເຈົ້າຢູ່ກະເສີມ .
ການ ວິພາກ ວິຈານ ນັ້ນ ນຳຈິດ ເຮົາໃຫ້ລົງຕ່ຳ
ຈະເຣິນ ສະຕິ ປັນຍາ ອ່າວເອື້ອ ຈູງໃຈເຈົ້າ ສູງຂື້ນ ສູ່ວັນ .
ຄັນບໍ່ມີ ໃຜເວົ້າ ສຽດສີເຮົາ ໃຫ້ຮ້າຍ ໂກດ
ເຮົາ ຈະບໍ່ຫ່ອນຮູ້ ອາຣົມນັ້ນ ຢູ່ບ່ອນໃດ .
ຖ້າ ມີຄົນ ກະທຳໃຫ້ ທຸກໃຈ ຈັ່ງຮູ້ເມື່ອ ພາຍຫລັງເດີ
ຈົ່ງໄດ້ ຄິດອ່າວເອື້ອ ເອົາຕົວເຈົ້າ ພັທນາ ໂຕເອງເດີ .
ຄຳວ່າ ພັທນານັ້ນ ຈະບໍ່ແມ່ນ ແຕ່ຄວາມສຸກ
ແນ່ນອນ ຍັງມີທຸກ ແຕ່ຜ່ອນຄາຍ ໃຫ້ຫລຸດເວັ້ນ
ທຸກ ກັມເວນ ວຽນເຂົ້າ ຕ້ອງເອົາຕົວ ອອກຫ່າງ
ທາງອອກ ທີ່ ກະຈ່າງແຈ້ງ ຢູ່ຈິດເຈົ້າ ແຕ່ຜູ້ດຽວ .
ການ ຄຽດຊັງຍັງເພື່ອນ ມັນບໍ່ແມ່ນ ແນວດີ
ເພາະ ຄຽດເຂົາ ແມ່ນ ເຮົາທຸກ ທົ່ວໃນ ເວລານັ້ນ .
ຫາກ ເມດຕາຈິດ ໝັ້ນ ຈະ ນຳເຮົາ ເຂົ້າໄປສູ່
ຈິດ ຜ່ອງໃສ ສະອາດກ້ຽງ ຈະເຣີນໝັ້ນ ຊົ່ວນິຣັນ ແທ້ເດີ ./.